ຄໍາວ່າ “ແປ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ແປ” ມີຄວາມໝາຍແນວໃດ?

ຄໍາວ່າ “ແປ” ໝາຍເຖິງແປເຮືອນ ຊຶ່ງແມ່ນຢູ່ສ່ວນຫຼັງຄາ ຫຼື ຢູ່ເໜືອພື້ນເຮືອນ ໃນເມື່ອກ່ອນເຮັດດ້ວຍໄມ້ ເອີ້ນໄມ້ແປເຮືອນ (ໄມ້ຂື່ໄມ້ແປ, ໄມ້ອົກໄກ່, ໄມ້ເຄື່ອງເຮືອນທີ່ຄ້າງຢູ່ຍອດດັ້ງ) ເພາະໄມ້ມີຫຼາຍ ແລະ ສາ ມາດຊອກໄດ້ງານ, ແຕ່ປະຈຸບັນໄດ້ມີການໃຊ້ ເຫຼັກເຮັດແທນເພາະສະດວກ ແລະ ແຂງແກ່ນດີອີກທັງມີ ຂາຍທົ່ວໄປ. ການເຮັດເຮືອນຖ້າບໍ່ມີຂື່ມີແປແມ່ນບໍ່ສາມາດເປັນເຮືອນເປັນຊານໄດ້ ແມ່ນແຕ່ຕູບຖຽງນາ.

ແປເຮືອນເປັນສ່ວນສໍາຄັນຢ່າງນຶ່ງ ຊຶ່ງໄດ້ມີການຍົກຂຶ້ນມາປຽບທຽບກັນແຕ່ບູຮານມາ ດັ່ງຄໍາເວົ້າທີ່ວ່າ “ບ້ານເມືອງມີຂື່ມີແປ, ບ້ານມີກົດບ້ານເມືອງມີກົດໝາຍ” ເປັນຕົ້ນ. “ແປ” ຍັງແມ່ນຊື່ພະຍາດຢູ່ໃນລໍາໃສ້ ຢ່າງນຶ່ງເອີ້ນ ໂຕແປ ຫຼື ແມ່ທ້ອງແປ ຊຶ່ງເປັນຂີ້ກະຕືກຊະນິດນຶ່ງທີ່ຂ້ອນຂ້າງອັນຕະລາຍ ເພາະອາໃສດູດ ສານອາຫານທີ່ຄົນເຮົາກິນລົງໄປ, ຖ້າບຸກຄົນໃດມີຫຼາຍແມ່ນເຮັດໃຫ້ຈອຍ ບາງເທື່ອກໍ່ໃຫ້ເກີດພະຍາດ ແລະ ເຈັບລໍາໃສ້ໄດ້.

ນອກຈາກນີ້, “ແປ” ຍັງໝາຍເຖິງແພບ, ແບນ ຫຼື ບໍ່ກົມ ເຊັ່ນ: ຫົວປາດຸກແປ, ຕີນລົດຮົ່ວແປແລບແຊບ, ກະປອງຖືກຊ້າງຢຽບແປປານຫຍັງ, ຖານຢາງແປດີ, ທົ່ງຫຍ້າແປຫຼາຍ ເປັນຕົ້ນ.

SA Game
DooDiDo

“ແປ” ຍັງໝາຍເຖິງ ການແປພາສາ, ແປຂໍ້ຄວາມ ຫຼື ແປລະຫັດລັບ ລວມທັງແປຄວາມໝາຍ ເພື່ອສື່ສານກັນໃຫ້ຖືກຕ້ອງດ້ວຍ ນັກແປ, ລ່າມແປ, ພາສາແປ ຫຼື ນັກຖອດລະຫັດ ເຊັ່ນ: ແປພາສາອັງກິດເປັນພາສາລາວ, ແປພາສາຈີນ ເປັນພາສາໄທ, ແປຂໍ້ຄວາມ, ແປລະຫັດລັບເປັນຂໍ້ຄວາມ, ແປໂທລະເລກ, ແປຄວາມໝາຍສຸພາສິດ, ແປ ຕາມເນື້ອຄວາມ, ແປຄໍາເວົ້າ, ແປອອກ, ແປໄດ້. “ແປ” ເວລາໄປປະສົມກັບຄໍາອື່ນຍັງໃຫ້ຄວາມໝາຍ ແຕກຕ່າງໄປດັ່ງ ແປຮູບ ແມ່ນການເອົາສິ່ງນຶ່ງໄປຜ່ານຂັ້ນຕອນທາງການຜະລິດເພື່ອເປັນຮູບແບບໃໝ່, ແປວ່າ ແມ່ນໝາຍຄວາມວ່າ, ຜັນແປ ຫຼື ແປປ່ຽນ ແມ່ນການປ່ຽນແປງ ເປັນຕົ້ນ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າແປ”.

“ແປ” (1. ຄໍານາມ) ໄມ້ອົກໄກ່, ໄມ້ເຄື່ອງເຮືອນທີ່ຄ້າງຢູ່ຍອດດັ້ງ. ໂຕແປ, ແມ່ທ້ອງແປ. (2. ຄໍາກິລິຍາວິເສດ) ແພບ, ແບນ, ແປນ, ບໍ່ກົມ. ສູງ, ສູງສຸດ. (3. ຄໍາກິລິຍາ) ຖ່າຍຄວາມເວົ້າຈາກພາສານຶ່ງໄປສູ່ ພາສານຶ່ງ, ເວົ້າ ໃຫ້ເຂົ້າໃຈຄວາມໝາຍແຈ່ມແຈ້ງ.

ຕົວຢ່າງ:

  • ແປເຮືອນຫຼັງນີ້ເຮັດດ້ວຍໄມ້ເນື້ອດີ ແລະ ສວຍງາມ ສົມພໍລາຄາໄມ້ ແລະ ນາຍຊ່າງໃນການເຮັດ ຈິ່ງສູງສົມຄວນ.
  • ຜົນການກວດຄົນເຈັບທີ່ຈອຍ ແລະ ເຫຼືອງເຮັດໃຫ້ຮູ້ວ່າແມ່ທ້ອງແປຢູ່ໃນລໍາໃສ້ເປັນຈໍານວນຫຼາຍ ແລະ ຕ້ອງໄດ້ຖ່າຍພະຍາດດັ່ງກ່າວຢ່າງຮີບດ່ວນ.
  • ລົດບັນທຸກຕ່າງເຄື່ອງໜັກແລ່ນຢຽບຕຸກນໍ້າດື່ມທີ່ຕົກຢູ່ກາງທາງເຮັດໃຫ້ນໍ້າຟຸ້ງຊະ ແລະ ກະຕຸກແປ ແລບແຊບຄັກປານຫຍັງ.
  • ລາວເປັນນັກແປພາສາອັງກິດທີ່ເກັ່ງ ແລະ ມີປະສົບປະການ ເພາະສາມາດແປຢູ່ໃນກອງປະຊຸມ ໄດ້ແບບຄໍາຕໍ່ຄໍາ.
  • ການເຮັດສົງຄາມໃນເມື່ອກ່ອນຕ້ອງໄດ້ມີນັກກົດລັບທີ່ຄອຍແປລະຫັດໂທລະເລກ ເພື່ອບໍ່ໃຫ້ສັດຕູ ເຂົ້າໃຈ.

ສະຫຼຸບ.

ຄໍາວ່າ “ແປ” ໝາຍເຖິງສ່ວນປະກອບນຶ່ງຂອງເຮືອນ, ຖຽງໄຮ່ຖຽງນາ ຢູ່ສ່ວນຂອງຫຼັງຄາ ເອີ້ນແປເຮືອນ ຊຶ່ງເມື່ອກ່ອນເຮັດດ້ວຍໄມ້ ເອີ້ນໄມ້ແປເຮືອນ ແຕ່ປະຈຸບັນແມ່ນເຮັດດ້ວຍວັດສະດຸອື່ນກໍໄດ້ ດັ່ງ ເຫຼັກ.  “ແປ” ຍັງແມ່ນຊື່ ຂີ້ກະຕືກ ຫຼື ພະຍາດຢູ່ໃນລໍາໃສ້ ຢ່າງນຶ່ງເອີ້ນ ໂຕແປ ຫຼື ແມ່ທ້ອງແປ ເພາະໂຕແປໆ ເປັນຂໍ້ອາໃສດູດສານອາຫານທີ່ຄົນເຮົາກິນລົງໄປ ຖືໄດ້ວ່າເປັນກາຝາກທີ່ອັນຕະລາຍ ເຊັ່ນກັນ. ນອກນີ້, “ແປ” ຍັງໝາຍເຖິງແພບ, ແບນ ແລະ ບໍ່ກົມ. “ແປ” ຍັງແມ່ນການແປພາສາ, ແປລະຫັດຂໍ້ຄວາມ, ແປ ຄວາມໝາຍ ເພື່ອສື່ສານກັນໃຫ້ຖືກຕ້ອງດ້ວຍວິທີການຕ່າງໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo