ຄໍາວ່າ “ໄຄ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ໄຄ” ​ໃນ​ພາ​ສາ​ລາວມີຄວາມໝາຍແນວໃດ?

ຄໍາວ່າ “ໄຄ” ແມ່ນໝາຍເຖິງອາການໄຄຂຶ້ນ, ດີຂຶ້ນ ຫຼື ເຮັດໃຫ້ເບົາບາງລົງ ຫຼື ບໍ່ຮ້າຍປານໃດ ດັ່ງ ໄຄແດ່, ໄຄແລ້ວ, ໄຄຂຶ້ນຫຼາຍ ຊຶ່ງມີຄວາມໝາຍຄືກັນກັບ “ແຄນ” ເຊັ່ນ: ແຄນແດ່, ແຄນແລ້ວ, ແຄນຂຶ້ນຫຼາຍ. ນອກຈາກ ນັ້ນ, “ໄຄ” ຍັງແມ່ນຂີ້ໄຄ ຊຶ່ງແມ່ນເຫື່ອທີແຫ້ງຕິດຢູ່ກັບຜິວໜັງ ເວລາອາບນໍ້າຖູເປັນສີດໍາໆ ຄືຂີ້ດິນ ຫຼື ເປັນສີຂີ້ ຝຸ່ນໃນນໍ້າທີ່ແຂ້ນເຂົ້າຕິດຢູ່ກັບໝໍ້. ຄາໄຄແມ່ນຈາກໄປ, ໄຄຄ້າວ ແມ່ນເຫື່ອທີ່ອອກຜິດປົກກະຕິ.

ນອກນີ້, “ໄຄ” ຍັງໝາຍເຖິງ ໄຄ​ທີ່​ຢູ່​ໃນ​ນ້ຳ ແລະ ສາ​ມາດ​ເອົາ​ມາ​ເປັນ​ອາ​ຫານ​ຂອງ​ຄົນ ແລະ ສັດ​ໄດ້​ໂດຍ​ທົ່ວ​ໄປ​ແລ້ວ ຖ້າ​ເປັນ​ຄົນ​ລາວ ຄິດ​ວ່າ​ຄົງ​ຈະ​ເຄີຍ​ເຫັນ ແລະ ເຄີຍ​ກິນ​ມາ​ແລ້ວ​, ໄຄ​ຈະ​ມີ​ຫລາກ​ຫລາຍ​ແບບ​ແລ້ວ​ແຕ່​ວ່າ​ແຕ່​ລະ​ເຂດ ຫຼື ແຕ່​ລະ​ແຂວງ​ຈະ​ເຮັດ​ແບບ​ໃດ, ຈະ​ມີ​ຢູ່​ສອງ​ແບບ ໄຄ​ແຜ່ນ ແລະ ໄຄ​ນ້ຳ​ທີ່​ບໍ່​ໄດ້​ເຮັດ​ເປັນ​ແຜ່ນ, ຈະ​ເອົາ​ມາ​ເຮັດ​ເອາະ​ກິນ​ເຊິ່ງ​ເປັນ​ອາ​ຫານ​ທີ່​ຄົນ​ລາວ​ນິ​ຍົມ​ກິນ​ຫລາຍ.

SA Game
DooDiDo

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

 ຄວາມໝາຍຄຳວ່າໄຄ”.

“ໄຄ” (1. ຄໍາກິ ລິຍາວິເສດ) ແຄນຂຶ້ນ, ດີ, ເບົາບາງ (ໄຄແດ່, ດີຂຶ້ນແດ່ແລ້ວ): ຄາໄຄ ແມ່ນຈາກໄປ, ໄຄຄ້າວ ແມ່ນເຫື່ອທີ່ ອອກຜິດປົກ ກະຕິ. (2. ຄໍານາມ) ເຫື່ອທີແຫ້ງ ຕິດຢູ່ກັບຜິວໜັງ ຫຼື ຝຸ່ນໃນນໍ້າທີ່ແຂ້ນເຂົ້າຕິດຢູ່ກັບໝໍ້ ເອີ້ນ ຂີ້ໄຄ.

ຕົວ­ຢ່າງ: 

  • ໝູ່ເປັນໄຂ້ເລືອດອອກພັກວຽກໄດ້ 3 ມື້ແລ້ວ ປະຈຸບັນອາການໄຄຫຼາຍແລ້ວ ແລະ ຄິດວ່າອີກບໍ່ດົນຈະ ສາມາດມາເຮັດວຽກຕໍ່ໄດ້.
  • ລາບມື້ນີ້ລົດຊາດແຊບໄຄກວ່າລົດຊາດລາບວານນີ້ ເພາະປູງແຕ່ງໄດ້ທີ່ ເຊັ່ນ: ຄວາມນົວ, ຄວາມສົ້ມ ບໍ່ຈາງ ແລະ ບໍ່ເຄັມ ກິນແລ້ວຢາກກິນອີກ.

ສະຫຼຸບ.

ຄໍາວ່າ “ໄຄ” ໝາຍເຖິງແຄນຂຶ້ນ, ດີຂຶ້ນ, ເບົາບາງ. ນອກ ຈາກນີ້, ຍັງໝາຍເຖິງ ຂີ້ໄຄ ຫຼື ເຫື່ອທີແຫ້ງ ຕິດຢູ່ກັບຜິວໜັງ ຫຼື ຝຸ່ນໃນນໍ້າທີ່ແຂ້ນເຂົ້າຕິດຢູ່ກັບໝໍ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo