ຄໍາວ່າ “ຮ້ອງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຮ້ອງ” ​ໃນ​ພາ​ສາ​ລາວມີຄວາມໝາຍແນວໃດ?

ໃນ​ບົດ​ນີ້​ຈະ​ມາ​ອະ​ທິ​ບາຍຄໍາວ່າ “ຮ້ອງ” ໝາຍເຖິງການອອກສຽງຈາກປາກຄົນ ຫຼື ສັດ ເພື່ອເອີ້ນຫາ, ຮຽກຫາ, ຮ້ອງບອກໃຫ້ໄປ ຫຼື ມາ ຄືກັນກັບ “ແຂກ” ​ແຕ່​ການ​ຮ້ອງ​ອາດ​ຈະ​ເປັນ​ສຽງ​ດັງ​ແຮງ ຫຼື ຄ່ອຍ​ຕາມ​ຈັງ​ຫວະ ຫລື ສະ​ຖາ​ນະ​ການ​ນັ້ນໆ, ນອກ​ນັ້ນ, ຮ້ອງ​ຍັງ​ໝາຍ​ເຖິງ ຮ້ອງໃສ່ ຫຼື ການ​ຮ້ອງ​ເພງ​ທີ່​ໃຊ້​ສຽງ ແລະ ສຳ​ນວນ​ໃຫ້​ມີ​ຄວາມ​ອອນ​ຊອນ​ ແລະ ມ່ວນ​ຊື່ນ ຫລື ໂສກ​ເສົ້າ​ແລ້ວ​ແຕ່​ຄວາມ​ໝາຍ ແລະ ເນື້ອ​ໃນ​ຂອງ​ເພງນັ້ນເອງ.

ນອກນີ້, “ຮ້ອງ” ຍັງໝາຍເຖິງຮ້ອງລໍາທໍາເພັງ ດ້ວຍສຽງອັນໄພເລາະ, ມ່ວນຊື່ນ ໝາຍເຖິງການຮ້ອງໂຮໂຄສັງກາ ແມ່ນການຮ້ອງປ່າວແຮງໆ.ເວລາໄປປະສົມກັບຄໍາອື່ນຍັງໃຫ້ຄວາມ ໝາຍຕ່າງໄປເຊັ່ນ ຮ້ອງທຸກ ແມ່ນການບອກຄວາມທຸກ ເພື່ອຂໍຄວາມຊ່ວຍເຫຼືອ. ຮ້ອງຟ້ອງ ແມ່ນການຟ້ອງຜູ້ອື່ນ ຫຼື ຄູ່ກໍລະນີທີ່ຄັດແຍ້ງກັນ.

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

SA Game
DooDiDo

ຄວາມໝາຍຄຳວ່າ “ຮ້ອງ”.

“ຮ້ອງ” (1. ຄໍາກິລິຍາ). ການອອກສຽງ, ເອີ້ນຫາ, ຮຽກ, ບອກໃຫ້ໄປ ຫຼື ມາດັງໆ, ແຂກ, ຮ້ອງທຸກ ແມ່ນການບອກ ຄວາມທຸກ ເພື່ອຂໍຄວາມຊ່ວຍເຫຼືອ. ຮ້ອງເພງແມ່ນການຮ້ອງເປັນສຽງມ່ວນໆຕາມຄໍາກອນ. ຮ້ອງໂຮໂຄສັງກາ ແມ່ນການຮ້ອງປ່າວແຮງໆ.

ຕົວຢ່າງ:

  • ແມ່ຮ້ອງໃສ່ລູກທີ່ໄປຫຼີ້ນຢູ່ເຮືອນຂ້າງໆໃຫ້ກັບມາເຮືອນເພື່ອຊ່ວຍວຽກແມ່ໃນການກະກຽມອາຫານຄໍ່າ.
  • ໃນງານຄອນເສີດວານນີ້ ນັກຮ້ອງຮ້ອງເພັງມ່ວນຫຼາຍໃຜໆກໍມັນ ແລະ ພາກັນເຕັ້ນເປັນຈັ່ງຫວະຕາມ ເພັງທີ່ຮ້ອງ.
  • ອາຈານຮ້ອງໃສ່ນັກຮຽນທີ່ບໍ່ທັນຂຶ້ນຫ້ອງຢູ່ທາງນອກ ເພື່ອບອກໃຫ້ມາຂຶ້ນຫ້ອງ ເພາະຈະເລີ່ມການສອນ ແລ້ວ.

ສະຫຼຸບ.

ຄໍາວ່າ “ຮ້ອງ” ມີ​ຄວາມ​ໝາຍ​ວ່າ ການ​ສົ່ງ​ສຽງ​ອອກ​ມາ​ຈາກ​ສິ່ງ​ທີ່​ມີ​ຊິ​ວິດ ແລະ ອື່ນໆ, ນອກຈາກນັ້ນ ຄຳ​ວ່າ ຮ້ອງ ຍັງ​ຄ້າຍຄືກັນກັບແຂກ ແລ້ວຍັງແມ່ນການຮ້ອງເພັງ, ຮ້ອງຫາ, ຮ້ອງທຸກ, ຮ້ອງ​ຟ້ອງ ຕ່າງໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo