ຄໍາວ່າ “ແຄນ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ແຄນ” ​ໃນ​ພາ​ສາ​ລາວມີຄວາມໝາຍແນວໃດ?

ຄໍາວ່າ “ແຄນ” ໝາຍເຖິງອາການດີຂຶ້ນ ຫຼື ບໍ່ຮ້າຍປານໃດດັ່ງ ແຄນແດ່, ແຄນແລ້ວ, ແຄນຂຶ້ນຫຼາຍ ເປັນຕົ້ນ ມີຄວາມໝາຍຄືກັນກັບຄໍາວ່າ “ໄຄ” ດັ່ງ ໄຄແດ່, ໄຄແລ້ວ, ໄຄຂຶ້ນຫຼາຍ.

ນອກຈາກນັ້ນ, “ແຄນ” ຍັງໃຊ້ເອີ້ນຊື່ຕົ້ນໄມ້ແນວນຶ່ງເອີ້ນ ໄມ້ແຄນ ເປັນໄມ້ແນວນຶ່ງເກີດຢູ່ຕາມປ່າດົງດິບ ເນື້ອແຂງ ມີລໍາຕົ້ນຂະໜາດໃຫຍ່ ແລະ ສູງ, ມີຄວາມແຂງແກ່ນທົນທານ, ທົນປວກ, ທົນມອດກິນ ຄົນນໍາມາເຮັດເຮືອນ ຫຼື ເຟີນີເຈີ. ໄມ້ແຄນ ຍັງມີໄມ້ແຄນເຮືອພ້ອມ ນິຍົມນໍາມາເຮັດວົງກົບ ປະຕູ, ບານປະຕູ, ວົງກົບປ່ອງຢ້ຽມ, ບານປ່ອງຢ້ຽມ, ແປ້ນເຮືອນ, ຝາເຮືອນ, ໂຕະ, ຕັ່ງ ແລະ ແປຮູບ ເປັນໄມ້ລ່ຽມ, ໄມ້ເສົາ, ແກະສະລັກ ແລະ ເຮັດເຟີນີເຈີຕ່າງໆໄດ້ຢ່າງຫຼາກຫຼາຍ.

ນອກຈາກນີ້, “ແຄນ” ຍັງແມ່ນເຄື່ອງດົນຕີປະຈໍາຊາດຂອງຊາວລາວ, ເປັນ​ອຸ​ປະ​ກອນ​ດົນ​ຕີ​ທີ່​ຊາວ​ລາວ​ນຳ​ໃຊ້​ໃນ​ງານ​ມ່ວນ​ຊື່ນ​ຕ່າງໆ, ເປັນ​ຕົ້ນ​ແມ່ນ​ການ​ຂັບ​ລຳ, ຂັບ​ກອນ, ຮ້ອງ​ເພງ ແລະ ອື່ນໆ

SA Game
DooDiDo

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

 ຄວາມໝາຍຄຳວ່າແຄນ”.

“ແຄນ” (1. ຄໍາກິລິຍາວິເສດ) ໄຄ (ແຄນແດ່, ໄຄແດ່), ບໍ່ຮ້າຍປານໃດ. (2. ຄໍານາມ) ໄມ້ແນວນຶ່ງຂະໜາດໃຫຍ່ ແກ່ນແຂງ ໃຊ້ເຮັດເຄື່ອງເຮືອນໄດ້ດີທີ່ສຸດ. ເຄື່ອງດົນຕີຢ່າງນຶ່ງເຮັດດ້ວຍໄມ້ປ່ອງຫຼາຍອັນສຸບໃສ່ໃນເຕົ້າໃຊ້ປາກເປົ່າ.

ຕົວ­ຢ່າງ: 

  • ທັກສະການແປງລົດຂອງຂ້ອຍແມ່ນແຄນຂຶ້ນຫຼາຍ ເມື່ອທຽບກັບຕອນມາຮຽນແປງລົດໃໝ່ ເພາະຜົນອອກ ມາມີຄຸນະພາບ ແລະ ໃຊ້ເວລານ້ອຍກວ່າ.
  • ອາການເຈັບຂອງໝູ່ຂ້ອຍແຄນແດ່ແລ້ວ ຕາມລາວບອກວ່າອີກສອງມື້ສາມາດມາພົບ ແລະ ລົມວຽກກັນໄດ້.

ສະຫຼຸບ.

ສ່ວນຄໍາວ່າ “ແຄນ” ໝາຍວ່າອາການດີຂຶ້ນ ຫຼື ບໍ່ຮ້າຍປານໃດ ແລະ ຍັງໝາຍເຖິງຊື່ຕົ້ນໄມ້ແນວນຶ່ງ ເອີ້ນ ໄມ້ແຄນເປັນໄມ້ລໍາຕົ້ນໃຫຍ່ ແລະ ສູງ ມັກນໍາມາເຮັດ ແປ້ນ, ໄມ້ລ່ຽມ ເພື່ອເຮັດເຮືອນ ແລະ ເຟີນີເຈີຕ່າງໆ. “ແຄນ” ຍັງແມ່ນເຄື່ອງດົນຕີປະຈໍາຊາດລາວ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo