ຄໍາວ່າ “ໃຫຍ່” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ໃຫຍ່” ມີຄວາມໝາຍແນວໃດ?

ຄໍາວ່າ “ໃຫຍ່” ໝາຍເຖິງສິ່ງຂອງ ຫຼື ຢ່າງອື່ນທີ່ມີຂະໜາດກວ້າງຂວາງ, ສູງ ຫຼື ຍາວ ເມື່ອທຽບກັບສິ່ງໃດສິ່ງໜຶ່ງທີ່ມີຂະໜາດນ້ອຍກວ່າ ໃຫຍ່ແບ່ງອອກເປັນຫຼາຍລະດັບແຕກຕ່າງກັນໄປຕາມການສົມທຽບທີ່ມະນຸດ ສ້າງຂຶ້ນ ດ້ວຍຫົວໜ່ວຍວັດແທກ ເຊັ່ນ: ຫົວໜ່ວຍຄວາມຍາວ, ຫົວໜ່ວຍບໍລິມາດ, ຫົວໜ່ວຍທາງນໍ້າໜັກ ເປັນຕົ້ນ ແຕ່ຖ້າໃຫຍ່ຫຼາຍສາມາດເອີ້ນ ໃຫຍ່ໂຕມະໂຫລານ, ໃຫຍ່ຫຼວງ, ໃຫຍ່ມະຫືມາ ເປັນຕົ້ນ. ຄໍາວ່າ “ໃຫຍ່” ກົງກັນຂ້າມກັບ ຄໍາວ່າ “ນ້ອຍ”

ນອກຈາກນີ້, “ໃຫຍ່” ຍັງໃຊ້ເອີ້ນຄົນທີ່ບັນລຸພາວະທາງການສຶກສາ, ເອີ້ນຄົນທີ່ມີຄວາມຮູ້ຄວາມສາມາດ, ມີອໍານາດ ມີອິດທິພົນ (ຜູ້ໃຫຍ່) ຫຼື ມີອາຍຸສູງ ວ່າເປັນຜູ້ໃຫຍ່. ແຕ່ບໍ່ໄດ້ວ່າບັນດາຄົນເຫຼົ່ານັ້ນຈະຕ້ອງມີ ຮ່າງກາຍໃຫຍ່ສູງ ເພາະບາງຄົນອາດຈອຍ, ນ້ອຍ, ເຕ້ຍ ກໍເປັນໄດ້. “ໃຫຍ່” ນະທີ່ນີ້ກົງກັນຂ້າມກັບ ຄໍາວ່າ “ເດັກນ້ອຍ”.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າໃຫຍ່”.

“ໃຫຍ່” (1. ຄໍາກິລິຍາວິເສດ) ບໍ່ນ້ອຍ, ກົງກັນຂ້າມກັບນ້ອຍ.

ຕົວຢ່າງ:

  • ດວງຕາເວັນໃຫຍ່ມະຫືມາ ເມື່ອທຽບໃສ່ໜ່ວຍໂລກໃຫຍ່ກວ່າຫຼາຍເທົ່າ, ແຕ່ຖ້າທຽບໂລກເຮົາກັບ ເຮືອນທີ່ຄົນສ້າງຂຶ້ນໃຫຍ່ສຸດແມ່ນຍັງນ້ອຍກວ່າຫຼາຍລ້ານເທົ່າ.
  • ເຮືອຮົບອາເມລິກາມີເຮືອໃຫຍ່ຫຼາຍລໍາດ ສາມາດບັນທຸກເຄື່ອງບິນ, ລົດລາງພາຫະດ້ານການທະຫານຈໍານວນຫຼວງຫຼາຍ.
  • ວານນີ້ຜູ້ໃຫຍ່ໄດ້ລົມກັນ ເພື່ອຕັດສິນບັນຫາ, ຖອດຖອນບົດຮຽນການເຮັດວຽກຜ່ານມາ ແລະ ວາງແຜນການໃນການເຮັດວຽກໃນຕໍ່ໜ້າ.

ສະຫຼຸບ.

ຄໍາວ່າ “ໃຫຍ່” ແມ່ນວັດຖຸສິ່ງຂອງ ຫຼື ສິ່ງທີ່ມີຊີວິດ ຫຼື ຢ່າງອື່ນ ທີ່ມີຂະໜາດກວ້າງຂວາງ, ສູງ ຫຼື ຍາວ ບາງເທື່ອອາດມີບໍລິມາດ, ນໍ້າໜັກຫຼາຍ ແລະ ທຽບກັບສິ່ງອື່ນເຫັນວ່ານ້ອຍກວ່າ. ຖ້າໃຫຍ່ຫຼາຍ ເອີ້ນ ໃຫຍ່ໂຕມະໂຫລານ, ໃຫຍ່ຫຼວງ, ໃຫຍ່ມະຫືມາ. ຄໍາວ່າ “ໃຫຍ່” ກົງກັນຂ້າມກັບ ຄໍາວ່າ “ນ້ອຍ”. “ໃຫຍ່” ຍັງເອີ້ນຄົນທີ່ບັນລຸພາວະມີ ການສຶກສາສູງ, ມີຄວາມຮູ້ຄວາມສາມາດ, ມີອໍານາດ ມີອິດທິພົນ, ມີອາຍຸສູງກໍສາມາດຮຽກໄດ້ຄືກັນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo