ຄໍາວ່າ “ແວວ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ແວວ” ມີຄວາມໝາຍແນວໃດ?

ຄໍາວ່າ “ແວວ” ໝາຍເຖິງຄວາມເຫຼື້ອມແວວວາວ, ເຫຼື້ອມໃສ ຫຼື ສຸກໃສ ເປັນທີ່ສະດຸດສາຍຕາ ເຮັດໃຫ້ຄົນອື່ນສັງເກດໄດ້ດີ, ເຮັດໃຫ້ຄົນອື່ນຢາກເບີ່ງຢາກຊົມ ເຊັ່ນ: ດວງດາວສົ່ງແສງແວວວາວທົ່ວທ້ອງຟ້າ, ປາເຫຼື້ອມຢູ່ຫາດ ເປັນຕົ້ນ. ແຕ່ແວວບາງກໍລະນີກໍເຮັດໃຫ້ບໍ່ສາມາດແນມເບີ່ງ ຫຼຽວເບີ່ງໄດ້ເພາະເຫຼື້ອມສາຍ ຕາຍ້ອນແສງສະຫວ່າງເກີນໄປ ເຊັ່ນ: ແສງແດດກ້າແວວເກີນໄປ, ແສງໄຟສາຍສ່ອງແວວເຂົ້າຕາ ແລະ ອື່ນໆ. ຄໍາວ່າ “ແວວ” ກົງກັນຂ້າມກັບ ຄໍາວ່າ “ເສົ້າ, ໝອງ, ມືດ, ມຶດມົນ”

ນອກຈາກນີ້, “ແວວ” ຍັງໝາຍຖືກຮຽກຂານຂອງຄົນທົ່ວໄປຕໍ່ບຸກຄົນໃດໜຶ່ງທີ່ມີພອນສະຫວັນໃນການເຮັດ ຊຶ່ງສາມາດຮຽນຮູ້ໄດ້ໄວ ຫຼື ມີຫົວຄິດປະດິດສ້າງໃນການເຮັດ ສາມາດເຮັດໄດ້ດີ ແລະ ເປັນທີ່ປະທັບໃຈ ຂອງຄົນອື່ນ ເອີ້ນ ຄົນມີແວວ ເຊັ່ນ: ມີແວວໃນການຄ້າຂາຍ, ມີແວວໃນການເຈລະຈາ, ມີແວວໃນການ ອອກແບບ, ມີແວວເປັນເຈົ້າເປັນນາຍ ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າແວວ”.

“ແວວ” (1. ຄໍາກິລິຍາວິເສດ) ເຫຼື້ອມໃສ, ສຸກໃສ

ຕົວຢ່າງ:

  • ມື້ກ່ອນຕອນຕອນເດີກທ່ຽງຄືນ, ຂ້ອຍຕື່ນມາເຫັນທ້ອງຟ້າແຈ່ມໃສ ແລະ ມີໝູ່ດວງດາວສົ່ງແສງແວວວາວໄປທົ່ວທ້ອງຟ້າ.
  • ໃນຂະນະທີ່ຂີ່ລົດໂດຍສານຢູ່ນັ້ນ, ແສງຕາເວັນຕ້ອງສາຍຄໍຄໍາແມ່ຕູ້ສາ ທີ່ນັ່ງຢູ່ຂ້າງກັນ ເຮັດໃຫ້ມັນມີແສງແວວວາວເຫຼື້ອມສະດຸດຕາ.
  • ທ້າວ ສີສຸກ ເປັນຄົນມີແວວໃນການປະດິດຄິດສ້າງເຄື່ອງໃຊ້ໃນເຮືອນເປັນຕົ້ນ ສ້າງລະບົບສົ່ງນໍ້າ ອັດສະລິຍະໂດຍບໍ່ໃຊ້ເຄື່ອງປໍ້ານໍ້າ ແລະ ອື່ນໆ.

ສະຫຼຸບ.

ຄໍາວ່າ “ແວວ” ແມ່ນຄວາມເຫຼື້ອມແວວວາວ ເປັ່ງປະກາຍແສງຂອງວັດຖຸສິ່ງຂອງ ຫຼື ຢ່າງອື່ນ, ແມ່ນເຫຼື້ອມໃສ, ແມ່ນສຸກໃສ ສະດຸດສາຍຕາ. ແຕ່ບາງເທື່ອກໍ່ແວວເກີນໄປເຮັດໃຫ້ບໍ່ສາມາດເບີ່ງໄດ້ເພາະແສງເຫຼື້ອມສາຍຕາຫຼາຍ. ຄໍາວ່າ “ແວວ” ກົງກັນຂ້າມກັບ ຄໍາວ່າ “ເສົ້າ, ໝອງ, ມືດ, ມຶດມົນ”. ນອກຈາກນີ້, “ແວວ” ໝາຍເຖິງພອນສະຫວັນຂອງຄົນ ເອີ້ນ ມີແວວ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo