ຄໍາວ່າ “ຫຍ້າ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຫຍ້າ” ມີຄວາມໝາຍແນວໃດ?

ຄໍາວ່າ “ຫຍ້າ” ໝາຍເຖິງວັດສະພືດຢ່າງໜຶ່ງທີ່ເກີດຂຶ້ນຕາມພື້ນດິນ ແລະ ມີຫຼາຍແນວແຕກຕ່າງກັນໄປ, ບາວແນວກໍສູງຖ້ວມຫົວ, ບາງແນວກໍເຕ້ຍຕິດດິນ, ບາງແນວໃບເປ (ໃບເປັນແຜ່ນ), ບາງແນວໃບມົນ, ບາງແນວໃບສີຂຽວ, ບາງແນວໃບສີເຫຼືອງອ່ອນ, ບາງແນວສີແດງອ່ອນ ແລະ ອື່ນໆ ແລ້ວແຕ່ສະພາບແວດລ້ອມ. ຫຍ້າບາງແນວກໍກິນໄດ້, ບາງແນວກໍເປັນຢາ, ບາງແນວໃຊ້ລ້ຽງສັດ, ບາງແນວກໍໃຊ້ປູກເພື່ອສວຍງາມ ເປັນຕົ້ນ.

“ຫຍ້າ” ທີ່ມີຢູ່ລາວ ໂດຍລວມເກີດຂຶ້ນແບບທໍາມະຊາດ ແລະ ແຕກຕ່າງກັນ ເຊັ່ນ ຫຍ້າຂີ້ໄກ່, ຫຍ້າຂີ້ອົ້ນ, ຫຍ້າໂຄຍງູ, ຫຍ້າ ງວງຊ້າງ, ຫຍ້າຂ້າໜອນ, ຫຍ້າຈີ່ນາຍກ້ອມ, ຫຍ້າຍ່ຽວມາ, ຫຍ້າຕ້ານເຊື້ອ, ຫຍ້າຍຸບ, ຫຍ້ານໍ້ານົມໃບນ້ອຍ, ຫຍ້ານໍ້ານົມໃບໃຫຍ່, ຫຍ້າຜາກຄວາຍ, ຫຍ້າແຝກ, ຫຍ້າແພກ, ຫຍ້າແພດ, ຫຍ້າພັນງູຂຽວ, ຫຍ້າມຸ້ງກະຕ່າຍ, ຫຍ້າຫ້ອມແກ່ວ, ຫຍ້າໜວດແມວ, ຫຍ້າຫວ້ານຈ້ອຍ, ຫຍ້າຂວາກ, ຫຍ້າວຸງວາຍ (ຫຍ້າຂິວ ຫຼື ຫຍ້າຝລັ່ງ ກໍວ່າ) ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຫຍ້າ”.

“ຫຍ້າ” (1. ຄໍານາມ) ພືດຈໍາພວກເກີດຕາມພື້ນດິນ ມີຫຼາຍແນວ ດັ່ງ ຫຍ້າແຝກ, ຫຍ້າປ້ອງ, ຫຍ້າຂວາກ, ຫຍ້າມຸ້ງກະຕ່າຍ ເປັນຕົ້ນ.

ຕົວຢ່າງ:

  • ໃນຟາມລ້ຽງງົວ ໄດ້ມີການຕັດຫຍ້າເນເປຍ ຊຶງເປັນຫຍ້າພັນນໍາເຂົ້າມາປູກ ເຮັດເປັນກອງໃຫຍ່ ກ່ອນນໍາມາຊັບໃຫ້ມູ່ນ ແລະ ນໍາໄປເກືອງົວ.
  • ຫຍ້າກ່ານປ້ອງ ເປັນຫຍ້າທີ່ເກີດຂຶ້ນຢູ່ຕາມຫ້ວຍທາງແຂວງພາກເໜືອ ແລະ ເປັນສະໝູນໄພໃນການປົວໜີ້ວ ພ້ອມທັງເປັນຢາບໍາລູງອີກດ້ວຍ.

ສະຫຼຸບ.

ຄໍາວ່າ “ຫຍ້າ” ແມ່ນວັດສະພືດທີ່ເກີດຂຶ້ນຕາມພື້ນດິນ ອາດຈະຢູ່ດິນພຽງ, ຢູ່ດິນໂນນ ຫຼື ບາງເທື່ອຢູ່ພູກະ ມີ; ຫຍ້າມີຫຼາຍແນວແຕກຕ່າງກັນໄປ, ບາວແນວສູງ, ບາງແນວເຕ້ຍຕິດດິນ, ຫຼາຍແນວກິນໄດ້, ຫຼາຍແນວເປັນສະໝູນໄພ, ຫຼາຍແນວໃຊ້ລ້ຽງສັດ. ຫຍ້າສ່ວນໃຫຍ່ມີສີຂຽວ ແຕ່ກໍມີຫຼາຍແນວມີສີແຕກຕ່າງອອກໄປ ດັ່ງ ມີສີເຫຼືອງອ່ອນ, ສີແດງອ່ອນ ແລະ ອື່ນໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo