ຄໍາວ່າ “ໃສ້” ແລະ “ໃຊ້” ມີຄວາມໝາຍຄືກັນຕ່າງ​ກັນ​ແນວ​ໃດ?

SA Game

DooDiDo

ອະທິບາຍຄວາມໝາຍຂອງຄໍາວ່າ “ໃສ້” ແລະ “ໃຊ້”

ຄໍາວ່າ “ໃສ້” ແລະ “ໃຊ້” ມີການອອກສຽງໃກ້ຄຽງກັນມີພຽງການເນັ້ນສຽງຕໍ່າກັບສຽງສູງ ແຕ່ມີຄວາມໝາຍແຕກຕ່າງກັນອອກໄປດັ່ງນີ້.

ຄຳວ່າ “ໃສ້” ຫຼື ລໍາໃສ້ ແມ່ນອະໄວຍະວະຢ່າງນຶ່ງຂອງຄົນ ແລະ ສັດ ຢູ່ພາຍໃນຮ່າງກາຍຕໍ່ຈາກກະເພາະຍາວ ລົງໄປຮອດຮູທະວານ ຫຼື ຮູຂີ້. ລໍາໃສ້ເປັນທາງເດີນອາຫານຈາກກະເພາະລົງໄປຈົນອອກຈາກຮ່າງກາຍຂອງຄົນ ແລະ ສັດຢູ່ຮູທະວານ, ໃສ້ ຂອງຄົນ ແລະ ສັດມີຂະໜາດ, ຄວາມຍາວແຕກຕ່າງກັນໄປ ຂຶ້ນກັບສະນິດ. ໂດຍທົ່ວ ໄປໃສ້ຂອງຄົນແບ່ງອອກເປັນໃສ້ອ່ອນ ແລະ ໃສ້ແກ່ ຊຶ່ງລໍາໃສ້ອ່ອນແມ່ນຢູ່ສ່ວນຕົ້ນທີ່ຕໍ່ກະເພາະ ແລະ ລໍາໃສ້ແກ່ ຕໍ່ຈາກລໍາໃສ້ອ່ອນລົງຮອດທະວານໜັກຍາວປະມານ 1,5 ແມັດ. ນອກນັ້ນ, ຍັງມີໃສ້ຕິ່ງອອກດ້ວຍ.

“ໃສ້” ຍັງ ເອີ້ນອາການພະຍາດຄື: ໃສ້ເລື່ອນ, ໃສ້ອັກເສບ, ເຈັບໃສ້ຕິ່ງ ແລະ ອື່ນໆ. “ໃສ້” ໃຊ້ເອີ້ນອາຫານຈໍານວນນຶ່ງເຊັ່ນ: ໃສ້ກອກ, ໃສ້ອົ່ວ, ຍໍາໃສ້ຕັນ ເປັນຕົ້ນ ແລະ ຍັງໃສ້ເອີ້ນສິ່ງຂອງທີ່ມີການຍັດໃສ້ດັ່ງ ໃສ້ດິນສໍ, ໃສ້ກອງອາກາດ ແລະ ອື່ນໆ. ແຕ່ຄໍາວ່າ “ໃສ້ແຕກ” ແມ່ນການເວົ້າໃຫ້ຄົນທີ່ກິນອາຫານອີ່ມແລ້ວຍັງຝືນກິນອີກ, ໃສ້ເສິກແມ່ນຄົນຜູ້ ເປັນສັດຕູທີ່ລອຍເຂົ້າມາຢູ່ໃນສໍານັກ ເພື່ອສືບເຫດການ ຫຼື ຍົວະເຍົ້າ, ໃສ້ຕະກຽງແມ່ນບ່ອນໄຟ ລຸກໃນດວງຕະ ກຽງ, ໃສ້ຕັນແມ່ນເຄືອແນວນຶ່ງໃນເຄືອມີຈາວເປັນຄືໃສ້ຕັນຢູ່ ເອີ້ນ ເຄືອໃສ້ຕັນ.

SA Game
DooDiDo

ຄໍາວ່າ “ໃຊ້” ໝາຍເຖິງການຂູ່ເຂັນ, ບັງຄັບໃຫ້ເຮັດຂອງທີ່ຜູ້ໃຫຍ່ ຫຼື ຜູ້ມີອໍານາດຕໍ່ຜູ່ທີ່ດ້ອຍກວ່າ ຊຶ່ງເປັນຜູ້ຖືໃຊ້ ຫຼື ຄົນຮັບໃຊ້ ຫຼື ຂ້ອຍຮັບໃຊ້ (ຂ້າຮັບໃຊ້ກໍວ່າ) ເຊັ່ນ: ໃຊ້ຖູເຮືອນ, ໃຊ້ແຕ່ງກິນ, ໃຊ້ເຮັດນາ. “ໃຊ້” ຍັງແມ່ນການ ໃຊ້ຈ່າຍ ຫຼື ຈັບຈ່າຍຊື້ສອຍ. ພ້ອມນັ້ນ, “ໃຊ້” ຍັງແມ່ນໃຊ້ແທນຄືນ, ໃຊ້ໜີ້ໃຊ້ສິນ, ໃຊ້ເງິນ, ໃຊ້ຄືນ, ໃຊ້ເວນ, ໃຊ້ກຳ. “ໃຊ້” ຍັງໝາຍເຖິງການເຮັດໃຫ້ເປັນປະໂຫຍດແກ່ຕົນ ດັ່ງ ໃຊ້ເປັນປະໂຫຍດ, ໃຊ້ກຽນ, ໃຊ້ຟືນ, ໃຊ້ນໍ້າ ແລະ ອື່ນໆ.

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

ຄວາມໝາຍຄຳວ່າໃສ້”.

“ໃສ້” (1.ຄໍານາມ) ອະໄວຍະວະພາຍໃນຂອງຄົນ ແລະ ສັດ ເປັນບ່ອນໃສ່ອາຫານ, ຂອງທີ່ຍາວ ເປັນໃຈກາງ ຫຼື ຢູ່ກາງ.

ຕົວຢ່າງ:

  • ຄົນໄຂ້ທີ່ເຈັບລໍາໃສ້ມາຫາທ່ານໝໍ, ຫຼັງຈາກກວດເຫັນວ່າລໍາໃສ້ແກ່ມີບາດແຜ ແລະ ອັກເສບ ຊຶ່ງຕ້ອງໄດ້ ກິນຢາ ແລະ ຄະລໍາອາຫານ ຈົນກວ່າຈະດີ.
  • ໃສ້ອົ່ວແມ່ນເຮັດຈາກການເອົາຊີ້ນ ແລະ ສ່ວນປະກອບດ້ວຍຂ່າ, ສີໄຄ, ຜັກຫອມ ແລະ ໝາກເຜັດ ພ້ອມ ດ້ວຍເຄື່ອງເທດຕ່າງໆມາຍັດໃສ່ໃສ້ທີ່ໄດ້ກຽມໄວ້.

ຄວາມໝາຍຄຳວ່າໃຊ້”.

“ໃຊ້” (1. ຄໍາກິລິຍາ) ບັງຄັບໃຫ້ເຮັດ, ຈັບຈ່າຍ, ແທນຄືນ (ໃຊ້ໜີ້) ເອົາມາເຮັດໃຫ້ເປັນປະໂຫຍດແກ່ຕົນ ດັ່ງ ໃຊ້ກຽນ, ໃຊ້ຟືນ, ໃຊ້ນໍ້າ ແລະ ອື່ນໆ.

ຕົວຢ່າງ:

  • ນາຍທີ່ເປັນເຈົ້າຂອງໂຮງງານ ໄດ້ໃຊ້ລູກນ້ອງໃຫ້ສົ່ງເຄື່ອງໃຫ້ລູກຄ້າທີ່ໂທມາສັ່ງເຄື່ອງໃຫ້ແລ້ວກ່ອນຄໍ່າ.
  • ທ້າວສີ ຕິດໜີ້ທ້າວສາເປັນເວລາຫຼາຍປີ ຫາກໍເອົາເງິນມາໃຊ້ໜີ້ ແລະ ຍັງສະແດງສີໜ້າບໍ່ພໍໃຈທີ່ຖືກທວງ ເງິນຫຼາຍເທື່ອ.
  • ໃນຍຸກປະຈຸບັນ, ມະນຸດເຮົາໃຊ້ຍານຍົນ ເພື່ອການຄົມມະນາຄົມເຫັນວ່າທັນສະໄໝກວ່າແຕ່ກ່ອນຫຼາຍເທົ່າ.

ສະຫຼຸບ.

ຄໍາວ່າ “ໃສ້” ແລະ “ໃຊ້” ມີການອອກສຽງໃກ້ຄຽງກັນມີພຽງການເນັ້ນສຽງຕໍ່າກັບສຽງສູງ ແຕ່ມີຄວາມໝາຍແຕກຕ່າງກັນອອກ. ເພາະຄໍາວ່າ “ໃສ້” ໝາຍເຖິງ

ຄຳວ່າ “ໃສ້” ໝາຍເຖິງລໍາໃສ້ ຊຶ່ງເປັນອະໄວຍະວະຢ່າງນຶ່ງຂອງຄົນ ແລະ ສັດ ເປັນທາງເດີນອາຫານຍາວຕໍ່ ຈາກກະເພາະຍາວລົງໄປຮອດຮູທະວານ ຫຼື ຮູຂີ້. ໃສ້ຂອງຄົນແບ່ງອອກເປັນໃສ້ອ່ອນ (ສ່ວນຕົ້ນທີ່ຕໍ່ກະເພາະ) ແລະ ໃສ້ແກ່ (ຕໍ່ຈາກລໍາໃສ້ອ່ອນລົງຮອດທະວານໜັກ). “ໃສ້” ຍັງໃຊ້ເອີ້ນອາການພະຍາດທີ່ເກີດກັບລໍາໃສ້, ໃຊ້ເອີ້ນເປັນຊື່ອາຫານທີ່ໃຊ້ໃສ້ເຮັດ ແລະ ເອີ້ນສິ່ງຂອງອີກຈໍານວນນຶ່ງ. ສ່ວນຄໍາວ່າ “ໃຊ້” ໝາຍເຖິງໃຊ້ຜູ້ອື່ນ ເພື່ອເຮັດວຽກ ຊຶ່ງເບີ່ງໂດຍລວມແລ້ວແມ່ນລັກສະນະເປັນການບັງຄັບອີກຢ່າງນຶ່ງ. “ໃຊ້” ແມ່ນການໃຊ້ຈ່າຍ. “ໃຊ້” ຍັງແມ່ນໃຊ້ແທນຄືນ ຫຼື ໃຊ້ໜີ້ໃຊ້ສິນ. “ໃຊ້” ຍັງແມ່ນການໃຊ້ປະໂຫຍດອີກດ້ວຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo