ຄໍາວ່າ “ຢາງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຢາງ” ມີຄວາມໝາຍແນວໃດ?

ຄໍາວ່າ “ຢາງ” ແມ່ນຂອງແຫຼວ ແລະ ໜຽວຄ້າຍຄືກາວ ຊຶ່ງໄດ້ມາຈາກຕົ້ນໄມ້, ໝາກໄມ້ ເຊັ່ນ: ຢາງແປກ, ຢາງສົນ, ຢາງພາລາ, ຢາງໝາກຫຸ່ງ, ຢາງໝາກມ່ວງ, ຢາງໝາກຢາງ, ຢາງໝາກນໍ້ານົມ ແລະ ອື່ນໆ. “ຢາງ” ຍັງແມ່ນສິ່ງທີ່ໄດ້ຈາກການຜະລິດທາງອຸດສາຫະກໍາ ດັ່ງ ຢາງພາລາສະຕິກ, ຢາງໝາກຕອຍ, ຢາງປູທາງ, ຢາງມັດຜົມ, ຢາງລົດ, ຢາງລຶບ, ຢາງຢືດ, ຢາງລໍ້ໃນລົດ, ຢາງນອກຕີນລົດແຕ່ຖ້າຢາງຖືກ ເຫຼັກ ຫຼື ສິ່ງອື່ນໆປັກແລ້ວແວບລົງ ເອີ້ນຢາງຮົ່ວ ແລະ ຖ້າລະເບີດເອີ້ນ ຢາງແຕກ.

ນອກຈາກນີ້, “ຢາງ” ຍັງໃຊ້ເອີ້ນຕົ້ນຢ່າງພາລາ ຊຶ່ງເປັນຕົ້ນໄມ້ແນວນຶ່ງມີລໍາຕົ້ນສູງ ແລະ ຄົນເຮົາກິດ ຫຼື ຂຸດ, ປາດເປືອກ ແລະ ໃຫ້ນໍ້າຢາງອອກມາ ເພື່ອໃຊ້ໃນອຸດສາຫະກໍາ ເພື່ອຜະລິດຕິນລົດ, ເສື່ອນອນ ແລະ ສິ່ງຮັບໃຊ້ອື່ນໆ. ພ້ອມນັ້ນ, “ຢາງ” ແມ່ນຊື່ເອີ້ນເຄືອຕົ້ນໄມ້ແນວນຶ່ງ ຊຶ່ງໜ່ວຍມີຢາງຫຼາຍໜ່ວຍສຸກສາມາດກິນໄດ້ ເອີ້ນໝາກຢາງ ສາມາດພົບເຫັນໄດ້ຢູ່ແຂວງພາກໃຕ້ຂອງລາວ. ອີກຢ່າງນຶ່ງ “ຢາງ” ແມ່ນຊື່ປາຢາງ ຊຶ່ງເປັນປາທີ່ບໍ່ມີເກັດແນວນຶ່ງຄ້າຍຄືປາຫູໝາດ. ແຕ່ “ຢາງກຸ້ງ” ແມ່ນຊື່ນະຄອນຫຼວງຂອງປະເທດສະຫະ ພັນມຽນມາ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຢາງ”.

“ຢາງ” (1. ຄໍານາມ) ຂອງແຫຼວ ແລະ ໜຽວທີ່ໄຫຼອອກຈາກຕົ້ນໄມ້. ຕົ້ນໄມ້ແນວນຶ່ງມີຢາງ ເອີ້ນຕົ້ນຢາງ ພາລາ. ຮຽກສິ່ງຕ່າງໆທີ່ເຮັດຈາກຢາງພາລາ ເປັນຕົ້ນ ຢາງລົດ, ຢາງລໍ້ໜ້າ, ຢາງລໍ້ຫຼັງ, ຢາງລຶບ ແລະ ອື່ນໆ. ຊື່ຕົ້ນໄມ້ເປັນເຄືອແນວນຶ່ງຕາມເຄືອ ແລະ ໜ່ວຍມີຢາງ ຫຼາຍໜ່ວຍສຸກກິນໄດ້ ຮຽກເຄືອໝາກຢາງ. ຊື່ປາບໍ່ມີເກັດແນວນຶ່ງຕົວຄືປາຫູໝາດ ແຕ່ມີເມືອກເປັນຢາງ ອອກຈາກຫູຫຼາຍ.

ຕົວຢ່າງ:

  • ວານນີ້ປິດໝາກມ່ວງນ້ອຍເພື່ອກິນສົ້ມ ແຕ່ຢາງມັນສິດເຂົ້າຕາ ເຮັດໃຫ້ຕ້ອງລ້າງຕາດ້ວຍນໍ້າສະ ອາດ.
  • ການປູກຕົ້ນຢາງພາລາແມ່ນຕ້ອງໄດ້ເອົາໃຈໃສ່ເບີ່ງແຍງເປັນພິເສດ ພໍອາຍຸມັນໄດ້ 6 ປີ ຈິ່ງສາ ມາດກິດເອົານໍ້າຢາງມັນໄດ້.
  • ໃນການເດີນທາງໄປສະໜາມບີນ ພໍແຕ່ຮອດເຄີ່ງທາງລົດໄດ້ຢຽບເຫຼັກຕະປູ ເຮັດໃຫ້ຕີນລົດຮົ່ວ ແລະ ໃຊ້ເວລາປ່ຽນຕີນສໍາຮອງ 5 ນາທີ.

ສະຫຼຸບ.

ຄໍາວ່າ “ຢາງ” ແມ່ນນໍ້າຢາງແຫຼວ ແລະ ໜຽວມີທັງຢາງໄມ້, ຢາງໝາກໄມ້. “ຢາງ” ຍັງລວມເອົາຂອງ ແຫຼວ ແລະ ໜຽວທີ່ຜະລິດຈາກອຸດສາຫະກໍາຕ່າງໆ ເຊັ່ນກັນ ແລະ ຍັງມີຢາງທີ່ບໍ່ເປັນຂອງແຫຼວ ດັ່ງ ຢາງພາລາແຫ້ງ, ຢາງຕີນລົດ ແລະ ອື່ນໆ. ນອກນີ້, “ຢາງ” ຍັງໝາຍເຖິງຕົ້ນຢ່າງພາລາ ຊຶ່ງເວລາເຮົາ ຂຸດເປືອກເພື່ອເອົານໍ້າຢາງມັນ. ພ້ອມນັ້ນ, “ຢາງ” ຍັງແມ່ນເຄືອໄມ້ແນວນຶ່ງ ເອີ້ນໝາກຢາງ. “ຢາງ” ຍັງ ໝາຍເຖິງປາຢາງຊະນິດນຶ່ງ ຄ້າຍຄືປາຫູໝາດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo