ຄໍາວ່າ “ກະ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ກະ” ມີຄວາມໝາຍແນວໃດ?

ຄໍາວ່າ “ກະ” ແມ່ນຊື່ຜີປອບທີ່ແກ່ກ້າວິຊາ ເອີ້ນ ຜີກະ ຕາມຄວາມເຊື່ອຂອງຄົນສະໄໝກ່ອນ ແລະ ປະຈຸ ບັນແມ່ນຍັງປະກົດໃຫ້ເຫັນໃນບາງທ້ອງຖີ່ນອີກດ້ວຍ ໂດຍສະເພາະແມ່ນເຂດທີ່ວິທະຍາສາດການແພດສະ ໄໝໃໝ່ ແລະ ການສຶກສາຍັງເຂົ້າບໍ່ຮອດ ຫຼື ບໍ່ເຂົ້າໃຈເລິກເຊິ່ງ. ຄົນບູຮານ ເຊື່ອກັນວ່າ ເມື່ອຜີກະເຂົ້າສິງ ຄົນແລ້ວບໍ່ຍອມອອກປາກ ຫຼື ເວົ້າວ່າຕົນແມ່ນໃຜ ເຖິງວ່າຈະຖືກໝໍຜີປາບ ຫຼື ໃຊ້ວິຊາອາຄົມເຮັດໃຫ້ຍອມ ກໍຕາມ.

ນອກຈາກນີ້, “ກະ” ຍັງໝາຍເຖິງການຄາດຄະເນ ຫຼື ປະມານສິ່ງໃດນຶ່ງ ດັ່ງ ຈາກການສັງເກດຮູບຮ່າງກະ ວ່າໜັກ 100 ກິໂລ, ກະວ່າໄກ 10 ກິໂລແມັດ, ກະວ່າຈະໄດ້ເງິນ, ກະວ່າໝູ່ຈະບໍ່ມາ, ກະວ່າວຽກແລ້ວ ຊ້າ. ພ້ອມນັ້ນ, “ກະ” ຍັງໃຊ້ຂຶ້ນຕົ້ນ ຫຼື ເປັນພະຍາງໜ້າຂອງຄໍາຕ່າງໆ ເຊັ່ນ: ກະແຈ ໝາຍເຖິງເຄື່ອງ ໃສ່ຜັກຕູ (ປະຕູ), ຕູ້, ຫີບ ເພື່ອບໍ່ໃຫ້ສາມາດໄຂໄດ້. ກະຈອກແມ່ນນົກຈອກ ຫຼື ບຸກຄົນທີ່ໃຈບໍ່ກ້າ, ກະຈ່າງ ແມ່ນແຈ້ງສະຫວ່າງ, ກະສັດແມ່ນພະເຈົ້າແຜ່ນດິນ, ກະດ້າງແມ່ນບໍ່ອ່ອນນ້ອມ ຫຼື ແຂງ, ກະດາດແມ່ນ ເຈ້ຍ, ກະດານ ແມ່ນແຜ່ນແປ້ນ ເປັນຕົ້ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າກະ”.

“ກະ” (1. ຄໍານາມ) ເປັນຊື່ຮຽນ ຜີປອບທີ່ແກ່ກ້າ ເຂົ້າຄົນແລ້ວບໍ່ອອກປາກ ຮຽກວ່າ ຜີກະ (ຕາມ ຄວາມເຊື່ອບູຮານ). (2. ຄໍາກິລິຍາ) ປະມານ, ກໍານົດ, ໝາຍ, ຄະເນ. ເປັນພະຍາງໜ້າຂອງຄໍາທີ່ຂຶ້ນຕົ້ນ ດ້ວຍ ກະ ດັ່ງ ກະຈາ, ກະແຈ, ກະຈອນ, ກະແສ, ກະຊະ, ກະດານ, ກະແຕ, ກະຮອກ ແລະ ອື່ນໆ.

ຕົວຢ່າງ:

  • ຄົນຊ່າກັນໝົດບ້ານວ່າແມ່ຕູ້ເຮືອນຢູ່ທ້າຍບ້ານເປັນຜີກະມັກເຂົ້າສິງໄທບ້ານໄທເມືອງຢູ່ເລື້ອຍໆ ເຮັດໃຫ້ຄົນພົບເຫັນຢ້ານກັນທົ່ວໜ້າ.
  • ນັດຊິງແຊມໂລກບານເຕະບານລະຫວ່າງປະເທດຝລັ່ງເສດ ແລະ ປະເທດບຼາຊິວ ກະວ່າບຼາຊິວ ຈະໄດ້ແຊມ.
  • ກະດານ, ກະແຈ, ກະດົ້ງ ລ້ວນແຕ່ແມ່ນອຸປະກອນຮັບໃຊ້ທີ່ຄົນເຮົາປະດິດຂຶ້ນມາ ເພື່ອໃຊ້ໃນຊີວິ ປະຈໍາວັນ.

ສະຫຼຸບ.

ຄໍາວ່າ “ກະ” ແມ່ນຊື່ຜີກະຜີປອບທີ່ແກ່ກ້າວິຊາ ຕາມຄວາມເຊື່ອຂອງຄົນບູຮານ ແລະ ປະຈຸບັນຍັງປະກົດ ມີຢູ່ບາງທ້ອງຖີ່ນເຂດຊົນນະບົດ. ນອກຈາກນີ້, “ກະ” ຫຼື ກະວ່າ ຍັງແມ່ນການຄາດຄະເນ, ປະມານ ຫຼື ກໍນົດດ້ວຍການຄິດວ່າຈະເປັນ. “ກະ” ເປັນຄໍາທີ່ໃຊ້ຂຶ້ນຕົ້ນພະຍາງ ຫຼື ນໍາໜ້າຄໍາຕ່າງໆ ແລະ ໃຫ້ຄວາມ ໝາຍແຕກຕ່າງກັນອອກໄປ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo