ຄໍາວ່າ “ໃບ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ໃບ” ມີຄວາມໝາຍແນວໃດ?

ຄໍາວ່າ “ໃບ” ໝາຍເຖິງໃບໄມ້ ຊຶ່ງເປັນສ່ວນນຶ່ງຂອງຕົ້ນໄມ້ທີ່ຕິດກັບງ່າ ຫຼື ກ້ານ. ໃນການດໍາລົງຊີວິດ ມະນຸດນອກຈາກກິນຊີ້ນແລ້ວ ຄົນເຮົາຍັງກິນໃບໄມ້ເປັນອາຫານອີກດ້ວຍ. ໃບໄມ້ມີທັງໃບແກ່ໃບອ່ອນຫຼາຍ ແນວກໍເປັນຢາ. ໃນໂລກນີ້ມີຕົ້ນໄມ້ໃບຫຍ້າຫຼາກຫຼາຍເຊັ່ນ: ໃບກະທັນ, ໃບໝາກຂຽບ, ໃບມອນ, ໃບຊາ, ໃບຕອງ, ໃບໝາກກ້ຽງ, ໃບຂີ້ຫູດ, ໃບມັນຕົ້ນ, ໃບພູ ແລະ ໃບອື່ນໆອີກ. ພ້ອມກັນນັ້ນ, “ໃບ” ຍັງໝາຍ ເຖິງແຜ່ນຜ້າເຮືອໃບສໍາລັບປ້ານລົມໃຫ້ເຮືອແລ່ນເອີ້ນໃບເຮືອ ຊຶ່ງສ່ວນໃຫຍ່ແມ່ນເຮືອຢູ່ທະເລ ຫຼື ມະຫາ ສະມຸດ.

ນອກຈາກນີ້, ຍັງເອີ້ນເຄື່ອງໃຊ້ສອຍຈໍານວນນື່ງວ່າໃບ ເຊັ່ນ: ຖ້ວຍນຶ່ງໃບ, ຈານນຶ່ງໃບ, ໃບພັດລົມ, ໃບ ມິດແຖ ເປັນຕົ້ນ. ໃຊ້ເອີ້ນແຜ່ນບາງໆຄື: ເຈ້ຍນຶ່ງໃບ, ເງິນໃບຫ້າພັນ, ໃບຮຸ້ນ, ໃບຫວຍ, ໃບຫູສອງໃບ. ເອີ້ນໜັງສືທີ່ໃຊ້ເຈ້ຍຂຽນ ຫຼື ພີມວ່າໃບຂຶ້ນຕົ້ນເຊັນກັນ ດັ່ງ: ໃບສຸທິ ແມ່ນໜັງສືສະແດງຄວາມບໍລິບູນຂອງ ຜູ້ຖື, ໃບສໍາຄັນ ແມ່ນໜັງສືສໍາຄັນສໍາລັບຮັບຮອງຂໍ້ເທັດຈິງຄວາມຖືກຕ້ອງ ຫຼື ສິດທິ, ໃບຊາຕາ ແມ່ນໜັງ ສື ວັນ ເດືອນ ປີ ເກີດ, ໃບເບີກ ແມ່ນໜັງສືເບີກເງິນ ຫຼື ສິ່ງຂອງ.

SA Game
DooDiDo

ໃບຢັ້ງຢືນ ແມ່ນໜັງສືຮັບຮອງ, ໃບຮັບ ແມ່ນໜັງສືຮັບຮອງວ່າໄດ້ຮັບເງິນ ຫຼື ສິ່ງຂອງ, ໃບຂັບຂີ່ ແມ່ນໜັງສືອະນຸຍາດໃຫ້ສາມາດຂັບຂີ່ລົດ ໄດ້, ໃບສະໝັກ ແມ່ນໜັງສືສະໝັກ, ໃບສະເໜີ ແມ່ນໜັງສືສະເໜີ, ໃບສົ່ງຂອງ ແມ່ນໜັງສືລະບຸລາຍລະອຽດ ຈໍານວນເຄື່ອງທີ່ສົ່ງ, ໃບສັ່ງຈ່າຍ ແມ່ນໜັງສືສັ່ງຈ່າຍ, ໃບບິນ ແມ່ນໜັງສືສະແດງຈໍານວນເງິນທີ່ສະແດງ ຈໍານວນອາຫານ ແລະ ເຄື່ອງດື່ມທີ່ກິນ, ໃບປະກາດ ແມ່ນໜັງສືຮັບຮອງການຮຽນຈົບສິ່ງໃດສິ່ງນຶ່ງ, ໃບປິວ ແມ່ນໜັງສືໂຄສະນາຊວນເຊື່ອ, ໃບມອບສິດ ແມ່ນໜັງສືການມອບສິດໃຫ້ຄົນໃດໜຶ່ງເພື່ອຕາງໜ້າໃນ ການດໍາເນີນວຽກງານ. ແຕ່ຍົກເວັ້ນໃບໜ້າ ຊຶ່ງແມ່ນໜ້າຕາຂອງຄົນ ຫຼື ສັດ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າໃບ”.

“ໃບ” (1. ຄໍານາມ) ສ່ວນນຶ່ງຂອງຕົ້ນໄມ້ທີ່ຕິດກັບງ່າ ຫຼື ກ້ານ ມີຮູບເປັນແຜ່ນໆ, ແຜ່ນຜ້າທີ່ຕິດຢູ່ກັບເສົາ ກະໂດງເຮືອສໍາລັບປ້ານລົມໃຫ້ເຮືອແລ່ນ (ເຮືອໃບ), ລັກສະນະນາມເອີ້ນພາຊະນະເຄື່ອງໃຊ້ວ່າໃບຄື ຖ້ວຍ ສອງໃບ, ຈານສາມໃບເປັນຕົ້ນ. ສໍາລັບຮຽກຂອງເປັນແຜ່ນບາງໆ ດັ່ງ ໃບເຈ້ຍ, ໃບພັດ, ໃບຫູ ເປັນຕົ້ນ.

ຕົວ­ຢ່າງ: 

  • ໃບບົວສ່ວນໃຫຍ່ແມ່ນຈະຢູ່ເທິງນໍ້າ ສ່ວນຫົວບົວແມ່ນຢູ່ໃນຊີ້ຕົມທີ່ຢູ່ພື້ນນໍ້າ.
  • ໃບມອນສາມາດນໍາມາເຮັດຊາ ຊຶ່ງມີຊັບພະຄຸນທາງຢາຫຼາຍຢ່າງ ລວມທັງສາມາດຫຼຸດຄວາມດັນ ໂລຫິດ, ປ້ອງກັນເບົາຫວານ ຫຼຸດນໍ້າຕານໃນເລືອດ, ມີສານຕ້ານອານຸມູນອິດສະລະ ປ້ອງກັນມະ ເລັງ ແລະ ອື່ນໆ.
  • ການປະດິດ ຫຼື ສ້າງໃບເຮືອ ຂອງເຮືອໃບ ເພື່ອໃຫ້ສາມາດຮັບລົມ ແລະ ແລ່ນໄວໄດ້ໂດຍ ສະ ເພາະໃນການແຂ່ງຂັນກັນໃນທຸກມື້ນີ້ແມ່ນໃຊ້ເຕັກໂນໂລຊີເຂົ້າຊ່ວຍ ຈຶ່ງເຮັດໃຫ້ມີປະສິດທິຜົນສູງ.
  • ວານນີ້ໄປຊື້ຖ້ວຍດິນໃຫຍ່ໄວ້ໃສ່ແກງ 10 ໃບ ແລະ ຈານ 20 ໃບ ຊຶ່ງແຕ່ລະແນວມີລາຍງາມ ແລະ ເປັນຕາສະສົມໄວ້.
  • ໃບປະກາດຈົບຊັ້ນ ແມ່ນການຢັ້ງຢືນເຖິງຜົນສໍາເລັດທາງການສຶກສາ ໃບປະກາດສ່ວນໃຫຍ່ແມ່ນ ໃຊ້ເຈ້ຍແຂງ ແລະ ໜາເພື່ອພີມ.
  • ໃບຫູຂອງພະພຸດທະຮູບ ມີເອກະລັກສະເພາະເປັນຫູທີ່ມີຕີ່ງຍານຍາວລົງມາກວ່າຄົນທໍາມະດາ.

ສະຫຼຸບ.

ຄໍາວ່າ “ໃບ” ໝາຍເຖິງໃບໄມ້ໃບຫຍ້າ ມີຮູບຮ່າງເປັນແຜ່ນໆ, ໝາຍເຖິງໃບເຮືອສໍາລັບປ້ານລົມຂອງເຮືອ ໃບ. ນອກຈາກນີ້, ຍັງເປັນລັກສະນະນາມ ເພື່ອເອີ້ນພາຊະນະເຄື່ອງໃຊ້ເຊັ່ນ: ຖ້ວຍ, ຈານ, ມິດແຖ, ມິດ ໂກນ. ໃຊ້ເອີ້ນສິ່ງຂອງທີ່ເປັນແຜ່ນບາງໆ ເປັນຕົ້ນ ເຈ້ຍ, ເງິນເຈ້ຍ, ໃບໜັງສືຕ່າງໆ, ໃບຫູ ແລະ ອື່ນໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo