ຄໍາວ່າ “ກຽດ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ກຽດ” ມີຄວາມໝາຍແນວໃດ?

ຄໍາວ່າ “ກຽດ” ໝາຍເຖິງຊື່ສຽງດີ ໄດ້ຮັບການສໍລະເສີນ ຍ້ອງຍໍ ແລະ ຍອມຮັບຈາກຜູ້ອື່ນ ໝາຍເຖິງສັກ ສີ ແລະ ການນັບຖືຈາກບຸກຄົນອື່ນ. ກຽດເປັນສິ່ງທີ່ທຸກຄົນຢາກມີ ແລະ ໄດ້ຮັບ ບໍ່ວ່າຈະໃນວົງແຄບ ຫຼື ວົງກວ້າງ, ບໍ່ວ່າຈາກໝູ່ເພື່ອນ ຈາກຄອບຄົວ ຈາກຍາດຕິພີ້ນ້ອງ ຈາກບ່ອນເຮັດວຽກ ແລະ ໃນສັງຄົມທົ່ວ ໄປ. ໃນທາງກົງກັນຂ້າມ ໃຜກໍບໍ່ຢາກເປັນຄົນບໍ່ດີ ບໍ່ມີກຽດ. ໃນຊີວິດເຮົາມັກໄດ້ຍີນສຸພາສິດ ຫຼື ຄໍາເວົ້າ ກ່ຽວກັບກຽດເລື້ອຍໆ ເຊັ່ນ: ຖືເປັນກຽດໃຫ້ແກ່ທ່ານ…, ໃຫ້ກຽດຄົນອື່ນກ່ອນ ຄົນອື່ນກໍໃຫ້ກຽດເຮົາ, ໃຫ້ ກຽດຕົນເອງ, ໃຫ້ກຽດກັນແດ່, ຄົນຕາຍຍ້ອນກຽດ, ຈັ່ງແມ່ນກຽດໃຫຍ່!, ຫຍີ່ງໃນກຽດສັກສີ, ສົມກຽດສັກສີ ເປັນຕົ້ນ.

ກຽດຍັງແຍກເປັນຫຼາຍຢ່າງຕາມເຫດການເຊັ່ນ: ກຽດຕິຄຸນ ໝາຍເຖິງຊື່ສຽງທີ່ໄດ້ມາຈາກຄວາມ ດີ, ກຽດຕິສັກ ຊື່ສຽງດີມີກຽດມີສັກສີ ຕາມມາດຖານຂອງແຕ່ລະບຸກຄົນ, ກຽດຕິຍົດ ແມ່ນຊື່ສຽງດີມີກຽດມີ ຍົດມີຕໍາແໜ່ງດີ, ກຽດຕິພູມ ໝາຍເຖິງກຽດ ແລະ ສັກສີທີ່ສັງ ຄົມຍອມຮັບ ຫຼື ສັກສີແຫ່ງຄວາມພູມໃຈ, ກຽດນິຍົມ ແມ່ນໃບປະກາດສະນີຍະບັດກຽດນິຍົມ ຫຼື ການ ເໜືອກວ່າລະດັບປົກກະຕິທີ່ມະຫາວິທະຍາໄລ ໄດ້ກໍານົດໄວ້, ກຽດປະຫວັດ ໝາຍເຖິງປະຫວັດທີ່ໄດ້ຮັບການຍ້ອງຍໍສັນລະເສີນ ຫຼື ປະຫວັດທີ່ເລື່ອງລື, ກຽດສັກສີ ແມ່ນຖານະອັນມີກຽດຂອງແຕ່ລະຄົນ.

SA Game
DooDiDo

ນອກຈາກນີ້, ຄໍາວ່າ “ກຽດ” ຍັງໝາຍເຖິງລັງກຽດ, ຊັງ, ເບື່ອໜ່າຍ ເນື່ອງຈາກບໍ່ພໍໃຈໃນສິ່ງໃດນຶ່ງ ເຊັ່ນ: ພຶດຕິກໍາເປັນຕາໜ້າລັງກຽດ, ແຕ່ງໂຕສົກກະປົກເປັນຕາລັງກຽດ, ຖົ່ມນໍ້າລາຍຊະຊາຍເປັນຕາລັງກຽດ ຫຼື ເປັນຕາຊັງ ແລະ ອື່ນໆ. ກຽດ ຍັງສາມາດນໍາໄປປະສົມກັບຄໍາອື່ນອີກ ດັ່ງ ກຽດຄ້ານ ໝາຍເຖິງຂີ້ຄ້ານ ຫຼື ບໍ່ດຸໝັ່ນ, ກຽດຊັງ ໝາຍເຖິງບໍ່ມັກ ຫຼື ບໍ່ຮັກ.

ສະນັ້ນ ເພື່ອໃຫ້ເຂົ້າໃຈການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າກຽດ”.

“ກຽດ” (1. ຄໍານາມ) ຊື່ສຽງດີ, ຄວາມສໍລະເສີນ (ປ.ກິຕຕິ). ຊື່ສຽງດັງ. (2. ຄໍາກິລິຍາ) ຊັງ, ເບື່ອໜ່າຍ, ແຄະ, ບໍ່ຄຸ້ນ (ນົກກຽດແຮ້ວ).

ຕົວ­ຢ່າງ: 

  • ຄົນທຸກຊາດລ້ວນແຕ່ມີກຽດ ແລະ ສັກສີ ເທົ່າທຽມກັນ ດັ່ງນັ້ນຄວນໃຫ້ກຽດ ຊຶ່ງກັນ ແລະ ກັນ ເຖິງວ່າຈະເປັນຄົນສີຜິດແນວໃດກໍດີ.
  • ຈັ່ງແມ່ນເປັນຕາດີໃຈນໍາຄອບຄົວນັກສຶຶກສາດີເດັ່ນ ແລະ ຮຽນເກັ່ງ ທີ່ໄດ້ຮັບກຽດນິຍົມຂອງໂຮງ ຮຽນ ຊຶ່ງເປັນກຽດສັກສີໃຫ້ແກ່ຄອບຄົວ.
  • ເວລາກິນເຂົ້າຫ້າມເວົ້າຄໍາເພິ ເພາະມັນເປັນຕາໜ້າລັງກຽດ ຟັງແລ້ວກິນເຂົ້າບໍ່ແຊບ.
  • ບັນດາສາວໆ ໃຜກະລັງກຽດບ່າວຄົນນັ້ນ ເພາະລາວປະພຶດໂຕບໍ່ດີ ມັກຈັບຫັ້ນຈັບນີ້ຜູ້ສາວ ອີກທັງ ເວົ້າສຽດສີບໍ່ໃຫ້ກຽດຄົນອື່ນ.

ສະຫຼຸບ.

ຄໍາວ່າ “ກຽດ” ໝາຍເຖິງຊື່ສຽງດີ ມີກຽດສັກສີ ເປັນທີ່ເຄົາລົບ ແລະ ນັບໜ້າຖືຕາ,  ເປັນສິ່ງທີ່ຫຼາຍຄົນໄຝ່ ຝັນຢາກໄດ້. ນອກຈາກນັ້ນ, ຍັງໝາຍເຖິງການກຽດຊັງ ຫຼື ບໍ່ມັກ ບຸກຄົນ ຫຼື ສິ່ງໃດນຶ່ງ ຫຼື ໝາຍເຖິງ ການເບື່ອໜ່າຍອີກດ້ວຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo