ຄໍາວ່າ “ຈັກ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຈັກ” ມີຄວາມໝາຍແນວໃດ?

ຄໍາວ່າ “ຈັກ” ແມ່ນຄໍາປະກອບຄໍາກິລິຍາເຊັ່ນ: ຈັກກິນ, ຈັກຢູ່ ເປັນຕົ້ນ ຊຶ່ງຄືກັນກັບ “ຈະ”. ໝາຍເຖິງອາ ວຸດຂອງເທບພະເຈົ້າ ເປັນຈານວົງມົນມີແຂ້ວຄືແຂ້ວເລື່ອຍ ໃຊ້ຕັດສັດຕູຄູ່ອາຄາດ. “ຈັກ” ຍັງໝາຍເຖິງ ເຄື່ອງຍົນ, ກົນຈັກຕ່າງໆ ທີ່ເປັນເຄື່ອງທຸ້ນແຮງ ຫຼື ມະນຸດປະດິດສ້າງເພື່ອນໍາໃຊ້ຫຼຸດຜ່ອນແຮງງານ ເຊັ່ນ: ຈັກລົດ, ຈັກຍົນ, ຈັກເຮືອ, ຈັກໄຟຟ້າ, ຈັກຕັດໄມ້, ຈັກຕັດຫຍ້າ, ຈັກຊັກເຄື່ອງ, ຈັກຫຍິບເຄື່ອງ ເປັນຕົ້ນ. ອີກຄວາມໝາຍນຶ່ງ “ຈັກ” ຍັງ ແມ່ນການເຮັດວຽກຂອງຄົນໂດຍເອົາມີດ ຫຼື ພ້າຜ່າໄມ້ປ່ອງ, ຫວາຍ ເພື່ອ ຈັກເປັນຕອກມັດ ຫຼື ຕອກສານເປັນບຸງ, ຕັ່ງ, ໂຕະ ແລະ ອື່ນໆ. “ຈັກ” ຍັງໝາຍເຖິ ຮູ້ແຈ້ງ, ຮູ້ຄັກ ເຊັ່ນ: ຮູ້ຈັກ ພ້ອມກັນນັ້ນ ຍັງແມ່ນຄໍາບອກປະຕິເສດ ຫຼື ສົງໃສ ເຊັ່ນ: ບໍ່ຮູ້ຈັກ, ຈັກແລ້ວ, ຈັກເດ, ຈັກຄາວ, ຈັກບຶດ, ຈັກໜ້ອຍ, ຈັກຢ່າງ, ຈັກເທື່ອ, ຈັກເທົ່າໃດ, ຈັກໂມງ, ຈັກວ່າເປັນຈັ່ງໃດ.

ນອກຈາກນີ້, ເວລານໍາໄປບວກກັບຄໍາອື່ນຍັງໃຫ້ຄວາມໝາຍແຕກຕ່າງອອກໄປ ເປັນຕົ້ນ: ບົດສວດທໍາມະ ຈັກ ແມ່ນບົດສວດຢ່າງນຶ່ງຂອງສາດສະໜາພຸດ, ຈັກກະ ແມ່ນຕີນກຽນ ຫຼື ຕີນລົດ (ຕີນລົດແຫ່ງພະອາ ທິດ, ແຫ່ງກາລະ ຄື ເວລາ), ອາວຸດເປັນຮູບມົນມີ ຄົມເປັນຈັກໆຮອບຄືແຂ້ວເລື່ອຍ, ວົງມົນ, ແວວຫາງນົກຍູງ, ຮອບປີ, ໝູ່, ພວກ, ຈໍານວນທັງໝົດ, ໝູ່ ບ້ານ, ຕີນຣາຊຣົດ ອັນຫັນໄປອ້ອມຣາຊອານາເຂດ ທີ່ເອີ້ນວ່າ ຣາຊນາຈັກ, ເຂດແດນ, ແຄວ້ນ. ຈັກກະພັດ ແມ່ນຜູ້ໄປໄດ້ທຸກບ່ອນບໍ່ມີແນວຂັດຂວາງ, ຜູ້ໃຊ້ຈັກລົດໄປໄດ້ທຸກສະຖານ, ພຣະຣາທິຣາດ, ເຈົ້າໂລກ (ປ. ຈັກກະວັດຕິ). ຈັກກະວານ ແມ່ນປະລິມົນທົນໂລກ ແລະ ໜ່ວຍດາວທັງຫຼາຍ. ນອກນັ້ນຍັງມີຈັກກະວັດ, ຈັກກະພົບ, ຈັກຈັ່ນ ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຈັກ”.

“ຈັກ” ເປັນຄໍາປະກອບຄໍາກິລິຍາບອກອະນາຄົດການ ດັ່ງ ຈັກກິນ ຈັກຢູ່ ເປັນຕົ້ນ ຊຶ່ງໝາຍຄວາມວ່າ ດັ່ງດຽວກັບ “ຈະ”. (1. ຄໍານາມ) ອາວຸດເປັນຮູບວົງມົນ ແລະ ມີແຂ້ວ ດັ່ງ ແຂ້ວເລື່ອຍ, ເຄື່ອງຍົນ (ປ. ຈັກນະ). (2. ຄໍາກິລິຍາ) ເອົາມີດ ຫຼື ຂອງມີຄົມຜ່າໄມ້ປ່ອງ ຫຼື ຫວາຍອອກເປັນຕອກ ຫຼື ເປັນເສັ້ນບາງໆ. (3. ຄໍາກິລິຍາວິເສດ) ແຈ້ງ, ຄັກ, ແທ້ ເປັນຄໍາບອກຄວາມປະຕິເສດ ຫຼື ຄວາມສົງໃສ ດັ່ງຄໍາ ວ່າ ບໍ່ຮູ້ຈັກ (ຮູ້ຄັກ:ຮູ້ຈັກ)

ຕົວ­ຢ່າງ: 

  • ພະຍາດໂຄວິດ 19 ລະບາດຫຼາຍຮອບ ມີການແຈ້ງປິດເມືອງຫຼາຍເທື່ອບໍ່ໃຫ້ອອກໄປທາງໃດ ຈັກ ກິນ ຈັກຢູ່ ແນວໃດນໍບາດນີ້.
  • ຈັກ ເປັນອາວຸຂອງເທບພະເຈົ້າອິນເດຍ ມີອະນຸພາບຮ້າຍແຮງແຕກຕ່າງກັນອອກໄປຕາມພະລັງ ຂອງພະເຈົ້າແຕ່ລະອົງ ຕົວຢ່າງ ພະນາລາຍ.
  • ຈັກລົດທີ່ດີໃນໂລກນີ້ສ່ວນໃຫຍ່ແມ່ນຈັກລົດຍີ່ປຸ່ນ, ເຢຍລະມັນ ແລະ ບາງບໍລິສັດໃນອາເມລິກາ.
  • ຄົນບູຮານ ຈັກໄມ້ຕອກເພື່ອສານເປັນສາດ, ບຸງ, ກະຕ່າ, ຕີບເຂົ້າ, ຫວດເຂົ້າ, ດົ້ງຝັດເຂົ້າ ພ້ອມ ນັ້ນ ຍັງນິຍົມນໍາຫວາຍມາຈັກເພື່ອໄປເຮັດຕັ່ງ, ໂຕະ ເພາະງາມດີ ແລະ ທົນທານ.
  • ຂອ້ຍກັບລາວເປັນສ່ຽວກັນມາແຕ່ນ້ອຍຮູ້ຈັກນິດໃສກັນດີ ລາວກະເຂົ້າໃຈຂ້ອຍໆກະເຂົ້າໃຈລາວ ຕົວະກັນບໍ່ໄດ້.
  • ຕອນຫົວໜ້າຢູ່ບໍ່ມີໃຜມາຫາ ດຽວນີ້ຈັກວ່າລາວໄປທາງໃດ ພັດມີແຕ່ຄົນມາຊອກ ແລະ ຖາມຫາ ຈັກເປັນຈັ່ງໃດ.

ສະຫຼຸບ.

ຄໍາວ່າ “ຈັກ” ໝາຍເຖິງຄໍາກິລິຍາ ຊຶ່ງມີຄວາມໝາຍຄືກັບ “ຈະ” ເຊັ່ນ: ຈັກຢູ່, ຈັກກິນ. ໝາຍເຖິງອາວຸດມີຮູບເປັນວົງມົນຄືຈານ ແລະ ມີແຂ້ວເລື່ອຍອ້ອມ ເພື່ອຕັດສິ່ງກິດຂວາງ. ໝາຍເຖິງເຄື່ອງຈັກ ເຄື່ອງຍົນ.     ນອກນີ້ ຍັງໝາຍເຖິງການຈັກຕອກ ຈັກຫວາຍ ດ້ວຍການເອົາມີດ, ພ້າ ຜ່າໄມ້ປ່ອງ, ຫວາຍໃຫ້ເປັນເສັ້ນບາງໆ ເອີ້ນຕອກ. ໝາຍເຖິງຮູ້ຈັກຄຸ້ນເຄີຍ ຮູ້ແຈ້ງ ຮູ້ຄັກ ຮູ້ແທ້ ແລະ ຍັງໃຊ້ເປັນຄໍາບອກການປະຕິເສດ ຫຼື ສົງໃສ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo