ຄໍາວ່າ “ຄັງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຄັງ” ມີຄວາມໝາຍແນວໃດ?

ສະ​ຖານ​ທີ່​ຕ່າງໆ ທີ່​ເປັນ​ບ່ອນ​ເກັບ ຮັກ​ສາ​ສັບ​ສິນ ຫລື ສັບ​ສົມ​ບັດ ຫລື ສິ່ງ​ທີ່​ມີ​ຄ່າ​ຕ່າງໆ​ ບໍ່​ວ່າ​ຈະ​ເປັນ​ເງິນ​ທອງ, ລົດ​ລາງ​ພາ​ຫະ​ນະ ແລະ ສິ່ງ​ຂອງ​ອື່ນໆ ໃນ​ນີ້​ອາດ​ຈະ​ລວມ​ທັງ​ວັດ​ຖຸ​ທີ່​ມີ​ຄ່າ​ຫລາຍ ຫລື ວັດ​ຖຸ​ທີ່​ມີ​ຄ່າ​ນ້ອຍ ຫລື ບາງ​ທີ່​ອາດ​ຈະ​ບໍ່​ມີ​ຄ່າ​ເລີຍ​ດ້ວຍ​ຊ້ຳ, ສະ​ຖານ​ທີ່​ທີ່​ເປັນ​ບ່ອນ​ເກັບ​ມ້ຽນ​ຮັກ​ສາ​ສິ່ງ​ຂອງເຫລົ່າ​ນີ້ ໃນ​ພາ​ສາ​ລາວ​ຈະ​ເອື້ນ​ວ່າ ຄັງ, ເຊິ່ງ​ເຮົາ​ມັກ​ຈະ​ໄດ້​ຍິນ​ກັນ​ເປັນ​ປະ​ຈຳທົ່ວ​ໄປ.

ນອກ​ຈາກ​ຄວາມ​ໝາຍ​ທີ່​ກ່າວ​ມາ​ແລ້ວ, ຄຳ​ວ່າ ຄັງ​ ຍັງມີ​ຄວາມ​ໝາຍ​ວ່າ ທົ່ງ​ຫຍ້າ​ທີ່​ເປັນ​ເນີນ ຫລື ເປັນ​ແບບ​ເດີນທົ່ງ​ຫຍ້າບ່ອນ​ທີ່​ສະ​ໄໝ​ກ່ອນ ຫລື ເຂດ​ຫ່າງ​ໄກ​ຊອກ​ຫລີກ​ມັກ​ໃຊ້​ເປັນ​ສະ​ຖານ​ທີ່​ລ້ຽງ​ງົວ, ລ້ຽງ​ຄວາຍ, ລ້ຽງ​ແບ້, ແລະ ສັດ​ອື່ນໆ. ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດ, ໂດຍອີງຕາມຂໍ້ມູນຂອງວັດຈະນະນຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ດຣ. ທອງຄໍາ ອ່ອນມະນີ ເຮົາສາມາດອະທິບາຍຄວາມໝາຍ ແລະ ວິທີການນໍາໃຊ້ສອງຄໍາສັບດັ່ງກ່າວ ໄດ້ດັ່ງນີ້:

SA Game
DooDiDo

ຄຳວ່າ ຄັງ.

ໃຊ້ເປັນຄໍານາມ ມີຄວາມໝາຍວ່າ ເຮືອນບ່ອນໃສ່ເຂົ້າຂອງ ຫຼື ສະຖານທີ່ມ້ຽນຊັບສົມບັດຂອງລັດ ຂອງຫຼວງ
ເອີ້ນວ່າ ຄັງ.

ຕົວຢ່າງ:

ຫຼານສາວຂອງຂ້ອຍເປັນພະນັກງານການເງິນ ປະຈໍາຢູ່ຄັງເງິນສົດ.

ລັດຖະບານເບີກເຄື່ອງອຸປະໂພກບໍລິໂພກໃນຄັງມາຊ່ວຍເຫຼືອປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ
ຈາກໄພທໍາມະຊາດ.

ນອກຈາກນີ້ ຄັງ ຍັງໝາຍເຖິງ ທົ່ງຫຍ້າ, ເດີ່ນຫຍ້າບ່ອນລ້ຽງງົວຄວາຍ ເອີ້ນວ່າ ຄັງ.

ຕົວຢ່າງ:

ຕາເວັນຄ້ອຍຄໍ່າມາແລ້ວ ລູກຢ່າລືມໄປຕ້ອນງົວຄວາຍເຂົ້າຄັງເດີ້!

ສະຫຼຸບ.

ຄໍາວ່າ ຄັງ ໝາຍເຖິງ ສະຖານທີ່ເກັບມ້ຽນເຂົ້າຂອງ ຫຼື ຊັບສິນຂອງລັດ ແລະ ຄັງ ຍັງເປັນຊື່ເອີ້ນ ທົ່ງຫຍ້າ ຫຼື ເດີ່ນຫຍ້າ ບ່ອນທີ່ໃຊ້ລ້ຽງງົວລ້ຽງຄວາຍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo