ຄໍາວ່າ “ມົດ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ມົດ” ມີຄວາມໝາຍແນວໃດ?

ຄໍາວ່າ “ມົດ” ແມ່ນແມງຊະນິດໜຶ່ງ ມີຫຼາຍແນວ, ມົດສ້າງຮັງເປັນອານາຈັກຂະໜາດໃຫຍ່ ບາງຮັງມີ ຫຼາຍກວ່າ 1 ລ້ານໂຕ. ມົດມີການແບ່ງວັນນະຄ້າຍກັນກັບປວກ, ເຜີ້ງ, ຕໍ່ (ບາງຊະນິດ) ຄື ມີມົດງານເປັນເພດເມຍທີ່ເປັນໝັນມີໜ້າທີ່ຫາອາຫານ ແລະ ຊ້ອມແປງຮັງ, ປົກປ້ອງຮັງຈາກສັດຕູພາຍນອກ, ດູແລ ຕົວອ່ອນ ແລະ ເຮັດວຽກອື່ນໆທົ່ວໄປ, ວັນນະສືບພັນເປັນມົດໂຕຜູ້ ແລະ ລາຊານີ. ມົດແບ່ງອອກເປັນ ຫຼາຍແນວ ດັ່ງ ມົດສົ້ມ, ມົດແດງຊາຍ, ມົດງ່າມ, ມົດດໍາ, ມົດໄຮ, ມົດຄັນ ແລະ ອື່ນໆ. ມົດແຕ່ລະແນວ ຈະບໍ່ສາມາດຢູ່ນໍາກັນໄດ້.

ນອກຈາກນີ້, “ມົດ” ຍັງໃຊ້ເອີ້ນປີໃນເວລາ 8 ປີ ໃດໃນ 12 ປີ ເຮົາເອີ້ນ ປີມົດ ຊຶ່ງກົງກັບປີມະແມ ຫຼື ປີມ້າ. “ມົດ” ຍັງໃຊ້ເອີ້ນຄົນທີ່ມີວິຊາອາຄົມ ຫຼື ເປັນຄົນເຮັດຮິດຄອງທາງສາດສະໜາຜີ ຊຶ່ງເປັນສາດສະໜາ ທ້ອງຖີ່ນ ຊຶ່ງບໍ່ແມ່ນສາດສະໜາພຸດ, ສາດສະໜາຄຼິດ ເປັນຕົ້ນ ໂດຍທົ່ວໄປເຮົາເອີ້ນ ມໍຜີໝໍມົນ ຖ້າເປັນ ຜູ້ຍິງເຮົາເອີ້ນ ແມ່ມົດ ໃນທາງກັບກັບຖ້າເປັນຄົນຊາຍ ເຮົາເອີ້ນ ພໍ່ມົດ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າມົດ”.

“ມົດ” (1. ຄໍານາມ) ສັດຂະໜາດນ້ອຍ ທີ່ໂຮມກັນຢູ່ຕາມດິນ ຫຼື ຕາມຕົ້ນໄມ້ ມີຫຼາຍແນວ ເຊັ່ນ: ມົດແດງ, ມົດດໍາ, ມົດງ່າມ, ມົດຄັນ, ມົດໄຮ ເປັນຕົ້ນ. ຮອບປີຖ້ວນແປດໃນ 12 ປີ ເອີ້ນ ປີມົດກົງກັບປີມະແມ. ໝໍມົນ, ໝໍຜີ ເອີ້ນ ໝໍມົດ, ຖ້າເປັນແມ່ຍິງ ເອີ້ນ ແມ່ມົດ, ຖ້າເປັນຊາຍ ຮຽກພໍ່ມົດ.

ຕົວຢ່າງ:

  • ໄຂ່ມົດສົ້ມແກງໃສ່ປາຄໍ່ໃຫຍ່ແຊບຫຼາຍ ແລະ ເປັນທີ່ນິຍົມກັນກິນໃນປະເທດລາວ ແລະ ສ່ວນນຶ່ງຂອງປະເທດໄປ ໂດຍສະເພາະແມ່ນອີສານ.
  • ໃນໜັງເລື່ອງຂອງຕາເວັນຕົກສ່ວນຫຼາຍມັກຈັດໃຫ້ແມ່ມົດເປັນຕົວຮ້າຍ ແລະ ເປັນຕາຢ້ານ ມີໜ້າ ຕາຂີ້ລ້າຍ ເຮັດໃຫ້ເດັກນ້ອຍໄດ້ຍິນແລ້ວຢ້ານ.

ສະຫຼຸບ.

ຄໍາວ່າ “ມົດ” ແມ່ນໂຕມົດ ຊຶ່ງເປັນແມງຊະນິດໜຶ່ງ ມີຫຼາຍແນວ, ມີອານາຈັກຂະໜາດໃຫຍ່ ບາງຮາງມີເປັນລ້ານໂຕ. ມົດມີການແບ່ງວັນນະ ເຊັ່ນ: ມົດກໍາມະກອນ, ມົດໂຕຜູ້ສືບພັນ ແລະ ມົດລາຊານີ. ມົດແບ່ງມີຫຼາຍແນວ ເອີ້ນຕາມຈຸດພິເສດຂອງມັນ ດັ່ງ ມົດສົ້ມ, ມົດແດງຊາຍ, ມົດງ່າມ, ມົດດໍາ, ມົດໄຮ, ມົດຄັນ. ນອກຈາກນີ້, “ມົດ” ຍັງໝາຍເຖິງປີມົດ ຊຶ່ງເປັນຮອບປີຖ້ວນ 8 ໃນ 12 ປີ ຊຶ່ງກົງກັບປີມະແມ .“ມົດ” ຍັງແມ່ນມໍຜີໝໍມົນ ຜູ້ຍິງເອີ້ນ ແມ່ມົດ ແລະຜູ້ຊາຍ ເອີ້ນ ພໍ່ມົດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo