ຄໍາວ່າ “ຖຽງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຖຽງ” ​ໃນ​ພາ​ສາ​ລາວມີຄວາມໝາຍແນວໃດ?

ຄວາມ​ບໍ່​ເຂົ້າ​ໃຈ​ກັນ, ການ​ລົມ​ກັນ​ທີ່​ໄປ​ຄົນ​ລະ​ທາງ ແລະ ເພື່ອ​ຈະ​ລົມ​ກັນ​ໃຫ້​ເຂົ້າ​ໃຈ​ຕ້ອງ​ໄດ້​ໃຊ້​ຄຳ​ເວົ້າ​ອະ​ທິ​ບາຍ ແລະ ໃຊ້​ເວ​ລາ​ເພື່ອ​ທຳ​ຄວາມ​ເຂົ້າ​ໃຈ​ດ້ວຍ​ເຫດ ແລະ ຜົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ ແລະ ເຂົ້າ​ໃຈ, ລວມ​ເຖິງ​ການ​ໂຕ້​ວາ​ທີ​ຢູ່​ເທິງ​ເວ​ທີ​ຕ່າງໆ, ການ​ໃຊ້​ຄຳ​ເວົ້າ​ຕອບ​ໂຕ້​ກັນ​ໄປ​ມາ​ນັ້ນ​ເອີ້ນ​ວ່າ​ ຖຽງ, ການ​ຖຽງ ອາດ​ຈະ​ມີ​ທັງ​ສຽງ​ທີ່​ດັງ ແລະ ໃຊ້​ອາ​ລ​ົມ ບາງ​ຄົນ​ອາດ​ຈະ​ເຖິງ​ຂັ້ນ​ຜິດ​ກັນ​ໄປ​ເລີຍ ຫາກ​ຕ່າງ​ຝ່າຍ​ຕ່າງ​ບໍ່​ຟັງ​ເຫດ​ຜົນ​ຂອງ​ຜູ້​ໃດ.

ນອກ​ຈາກ​ນັ້ນ​ແລ້ວ, ຄໍາວ່າ ​“ຖຽງ” ໝາຍເຖິງເຮືອນນ້ອຍທີ່ຄົນສ້າງຢູ່ໄຮ່ ຢູ່ນາ ເພື່ອສະດວກ ແລະ ມີບ່ອນພັກເວລາໄປເຮັດ ໄຮ່ ຫຼື ນາ ເອີ້ນວ່າ ຖຽງໄຮ່ ຖຽງນາ. ແລະ ອີກ​ຄວາມ​ໝາຍ, ຍັງມີຄວາມໝາຍວ່າການໂຕ້ຖຽງ ຫຼື ວິວາດກັນ ຍ້ອນຄວາມບໍ່ເຂົ້າໃຈຊຶ່ງກັນ ແລະ ກັນນັ້ນເອງ.

ເພື່ອ​ໃຫ້ເຂົ້າໃຈຄວາມໝາຍຂອງການນນຳ​ໃຊ້​ໃຫ້​ຖືກ​ຕ້ອງຕາມຫຼັກໄວຍະກອນການຂິດຂຽນ ​ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງ ດັ່ງລຸ່ມນີ້:

SA Game
DooDiDo

ຄວາມໝາຍຄຳ​ວ່າ “ຖຽງ”:

ຄຳ​ວ່າ “ຖຽງ” ມີ​ຄວາມ​ໝາຍ​ໃນ​ຄຳ  (1. ຄໍານາມ) ຖຽງນາ, ຖຽງໄຮ່. (2. ຄໍານາມ) ການໂຕ້ຖຽງ, ພິພາດ, ວິວາດ, ການຖຽງກັນ

ຕົວ​ຢ່າງ:

  • ເວລາໄປທ່ອງທ່ຽວພາກເໜືອຂອງລາວ ມັກຈະເຫັນທ່ຽງໄຮ່ຢູ່ຕາມເປີ້ນພູ ຢັ່ງຢາຍກັນໄປ ເບີ່ງດີໆ ກໍແປກຕາ, ບາງແຂວງຕາມທົ່ງນາ ກໍມີຖຽງນາຢັ່ງຢາຍກັນໄປເບີ່ງແລ້ວງາມຕາດີ.
  • ວານນີ້ເຫັນສອງສ່ຽວໂຕ້ຖຽງກັນເລື່ອງບົດຮຽນ ເພາະໃຜກໍວ່າໃຜຖືກ, ແຕ່ຖ້າຢາກຮູ້ຄໍາຕອບທີ່ຖືກ ຕ້ອງແທ້ຄວນໄປຖາມອາຈານ ບໍ່ແມ່ນມາວິວາດກັນແນວນີ້.

ສະ​ຫຼຸບ

ຄຳ​ວ່າ “ຖຽງ” ໝາຍເຖິງ ຖຽງໄຮ່ ຖຽງນາ ເຮືອນນ້ອຍ ຫຼື ບ່ອນພັກເຊົາເວລາໄປ ເຮັດໄຮ່ ເຮັດນາ. ພ້ອມກັນນັ້ນ ຍັງໝາຍເຖິງການໂຕ້ຖຽງ ຫຼື ວິວາດ ໃຊ້ວາຈາເວົ້າແຮງໃສ່ກັນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo