ຄໍາວ່າ “ໂກດ” ມີຄວາມໝາຍໃນພາສາລາວແນວໃດ?

SA Game

DooDiDo

ອະທິບາຍຄໍາວ່າ “ໂກດ” ມີຄວາມໝາຍແນວໃດ?

​ຄໍາວ່າ “ໂກດ” ແມ່ນໝາຍເຖິງຕົວເລກໃນການນັບ ຊຶ່ງເທົ່າກັບສິບລ້ານ ເພື່ອໃຫ້ສະບາຍໃນການໃຊ້ໃຫ້ສັ້ນລົງ. ອີກຄວາມໝາຍນຶ່ງແມ່ນຄຽດຮ້າຍ, ໂກດແຄ້ນ ຫຼື ການມີໂທສະໃຫ້ໃຜບາງຄົນ.

ນອກຈາກນັ້ນ ຍັງ ໝາຍເຖິງໂລງສົບ ແຕ່ແມ່ນໃຊ້ສໍາລັບເຈົ້າຊີວິດ ເທົ່ານັ້ນ ສາມັນຊົນທົ່ວໄປບໍ່ໃຊ້ຄໍາດັ່ງກ່າວ. ລວມທັງໝາຍເຖິງເຄື່ອງຢາຈໍາພວກນຶ່ງມີຫຼາຍແນວປົນກັນ ທີ່ມັກໃຊ້ເອີ້ນໃນສະໄໝກ່ອນ.

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນເຮົາມາເບິ່ງລາຍລະອຽດນໍາກັນດັ່ງລຸ່ມນີ້:

SA Game
DooDiDo

ຄຳວ່າ “ໂກດ

“ໂກດ” (1. ຄໍານາມ) ຈໍານວນນັບທໍ່ກັບສິບລ້ານ (10.000.000.000) (ປ. ໂກຕິ).

(2. ຄໍາກິລິຍາ) ຄຽດຮ້າຍ (ເບິ່ງ ໂກທາ) (ປ. ໂກທ).

(3. ຄໍານາມ) ສາງ, ຫີບ, ໂລງໃສ່ຄົນຕາຍ ໃຊ້ສຳລັບເຈົ້າແຜ່ນດິນ ວ່າ ພຣະໂກດ (ເບິ່ງ ໂກສະ).

(4. ຄໍານາມ). ເຄື່ອງຢາຈຳພວກນຶ່ງມີຫລາຍແນວເອີ້ນວ່າໂກດທັງ 5 ຫຼື ໂກດ ທັງ 7 ກໍມີ.

ຕົວ­ຢ່າງ: 

  • ເຖິງຈະເສຍເງິນເປັນໂກດ ແຕ່ກໍ່ຄຸ້ມຄ່າເພາະສາມາດກູ້ຊີວິດກັບຄືນມາໄດ້ ເພາະວ່າເງິນຄໍາກໍາແກ້ວນັ້ນ ບໍ່ຕາຍຄ່ອຍຫາໃໝ່ ກົງກັນຂ້າມມີຫຼາຍປານໃດກໍຕາມ ຖ້າຕາຍໄປກໍເອົາໄປນໍາບໍ່ໄດ້.
  • ມະຫາເສດຖີ ສ້າງຄະລືຫາດຫຼັງບັກໃຫຍ່ ຫຼູຫຼາ ລາຄາຫຼາຍລ້ານຫຼາຍໂກດ ມີສິ່ງອໍານວຍຄວາມສະດວກຄົບຊຸດ ຈັ່ງແມ່ນສະອອນເຂົາເຈົ້າຜູ້ມີເງິນ.
  • ການແຜ່ເຊື້ອຂອງໂຄວິດ 19 ເຮັດໃຫ້ຊາວອາເມລິກາຈໍານວນນຶ່ງໂກດແຄ້ນ ແລະ ຊັງຄົນອາຊີ ວ່າແຕ່ເຫັນກໍລົງມືທໍາຮ້າຍຮ່າງກາຍ ເພື່ອຄວາມສະໃຈແບບບໍມີເຫດຜົນ ເປັນຜົນເຮັດໃຫ້ຄົນອາຊີຫຼາຍຄົນບໍ່ກ້າອອກຈາກເຮືອນ ຢູ່ປະເທດດັ່ງກ່າວ.
  • ໃນສະໄໝສັກດີນາ ການທີ່ເຈົ້າຊີວິດສະຫວັນນະຄົດ (ຕາຍ ຫຼື ເສຍຊີວິດ) ແມ່ນຈະໄດ້ບັນຈຸສົບໄວ້ໃນໂກດ ຫຼື ພຣະໂກດ (ຖ້າເປັນສາມັນຊົນແມ່ນຈະໃສ່ໃນໂລງສົບ). ພ້ອມກັນນັ້ນ, ໂກດຍັງໃຊ້ສໍາລັບ ບັນຈຸສົບຂ້າລາຊາການຜູ້ໃຫຍ້ທີ່ມີສັກ ມີຕໍາແໜ່ງສູງ. ໂກດເປັນພາຊະນະເຄື່ອງສູງ ມີຮູບຊົງເປັນຮູບ ຈວຍ ມີຍອດແຫຼມ ມີ 2 ປະເພດຄື: ໃຊ້ສໍາລັບບັນຈຸພຣະສົບ ແລະ ອັດທິ. ໂກດມີ 2 ຊັ້ນ ຊັ້ນນອກ ເອີ້ນວ່າ ລອງ ແລະ ຊັ້ນໃນເອີ້ນວ່າ ໂກດ.

ສະຫຼຸບ.

ຄໍາວ່າ “ໂກດ”​ ແມ່ນໝາຍເຖິງສິບລ້ານ, ໝາຍເຖິງການໂກດແຄ້ນ ຫຼື ຊັງ. ນອກຈາກນັ້ນ, ຍັງໝາຍເຖິງຫີບສົບ, ໂລງສົບ ສໍາລັບເຈົ້າຊີວິດ ແລະ ເຈົ້າຂຸນມູນນາຍຊັ້ນຜູ້ໃຫຍ່ ໃນລະບອບສັກດີນາ. ລວມທັງການ ເອີ້ນຢາຈໍານວນນຶ່ງທີ່ມີຫຼາຍແນວໃສ່ປົນກັນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo