ຄໍາວ່າ “ກົດ” ມີຄວາມໝາຍໃນພາສາລາວແນວໃດ?

SA Game

DooDiDo

ອະທິບາຍຄໍາວ່າ “ກົດ” ມີຄວາມໝາຍແນວໃດ?

​ຄໍາວ່າ “ກົດ” ແມ່ນມີຫຼາຍຄວາມໝາຍ ນຶ່ງໃນນັ້ນແມ່ນຊື່ຂອງປາແນວນຶ່ງ ເອີ້ນວ່າປາກົດເປັນປາທີ່ມີລົດຊາດແຊບຫຼາຍຄົນມັກນໍາໄປເຮັດປົ່ນກິນ, ແມ່ນຊື່ນົກແນວນຶ່ງເອີ້ນວ່ານົກກົດ ແຕ່ມີ 2 ປະເພດຄື: ນົກກົດ ປູດໂຕໃຫຍ່ ແລະ ນົກກົດຮ່ອຍຕົວຈະນ້ອຍກວ່າ. ພ້ອມນັ້ນ ຍັງໝາຍເຖິງຄັນຮົ່ມ ຫຼື ຈ້ອງ ຊຶ່ງໃຊ້ກັນກັ້ງ ກັນຝົນກັນແດດ.

ແມ່ນນິຕິກໍາທີ່ມະນຸດສ້າງຂຶ້ນເພື່ອປະຕິບັດເປັນຕົ້ນ ກົດລະບຽບ, ກົດໝາຍ, ກົດມົນທຽນບານ, ກົດໄອຍະການເສິກ, ກົດຈາລະຈອນ, ກົດບັດ. ນອກຈາກນັ້ນ, ຍັງສະແດງເຖິງສີ່ງທີ່ເກີດຂຶ້ນຂອງທໍາມະຊາດ ແລະ ຄວາມເຊື່ອ ເຊັ່ນວ່າ: ກົດທໍາມະຊາດ, ກົດເກນ, ກົດແຫ່ງກໍາ. ພ້ອມນັ້ນ ຍັງໝາຍເຖິງການບັງຄັບຄື: ກົດຫົວ, ກົດດັນ, ກົດໜ່ວງ, ກົດທັບ, ກົດລັບ.

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວຫຼາຍຂຶ້ນເຮົາມາເບິ່ງລາຍລະອຽດ ນໍາກັນດັ່ງລຸ່ມນີ້:

ຄຳວ່າ ກົດ”.

“ກົດ” (1. ຄໍານາມ) ຊື່ປາແນວນຶ່ງ ບໍ່ມີເກັດ ຕົວກົມແຝກ ບໍ່ມີງ່ຽງ ເອີ້ນປາກົດ. ຊື່ນົກແນວນຶ່ງມີ 2 ປະເພດ: ກົດປູດໂຕໃຫຍ່ ຂົນສີເຫຼືອງຊໍ້າ ສຽງຮ້ອງດັງປູດໆ ແລະ ກົດຮ່ອຍຕົວນ້ອຍຂົນລາຍ. (2. ຄໍານາມ) ຄັນຮົ່ມ, ຈ້ອງ. (3. ຄໍາກິລິຍາ) ຂຽນ, ກໍານົດ, ໝາຍໄວ້, ຂົ່ມລົງໃຫ້ຢູ່ໃຕ້ອໍານາດ, ນັບ (ແມ່ມົດກົດທັງຂັບຜີ ແລະ ຄົນຟ້ອນ) (ເວດສັນຕຣະ). (4. ຄໍາກິລິຍາ) ກົດປຸ່ມ, ຫຍັ້ນລົງ, ກົດລົງ, ກົດດັນ. (5. ຄໍານາມ) ຂໍ້ບັງຄັບທີ່ເຈົ້າກະຊວງຕັ້ງຂຶ້ນ ເພື່ອປະຕິບັດລາຊະການ.

ຕົວ­ຢ່າງ: 

  • ປາກົດແມ່ນໍ້າຂອງ ເອົາມາເຮັດປົ່ນກິນ ກັບໝາກເຂືອຜ່ອຍແຊບຫຼາຍ ເພາະໂຕໃຫຍ່ ແລະ ບໍ່ມີກີ່ນຄາວຄືປາກົດໜອງ.
  • ນົກກົດປູດຮ້ອງ ປູດໆ ຫາຄູ່ຢູ່ຫົວນາ ຟັງແລ້ວເປັນຕາອອນຊອນ, ບາງເທື່ອກໍເຫັນມັນບິນຕໍ່າໆ ດາດຮວງເຂົ້າລົງກິນແມງໄມ້.
  • ການຮ່າງກົດໝາຍສະບັບໜຶ່ງບໍ່ແມ່ນເລື່ອງງ່າຍຕ້ອງໄດ້ຜ່ານຫຼາຍຂັ້ນຕອນ ແລະ ຜ່ານການປະຊາມະ ຕິ ເພື່ອຮັບຮອງຈາກສະພາແຫ່ງຊາດ ຈາກນັ້ນຈິ່ງໃຊ້ໄດ້.
  • ສົງຄາມສະໄໝນີ້ທັງທັນສະໄໝ ແລະ ອັນຕະລາຍຫຼາຍ ບໍ່ຈໍາເປັນຕ້ອງເອົາທະຫານໄປຕີກັນໃຫ້ຫຍຸ້ງຍາກ ພຽງແຕ່ກົດປຸ່ມຈະຫຼວດໃສ່ເປົ້າໝາຍກໍມູ່ນລາບຄາບ ບໍ່ເຫຼືອຫຍັງ.
  • ການເຮັດວຽກຢາກໃຫ້ມີປະສິດທິພາບ ແມ່ນບໍ່ຕ້ອງກໍານົດເວລາ ເພາະມັນກົດດັນຜູ້ເຮັດ ເຮັດໃຫ້ເຮັດ ວຽກລໍາບາກ.
  • ການຕີໂມຍປໍ້າມີຫຼາຍຄົນມັກກົດຫົວແລ້ວລ໊ອກແຂນຄູ່ຕໍ່ສູ້ໄວ້ ຈົນກວ່າຈະຍອມເສຍ.

ສະຫຼຸບ.

ຄໍາວ່າ “ກົດ”​ ແມ່ນມີຫຼາຍຄວາມໝາຍເປັນທັງຊື່ປາແນວນຶ່ງເອີ້ນວ່າປາກົດ, ເປັນຊຶ່ນົກ ເອີ້ນວ່າ ນົກກົດປູດ. ພ້ອມນັ້ນ ຍັງໝາຍເຖິງຄັນຮົ່ມໃຊ້ກັ້ງບັງແດດບັງຝົນ. ແມ່ນນິຕິກໍາ ຫຼື ກົດລະບຽບ. ແມ່ນກົດເກນ, ກົດທໍາມະຊາດ. ນອກຈາກນັ້ນ, ຍັງໝາຍເຖິງການບັງຄັບເຊັ່ນ: ການກົດດັນ, ການກົດໜ່ວງ ແລະ ອື່ນໆ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo