ຄໍາວ່າ “ກອງ” ມີຄວາມໝາຍໃນພາສາລາວແນວໃດ?

SA Game

DooDiDo

ອະທິບາຍຄໍາວ່າ “ກອງ” ມີຄວາມໝາຍແນວໃດ?

​ຄໍາວ່າ “ກອງ” ມີຫຼາຍຄວາມໝາຍນຶ່ງໃນນັ້ນ ໝາຍເຖິງຄົນທ້ອນໂຮມກັນຢູ່ເປັນໝວດໝູ່ເຊັ່ນ: ກອງເຊຍ, ກອງຮ້ອຍ, ກອງພັນ, ກອງພົນ ແລະ ກອງທັບ ເປັນຕົ້ນ. ພ້ອມນັ້ນ, ຍັງມີຄວາມໝາຍເຖິງການເອົາສິ່ງຂອງໃດນຶ່ງມາທ້ອນໃສ່ກັນຢອງກັນຂຶ້ນ ຫຼື ເຮັດໃຫ້ສູງຂຶ້ນເປັນກອງໆ ຊຶ່ງມັກໄດ້ຍິນຄົນເວົ້າທົ່ວໄປເຊັ່ນ: ກອງເຂົ້າ, ກອງເຟືອງ, ກອງຟືນ, ກອງແຮ່ ກອງຊາຍ, ກອງຜັກ, ກອງໝາກໄມ້.

ກອງຍັງໝາຍເຖິງເຄື່ອງດົນຕີແນວນຶ່ງເປັນໜ່ວຍໄວ້ຕີ ແລະ ມີສຽງແຮງ ສຽງແຕກຕ່າງກັນໄປຕາມແຕ່ລະປະເພດກອງ, ກອງແບ່ງອອກເປັນຫຼາຍປະເພດ ເຊັ່ນ: ກອງແກ, ກອງກິ່ງ, ກອງມະໂຫຣະທຶກ, ກອງຕົບ, ກອງຫາງ, ກອງຕິ່ງ, ກອງໂທນ, ກອງເພນ ແລະ ອື່ນໆ. ນອກຈາກນັ້ນ ເວລາຄໍາວ່າ “ກອງ” ໄປປະສົມກັບຄໍາອື່ນ ຍັງໃຫ້ຄວາມໝາຍແຕກຕ່າງອອກໄປເຊັ່ນ: ກອງກົ້ນ ໝາຍເຖິງການເອົາກົ້ນສູງຂຶ້ນ ແລະ ກົ້ມຫົວລົງ, ກອງກັ່ອຍ ເປັນຊື່ຜີ ແນວນຶ່ງຢູ່ໃນປ່າ ຕາມເລົ່າກັນວ່າມີຕີນໄປທິດກົງກັນຂ້າມກັບຄົນໂຕນ້ອຍກິນປູກິນຫອຍ. ກອງໜູນໝາຍເຖິງການຈັດຄົນໄວ້ເພື່ອຕື່ມເຕີມ. ກອງພອນ ແມ່ນກອງຟືນສໍາລັບຄົນຕາຍ ເປັນສິ່ງທີທມະນຸດບໍ່ປາດຖະ ໜາ ແຕ່ກໍປະສະຈາກບໍ່ໄດ້.

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຖືກຕ້ອງຕາມຫຼັກໄວຍະກອນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ກອງ

“ກອງ” (1. ຄໍານາມ) ພວກ, ໝູ່, ໝວດ, ຈໍານວນສິ່ງຂອງ ຫຼື ຄົນ ທີ່ທ້ອນໂຮມກັນຢູ່, ຍາມ, ເວລາ. (2. ຄໍາກິລິຍາ) ທ້ອນເຂົ້າກັນ. ເອົາສິ່ງຂອງຢອງກັນຂຶ້ນຫຼາຍໆ. ທໍາໃຫ້ສູງຂຶ້ນ. ກອງຮ້ອຍ (ຈໍານວນທະຫານໝູ່ນຶ່ງຈໍານວນ 100 ຄົນ), ກອງພັນ (ຈໍານວນທະຫານ 10 ກອງຮ້ອຍ), ກອງພົນ (ຈໍານວນທະຫານ 10 ກອງພັນ), ກອງທັບ (ຈໍານວນທະຫານຫຼາຍໆກອງພົນໂຮມກັນ). (3. ຄໍານາມ) ເຄື່ອງດົນຕີທີ່ຫຸ້ມດ້ວຍໜັງ ສໍາລັບຕີໃຫ້ມີສຽງດັງມີຫຼາຍຢ່າງຄື: ກອງແກ ເປັນກອງສໍາລັບຕີເຂົ້າກັບແກວົງໜ່ວຍສັ້ນ (ກອງລໍາມະນາ ກໍວ່າ), ກອງເກິ່ງ ກອງຂະໜາດໃຫຍ່ ທາງປາກເຫວີ ທາງກົ້ນສ້ວຍ ຫຸ້ມດ້ວຍໜັງສອງໜ້າ ແລະ ມີສອງໜ່ວຍ ເປັນຄູ່ສໍາລັບຕີເສັງກັນ. ກອງຂ້າ ຫຼື ກອງມະໂຫຣະທຶກ ໜ່ວຍນ້ອຍຫຸ້ມສອງໜ້າສໍາລັບຕົບເຂົ້າກັບ ເຄື່ອງເສບ. ກອງຕົບ ຫຼື ກອງຫາງ ກອງຢ່າງນີ້ ໜ່ວຍຍາວເປັນຫາງຫຸ້ມໜ້າດຽວໃຊ້ມືຕົບ. ກອງຕຶ່ງ ເປັນກອງໜ່ວຍສັ້ນ ສໍາລັບຕີໃສ່ເຄືື່ອງພິນພາດສຽງດັ່ງຕຶ່ງໆ. ກອງໂທນ ເປັນກອງຢ່າງນຶ່ງໜ່ວຍນ້ອຍ ສັ້ນ ຫຸ້ມໜ້າດຽວສໍາລັບຕີໃສ່ຈັ່ງຫວະຟ້ອນ. ກອງເພນ ເປັນກອງຂະໜາດໃຫຍ່ຫຸ້ມສອງໜ້າ ສໍາລັບຕີບອກເວລາ.

ຕົວ­ຢ່າງ: 

  • ທະຫານກອງຮ້ອຍລາດຊະວົງ ເປັນກອງຮ້ອຍທີ່ໂດ່ງດັງ ຊ່າລືກັນວ່າຖ້າຜູ້ໃດໄດ້ຜ່ານກອງຮ້ອຍດັ່ງ ກ່າວແມ່ນເກັ່ງ ແລະ ເປັນສຸດຍອດນັກຮົບ.
  • ກອງພົນທີໜຶ່ງ ແມ່ນຕັ້ງຢູ່ເມືອງວັງວຽງ ແຂວງວຽງຈັນ, ກອງພົນທີສອງຕັ້ງຢູ່ແຂວງໄຊຍະບູລີ, ກອງພົນທີສາມແມ່ນຕັ້ງຢູ່ເມືອງຮຸນ ແຂວງອຸດົມໄຊ, ກອງພົນທີ່ສີ່ແມ່ນຕັ້ງຢູ່ເມືອງເຊໂນ ແຂວງສະຫວັນນາເຂດ ແລະ ກອງພົນທີຫ້າຢູ່ແຂວງຈໍາປາສັກ.
  • ຊົມເຊີຍ ວັນສ້າງຕັ້ງກອງທັບ ປະຊາຊົນ ປະຕິວັດລາວ ວັນທີ 1 ມັງກອນ ປີ 1920-ວັນທີ 1 ມັງກອນ 2021 ຄົບຮອບ 72 ປີ ຢ່າງສຸດໃຈ.
  • ໂຄງການກໍ່ສ້າງເຂື່ອນ ໄດ້ໃຊ້ລົດບັນທຸກຂົນຫີນ ຂົນຊາຍ ມາກອງໄວ້ ເພື່ອຮັບໃຊ້ໂຄງການຈົນເປັນພູເຂົານ້ອຍ.
  • ການຕີກອງເພນຂອງລາວ ແມ່ນແບ່ງອອກເປັນຫຼາຍຈັ່ງຫວະ ຊຶ່ງແຕ່ລະຈັ່ງຫວະແມ່ນມີເອກະລັກ ແລະ ບົ່ງບອກເຖິງກິດຈະກໍາຂອງໃຜມັນ.

ສະຫຼຸບ.

ຄໍາວ່າ “ກອງ”​ ແມ່ນໝາຍເຖິງຈໍານວນຄົນ ຫຼື ສິ່ງຂອງທີ່ຫຼາຍໄປທ້ອນໂຮມກັນ. ພ້ອມນັ້ນ, ຍັງໝາຍເຖິງເຄື່ອງເຮັດໃຫ້ສຽງດັງປະເພດນຶ່ງ ໃນະໄໝກ່ອນມັກເອົາໄປໃຊ້ຕີ ເພື່ອສັງທະຫານໃນການເຮັດເສີກ, ເປັນເຄື່ອງດົນຕີປະເພດນຶ່ງທີ່ນິຍົມກັນໃຊ້ ລວມທັງໃຊ່ຢູ່ວັດ ແລະ ອື່ນໆ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo