ຄໍາວ່າ “ແຮ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game ແຮ

DooDiDo

ອະທິບາຍຄໍາວ່າ “ແຮ” ໃນ​ພາ​ສາ​ລາວມີຄວາມໝາຍແນວໃດ?

ຄໍາວ່າ “ແຮ” ໝາຍເຖິງຜ້າ​ໄໝ​ທີ່​ມີ​ເນື້ອ​ລະ​ອຽດ ສາ​ມາດ​ເອີ້ນ​ໄດ້​ວ່າ​: ຜ້າ​ແຮ, ເປັນ​ການ​ໃຊ້​ກັບ​ແຜ່ນ​ແພ, ເຄື່ອງ​ນຸ່ງ​ຮົ່ມ ຕ່າງໆ, ແລະ ຍັງ​ມີ​ຄວາມ​ໝາຍ​ອີກ​ອັນ​ໜຶ່ງ​ກໍ​ຄື​ເປັນ​ຊື່​ຂອງ​ຕົ້ນ​ຖົ່ວ​ສະ​ນິດ​ໜຶ່ງ​ທີ່​ເປັນ​ໜ່ວຍ​ແປໆ ນ້ອຍໆ ສາ​ມາດ​ກິນ​ໄດ້​ດ້ວຍ​ການ​ຕົ້ມ​ກິນ​ແກ່ນ​ໃນ​ຖົ່ວ ຫຼື ສາງ​ມາດ​ກິດ​ດິບ​ໄດ້​ດ້ວຍ​ການ​ນຳ​ໄປ​ລ້າງ​ແລ້ວ​ຈ້ຳ​ກັບ​ແຈ່ວ, ຖ້າ​ເປັນ​ຄົນ​ທາງ​ເໜືອ ຈະ​ກິນ​ກັບ​ແຈ່ວ​ນ້ຳ​ຜັກ​ຖື​ວ່າ​ແຊບ​ຫລາຍ, ໃນ​ສະ​ໄໝ​ກ່ອນ​ຂ້າ​ພະ​ເຈົ້າ​ກໍ​ກິນ​ແບບ​ນີ້​ຕາມ​ພໍ່​ແມ່​ປູ່​ຢາ​ຕາ​ຍາຍ​ມາ​ແຕ່​ດົນ​ເປັນ​ຕົ້ນ.

ນອກຈາກນີ້, “ແຮ” ຍັງໝາຍເຖິງການ​ຮ້າງ​ຫາ​ໄວ້​ກ່ອນ ເປັນ​ການ​ສຳ​ຮອງ​ໄວ້, ຈັດ​ໄວ້​ກ່ອນ, ບໍ່​ວ່າ​ຈະ​ເຮັດ​ວຽກ​ຫຍັງ, ກິນ​ຫຍັງ, ແລະ ອື່ນໆ, ເຊິ່ງ​ເປັນ​ການ​ກະ​ກຽມ​ຄວາມ​ພ້ອມ​ໃຫ້​ກັບ​ຕົນ​ເອງ, ບໍ​ລິ​ສັດ ແລະ ອື່ນໆ​ເພື່ອ​ບໍ່​ໃຫ້​ມີ​ການ​ຂ​າດ​ເຂີນ ຫລື ຜິດ​ພາດ​ໃນ​ສິ່ງ​ທີ່​ຕັ້ງ​ໃຈ​ໄວ້​ເຊັ່ນ: ຫົວ​ໜ້າ​ບໍ​ລິ​ສັດ​ໄດ້​ແຮ​ເງິນ​ໄວ້​ຈ່ຳ​ນວນ​ໜຶ່ງ ແລະ ນຳ​ໄປ​ລົງ​ທືນ​ອີກ​ຈ່ຳ​ນວນ​ໜຶ່ງ​, ຫາກ​ກໍ​ລະ​ນີ​ເກີດ​ເຫດ​ບໍ່​ຄາດ​ຝັນ​ຂື້ນ​ຫລຸດ​ທືນ ຍັງ​ມີ​ທືນ​ສຳ​ຮອງ​ແຮ​ໄວ້​ຈ່າຍ​ຄ່າ​ບໍ​ລິ​ຫານ​ຕ່າງໆ​ຢູ່.

SA Game ແຮ
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄໍາວ່າ “ແຮ”.

  • ນ. ຜ້າໄໝເນື້ອລະອຽດ ແລະ ບາງຜ້າໄໝ ເອີ້ນຜ້າແຮ ຢ່າງວ່າ “ບາໄທເທິງໜອນແຮຮຽງພີ່”.
  • ນ. ຊື່ຕົ້ນຖົ່ວແນວໜຶ່ງ ໜ່ວຍນ້ອຍ ແລະແປ ມີລົດຝາດໃຊ້ກິນໄດ້ ເອີ້ນຖົ່ວແຮ.
  • ກ. ຫ້າງຫາໄວ້ກ່ອນ, ຈັດໄວ້ກ່ອນ, ຈັດທຳໄວ້ກ່ອນ, ຕຽມໄວ້ກ່ອນ ເອີ້ນແຮ ຢ່າງວ່າ “ເຂືອຈົ່ງຟັນເຮືອໄວ້ ຫຼາຍລຳແຮທ່າ”.

ຕົວຢ່າງ:

  • ສວນ​ຂ້ອຍ​ມີ​ຕົ້ນ​ຖົ່ວ​ແຮ​ຫລາຍ, ເຮືອນ​ອ້ອມ​ຂ້າງ ຫລື ເພືອນ​ບ້ານ​ຂອງ​ກໍ​ໄດ້​ກິນ​ນຳ​ຍ້ອນ​ມີ​ຫລາຍ.
  • ຫົວ​ໜ້າ​ບໍ​ລິ​ສັດ​ໄດ້​ແຮ​ເງິນ​ໄວ້​ຈ່ຳ​ນວນ​ໜຶ່ງ ແລະ ນຳ​ໄປ​ລົງ​ທືນ​ອີກ​ຈ່ຳ​ນວນ​ໜຶ່ງ​, ຫາກ​ກໍ​ລະ​ນີ​ເກີດ​ເຫດ​ບໍ່​ຄາດ​ຝັນ​ຂື້ນ​ຫລຸດ​ທືນ ຍັງ​ມີ​ທືນ​ສຳ​ຮອງ​ແຮ​ໄວ້​ຈ່າຍ​ຄ່າ​ບໍ​ລິ​ຫານ​ຕ່າງໆ​ຢູ່
  • ​ນ້ຳ​ດືມ​ຢູ່​ເຮືອນ​ໃກ້​ຈະ​ໝົດ​ແລ້ວຂ້ອຍ​ຕ້ອງ​ໄດ້​ຊື້​ມາ​ແຮ​ໄວ້.

ສະຫຼຸບ.

ຄໍາວ່າແຮ ຜ້າໄໝເນື້ອລະອຽດ ແລະ ບາງຜ້າໄໝ ເອີ້ນຜ້າແຮ.ອີກ​ຄວາມ​ໝາຍ​ໜຶ່ງ​ແມ່ນຫ້າງຫາໄວ້ກ່ອນ, ຈັດໄວ້ກ່ອນ, ຈັດທຳໄວ້ກ່ອນ, ຕຽມໄວ້ກ່ອນ. ນອກຈາກນີ້, “ແຮ” ຍັງ​ໝາຍ​ເຖິງ ຊື່ຕົ້ນຖົ່ວແນວໜຶ່ງ ໜ່ວຍນ້ອຍ ແລະແປ ມີລົດຝາດໃຊ້ກິນໄດ້ ເອີ້ນຖົ່ວແຮອີກດ້ວຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ ເວົ້າ​ລາວ​ກັນ