ຄໍາວ່າ “ຮົກ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game ຮົກ

DooDiDo

ອະທິບາຍຄໍາວ່າ “ຮົກ” ໃນ​ພາ​ສາ​ລາວມີຄວາມໝາຍແນວໃດ?

ຄໍາວ່າ “ຮົກ” ໝາຍເຖິງຄວາມບໍ່​ເປັນ​ລະ​ບົບ​ລະ​ບຽບ​ເກາະ​ກາຍ​ກັນ​ໄປ​ຊະ​ຊາຍ, ເປັນ​ຕົ້ນ​ແມ່ນ​ຂີ້​ເຫຍື້ອ​ຈ່ຳ​ນວນ​ຫລາຍຕາມ​ເຮືອນ​ຊານ​ບ້ານ​ຊ່ອງ, ຕາມ​ໄຮ່​ນາ​ຮົ້ວ​ສວນ ຫລື ຕາມ​ປ່າ​ຕ່າງໆ​ກໍ​ເອີ້ນ​ເຊັ່ນ​ດຽວ​ກັນ, ສ່ວນ​ຫລາຍ​ມັກ​ຈະ​ໄດ້​ຍິນ​ກັນ​ຢູ່​ເປັນ​ປະ​ຈຳ​ໃນ​ເຮືອນ​ຊານ​ຂອງ​ຕົນ​ເອງ ເຊັ່ນ: ເຮືອນ​ຂ້ອຍ​ມັກ​ຮົກ​ຫລາຍ ບໍ່​ໄດ້​ມ້ຽນ​ດົນ​ແລ້ວ, ເມຍ​ຂ້ອຍ​ກວາດ​ເຮືອນ ເພາະ​ວ່າ​ເຮືອນ ຮົກ​ຫລາຍ ເປັນ​ຕົ້ນ.

ນອກຈາກນີ້, “ຮົກ” ຮົກໝາຍເຖິງ​ຮ​ວາຍ​ລູກ ຫລື ມົດ​ລູກ ກໍ​ໄດ້, ໃນ​ກໍ​ລະ​ນີ​ນີ້, ສ່ວນ​ຫລາຍ​ໃຊ້​ກັບ​ຄົນ ແລະ ສັດໃນ​ຕອນ​ເວ​ລາ​ເກີດ​ລູກ​ໃໝ່ໆ, ບາງ​ຄົນ​ເອົາ​ມາ​ຕົ້ມ​ກິນ​ໃນ​ກໍ​ລະ​ນີ​ສັດ​ເກີດ​ລູກ​ໃໝ່ໆ ເຂົາ​ເຈົ້າ​ຕ້ອງ​ໄປ​ຖ້າ​ເອົາ​ໃຫ້​ທັນ, ຖ້າ​ຫາກ​ເອົາ​ບໍ່​ທັນ​ກໍ​ຈະ​ຖືກ​ແມ່​ຂອງ​ສັດ​ນັ້ນ​ກິນ​ເອງ ເຊິ່ງ​ສິ່ງ​ນີ້​ທີ່​ເອີ້ນ​ວ່າ ຮົກ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

SA Game ຮົກ
DooDiDo

ຄໍາວ່າ “ຮົກ”.

ວ. ບໍ່ແປນ, ເປັນປ່າຕຶບ, ສະຖານທີ່ ທີ່ເຕັມໄປດ້ວຍສິ່ງຂອງຕ່າງໆ ມີສິ່ງທີ່ຕ້ອງການ ແລະ ບໍ່ຕ້ອງການ ເອີ້ນທີ່ຮົກ ຢ່າງວ່າ ” ຮົກຄົນໄດ້ໃຊ້ ຮົກໄມ້ໄດ້ຟັນ ” (ພາສິດ).

ນ. ຊື່ໄມ້ໄຜ່ແນວໜຶ່ງ ລຳໃຫຍ່ກວ່າໄມ້ໄຜ່ບ້ານ ແລະ ບໍ່ມີໜາມ ເອີ້ນໄມ້ຮົກ.

ນ. ຮວາຍລູກ, ມົດລູກ ກໍ່ວ່າ.

ຕົວຢ່າງ:

  • ວານ​ນີ້​ຂ້ອຍ​ກາຍ​ໄປ​ປະ​ຕູ​ໄຊ​ເຫັນ​ນັກ​ທ່ອງ​ທ່ຽວ​ມາ​ທ່ຽວ​ຢ່າງ​ຫລວງ​ຫລາຍ ແລະ ຕາມ​ສະ​ຖານ​ທີ​ຈອດ​ລົດ​ເຫັນ​ຂີ້​ເຫຍື້ອ ຮົກ ເຕັມ​ໄປ​ຫມົດ.
  • ບໍ່​ໄດ້​ໄປ​ສວນ​ດົນ​ແລ້ວ​ມາ​ເບິ່ງ​ມື້​ນີ້ ຮົກ ຂະ​ໜາດ​ເຕັມ​ໄປ​ດ້ວຍ​ຕົ້ນໄມ້ ແລະ ຫຍ້າ.
  • ເຮືອນ​ຂ້ອຍ​ຮົກ​ຫລາຍ​ເດັກ​ນ້ອຍ​ມາ​ຫລິ້ນ​ຂອງ​ຫລິ້ນ​ເດັກ​ນ້ອຍ​ແລ້ວ​ບໍ່​ມ້ຽນ

ສະຫຼຸບ.

ຄໍາວ່າຮົກ ບໍ່ແປນ, ເປັນປ່າຕຶບ, ສະຖານທີ່ ທີ່ເຕັມໄປດ້ວຍສິ່ງຂອງຕ່າງໆ ມີສິ່ງທີ່ຕ້ອງການ ແລະ ບໍ່ຕ້ອງການ, ອ​ີກ​ຄວາມ​ໝາຍ​ໜຶ່ງໝາຍ​ຄວາມ​ວ່າ ຊື່ໄມ້ໄຜ່ແນວໜຶ່ງ ລຳໃຫຍ່ກວ່າໄມ້ໄຜ່ບ້ານ ແລະ ບໍ່ມີໜາມ ເອີ້ນໄມ້ຮົກ. ນອກຈາກນີ້, “ຮົກ” ຍັງ​ໝາຍ​ເຖິງ ຮວາຍລູກ, ມົດລູກ ອີກດ້ວຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ ເວົ້າ​ລາວ​ກັນ