ຄໍາວ່າ “ຮົມ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game ຮົມ

DooDiDo

ອະທິບາຍຄໍາວ່າ “ຮົມ” ໃນ​ພາ​ສາ​ລາວມີຄວາມໝາຍແນວໃດ?

ຄໍາວ່າ “ຮົມ” ໝາຍເຖິງການ​ຮົມ ຫຼື ລົນ​ໃຫ້​ຮ້ອນ​ດ້ວຍ​ອາຍ​ຮ້ອນ​ອາດ​ຈະ​ເປັນ​ອາຍ​ນ້ຳ ຫຼື ຄວັນ​ກໍ​ຕາມ, ສ່ວນ​ຫລາຍ​ແມ່ນ​ຈະ​ເຫັນ​ຕາມ​ປ້າຍ​ຕ່າງໆ​ດັ່ງ​ຮ້ານ​ຮົມ​ຢາເປັນ​ຕົ້ນ, ເຊິ່ງ​ການ​ຮົມ​ຢາ​ຈະ​ເປັນ​ການ​ສ້າງ​ຄວາມ​ຮ້ອນ​ອາດ​ຈະ​ເປັນ​ນ້ຳ​ຕົ້ມ​ກັບ​ຢາ​ແລ້ວ​ມີອາຍ​ຄວັນອອກ​ມາ​ເພື່ອ​ໃຫ້​ຄົນ​ມາ​ນັ່ງ​ຮົມ​ຢາ​ໃນ​ຫ້ອງ​ທີ່​ກຳ​ນົດ​ໃຫ້​ໂດຍ​ຄາດ​ວ່າ​ຈະ​ເຮັດ​ໃຫ້​ຫາຍ​ຈາກ​ພະ​ຍາດ ຫລື ຫາຍ​ເມືອຍ ແລະ ອື່ນໆ ແລ້ວ​ແຕ່​ຢາ​ຂອງ​ແຕ່​ລະ​ຮ້ານ​ທີ່​ຈະ​ເອົາ​ມາ​ຮົມ​ໃຫ້.

ນອກຈາກນີ້, “ຮົມ” ຍັງໝາຍເຖິງ​ຮ່ຳ​ເພີງ, ຄວາມ​ຄິດ​ຮອດ​ຄິດ​ເຖິງ​ຢູ່​ໃນ​ໃຈ ຄ້າຍ​ຄື​ບາດ​ແຜ​ທີ່​ເຈັບ​ບໍ່​ຮູ້​ຫາຍ​ຈັກ​ເທືອ, ເປັນ​ການ​ຄິດ​ຮອດ​ຄິດ​ເຖິງ​ບາດ​ຢູ່​ໃນ​ຫົວ​ໃຈ​ຄ້າຍໆ​ມີ​ຄວາມ​ເຈັບ​ປວດ​ແຕ່​ບໍ່​ເຄີຍ​ຫາຍ​ໄປ​ຈັກ​ເທືອ​ຈາກ​ຄວາມ​ຄິດ ຫລື ຈາກຄວາມ​ຮູ້​ສືກ​ຂອງ​ຫົວ​ໃຈ, ເປັນ​ຄວາມ​ຮູ້​ສືກ​ຮົມໆ ບໍ່​ຫາຍ​ໄປ​ຈາກ​ຄວາມ​ຮູ້​ສືກ ອາດ​ຈະ​ເປັນ​ຄວາມ​ຮູ້​ສືກ ຮ້າຍ ຫລື ດີ ກໍ​ແລ້ວ​ແຕ່ ຄວາມ​ໝາຍ​ຂອງ​ຄວາມ​ຮູ້​ສືກ​ໂຕ​ນີ້​ເອີ້ນ​ວ່າ ຮົມ.

SA Game ຮົມ
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄໍາວ່າ “ຮົມ”.

ກ. ອົບ ຫຼື ລົນໃຫ້ຮ້ອນ ດ້ວຍຄວັນ ຫຼື ອາຍໄຟ, ອາຍນ້ຳຮ້ອນ ດັ່ງວ່າ “ແລ້ວລູບຜ້າຮົມກິ່ນກິດສະໜາ”.

ກ. ຮ່ຳເພີງ, ຄິດເຖິງ, ຮົມເພີງ ກໍ່ວ່າ ດັ່ງວ່າ “ອາດູນຮ້ອນ ຮົມເຖິງນາງນາດນົກຮ່ຳຮ້ອງຊົມຕ້ອງຕື່ມລາງ”.

ຕົວຢ່າງ:

  • ໂອ​ຄວາມ​ຮັກ​ຂອງ​ຂ້ອຍ ເຈົ້າ​ຈາກ​ໄປ​ບໍ່​ກັບ​ມາ ຂ້ອຍ​ລໍ​ຖ້າ​ຄິດ​ຮອດ​ເຈົ້າ ຮົມໆ
  • ​ມື້​ນີ້​ຮູ້​ສືກ​ເມືອຍໆ​ວ່າ​ຊິ​ຊວນ​ໝູ່​ໄປ​ຮົມ​ຢາ​ໃຫ້​ສົດ​ຊື່ນ​ຈັກ​ນ້ອຍ
  • ​ຮ້ານ​ຮົມ​ຢາ​ໃສ່​ຄວາມ​ຮ້ອນ​ຫລາຍ​ໂພດ​ໃນ​ການ​ຈະ​ໃຫ້​ລູກ​ຄ້າ​ເຂົ້າ ຮົມ ຢາ.
  • ນັງ​ຢູ່​ໃນ​ຫ້ອງນອນ​ດີໆ​ກໍ​ມີ​ຄົນ​ເຮືອນ​ຂ້າງ​ຈູດ​ຂີ້​ເຫຍື້ອ​ເອົາ​ຄວັນ​ມາ​ຮົມ​ໃສ່​ກັນ​ເກືອບ​ຕາຍ.

ສະຫຼຸບ.

ຄໍາວ່າຮົມ ມີ​ຄວາມ​ໝາຍ​ວ່າ ອົບ ຫຼື ລົນໃຫ້ຮ້ອນ ດ້ວຍຄວັນ ຫຼື ອາຍໄຟ, ອາຍນ້ຳຮ້ອນ ການ​ຮົມ ຫຼື ລົນ​ໃຫ້​ຮ້ອນ​ດ້ວຍ​ອາຍ​ຮ້ອນ​ອາດ​ຈະ​ເປັນ​ອາຍ​ນ້ຳ ຫຼື ຄວັນ​ ເຊັ່ນວ່າ: ຮົມ​ຢາ, ຮົມ​ຄວັນ ແລະ ອື່ນໆ​ເປັນ​ຕົ້ນ. ນອກຈາກນີ້, “ຮົມ” ຍັງ​ໝາຍ​ເຖິງ ຮ່ຳເພີງ, ຄິດເຖິງ, ຮົມເພີງ ​ການ​ຄິດ​ຮອດ​ຄິດ​ເຖິງອີກດ້ວຍ​ ການຮ່ຳ​ເພີງ, ຄວາມ​ຄິດ​ຮອດ​ຄິດ​ເຖິງ​ຢູ່​ໃນ​ໃຈ ຄ້າຍ​ຄື​ບາດ​ແຜ​ທີ່​ເຈັບ​ບໍ່​ຮູ້​ຫາຍ​ຈັກ​ເທືອ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ ເວົ້າ​ລາວ​ກັນ