ຄຳວ່າ ”ຄ່າ” ແລະ ”ລາຄາ” ກັບຄວາມໝາຍ​ທີ່​ຄ້າຍ​ຄື ແລະ ແຕກ​ຕ່າງ

SA Game ຄ່າ ແລະ ລາຄາ

DooDiDo

ອະ​ທິ​ບາຍຄຳວ່າ ”ຄ່າ” ແລະ ”ລາຄາ” ທີ່ຄວາມຄື​ກັນ​ ແລະ ແຕກຕ່າງກັນ. 

ຄຳວ່າ ”ຄ່າ” ແລະ ”ລາຄາ” ເປັນ​ຄຳ​ທີ່​ມີ​ຄວາມ​ໝາຍ​ບາງ​ຢ່າງ​ຄ້າຍ​ຄື​ກັນ, ສິ່ງ​ທີ່​ມີ​ຄ່າກໍ​ຕ້ອງ​ມີ​ລາ​ຄາ​ແພງ ຫລາຍໆ​ຄັ້ງ​ທີ່​ການ​ໃຊ້​ສອງ​ຄຳ​ນີ້, ຄວາມ​ໝາຍ​ສ່ວນ​ຫລາຍ​ກໍ​ຄ້າຍ​ຄື​ກັນ ເຊັ່ນ​ວ່າ ເສື​້ອ​ໂຕ​ນີ້​ລາ​ຄາ​ທົ່າ​ໃດ, ເຮົາ​ນີ້​ເປັນ​ຮູບ​ພໍ່​ຂອງ​ຂ້ອຍ​ໃນ​ສະ​ໄໝ​ກ່ອນ ເຊິ່ງ​ມີ​ຄ່າ​ຫລາຍ​ສຳ​ລັບ​ຂ້ອຍ, ທຸກໆຄຳເວົ້າໃນພາສາລາວຂອງເຮົາຍັງມີອີກຫຼາກຫຼາຍຄຳສັບທີ່ມີຄວາມໝາຍຄ້າຍຄືກັນ ແຕ່ບໍ່ແມ່ນອັນດຽວກັນ ຈື່ງອາດພາໃຫ້ເກີດເປັນຈຸດອ່ອນໃນການໃຊ້ຄຳສັບ ຫຼື ການໃຊ້ສື່ສານກັນໃນຊີວິດປະຈຳວັນ ເພາະຖ້າຫາກເຮົາສື່ສານກັນໂດຍການນຳໃຊ້ຄຳສັບ ຫຼື ຖ້ອຍຄຳທີ່ບໍ່ຖືກຕ້ອງຕາມຈຸດປະສົງທີ່ເຮົາຕ້ອງການກໍ່ສາມາດເຮັດໃຫ້ຄູ່ສົນທະນາເຂົ້າໃຈໄປໃນຄວາມໝາຍທີ່ແຕກຕ່າງກັນອອກໄປ.

ບົດນີ້​ຈື່ງຈະຍົກເອົາ ຄຳວ່າຄ່າ ແລະ ລາຄາ ມາ​ອະ​ທິ​ບາຍ, ເພາະ​ສອງ​ຄຳ​ນີ້ບາງຄົນອາດຄິດວ່າເປັນຄວາມໝາຍອັນດຽວກັນກໍ່ເປັນໄດ້ ​ໂດຍສະເພາະແມ່ນຄົນຕ່າງຊາດທີ່ມາທ່ຽວ ຫຼື ອາໃສຢູ່ລາວທີ່ອາດຍັງບໍ່ເຂົ້າໃຈໃນຄຳເວົ້າ ແລະ ຄວາມໝາຍຂອງທັງສອງຄຳນີ້, ດັ່ງນັ້ນມື້ນີ້ເຮົາຈະມາລົງລຶກເຖິງສອງຄຳນີ້ວ່າມັນມີຄວາມໝາຍທີ່ຄ້າຍຄືກັນ ແລະ ແຕກຕ່າງກັນຄືແນວໃດ.

SA Game ຄ່າ ແລະ ລາຄາ
DooDiDo

ຄຳວ່າ ”ຄ່າ”.

ເປັນຄຳນາມ : ໝາຍເຖິງການປຽບທຽບລະຫວ່າງວັດຖຸສິ່ງຂອງກັບຊັບສິນ ຫຼື ເງິນເພື່ອໃຫ້ໄດ້ຕາມຄວາມຕ້ອງການ ແລະ ຄວາມເໝາະສົມໃນການປຽບທຽບ, ນອກຈາກນີ້ຍັງສາມາດໃຊ້ໄດ້ກັບການປຽບທຽບໃສ່ກັບຈິດໃຈຂອງຄົນເຮົາໄດ້ອີກດ້ວຍ.

  •  ນ. ລາຄາ, ຄຸນປະໂຫຍດຂອງສິ່ງໃດສິ່ງໜຶ່ງ ເອີ້ນຄ່າ ເຊັ່ນ ຄ່າເສື້ອ, ຄ່າຜ້າ, ຄ່ານາ … ຢ່າງວ່າ “ຂອງດີມີຄ່າ ຢາດີມີຄຸນ” (ພາສິດ).
  •  ວ. ທໍ່, ມີສ່ວນຍາວທໍ່ກັນ, ມີສ່ວນສັ້ນ ຫຼືຍາວພຽງກັນ ເອີ້ນຄ່າກັນ, ທໍ່ກັນ, ເຊັ່ນ ຍາວຄ່າວາ, ຍາວຄ່າສອກ.

ຕົວຢ່າງ :

  1. ຮູບໃບນີ້ມັນມີຄຸນຄ່າຫຼາຍກັບຈິດໃຈຂອງຂ້ອຍ
  2. ເຮືອນຫຼັງນີ້ ກັບ ດິນຕອນນັ້ນຈັ່ງໃດກະມີຄ່າຊ່ຳໆກັນນັ້ນລະ.
  3. ການທີ່ໄດ້ຮັບໂອກາດໃນການເຮັດວຽກຄັ້ງນີ້ມັນມີຄຸນຄ່່າຫຼາຍກັບຊີວິດຂ້ອຍ.

ຄຳວ່າ ”ລາຄາ”

ໝາຍເຖິງວັດຖຸສິ່ງຂອງ, ສິນຄ້າ ແລະ ບໍລິການທີ່ຄິດເປັນລາຄາ, ເພາະລາຄາເປັນສິ່ງທີ່ກຳນົດມູນຄ່າຂອງຜະລິດຕະພັນ ແລະ ຍັງກຳນົດຜົນຈາກການດຳເນີນທຸລະກິດຂອງເງິນຕາ ທີ່ໃຊ້ເຂົ້າໃນການແລກປ່ຽນຊື້-ຂາຍຜະລິດຕະພັນ ເຊີ່ງເປັນຈຳນວນເງິນທີ່ຜູ້ຊື້ເຕັມໃຈທີ່ຈະຊຳລະ ແລະ ຜູ້ຂາຍກໍເຕັມໃຈທີ່ຈະຂາຍໃນລາຄາດຽວກັນ.

ຕົວຢ່າງ:

  1. ລົດຄັນນີ້ຂ້ອຍຊື້ມາໃນລາຄາ 2,000,000 ກີບ.
  2. ຮ້ານເສີມສວຍຮ້ານນີ້ ບໍລິການສະຜົມຜູ້ຍິງລາຄາພຽງແຕ່ 10,000 ກີບຕໍ່ຄັ້ງ.
  3. ເສື້ອຜືນນີ້ລາຄາເທົ່າໃດ?

ສະຫຼຸບ.

ຄຳວ່າຄ່າ ແລະ ລາຄາ  ນັ້ນມັນມີຄວາມກ່ຽວຂ້ອງ ຫຼື ຕໍ່ເນື່ອງກັນໃນການໃຊ້ຊັບພາສາລາວ ດັ່ງນັ້ນກ່ອນທີ່ເຮົາຈະໃຊ້ຄຳສັບໃນການສົນທະນາຈື່ງຄວນໄຈ້ແຍກກ່ອນວ່າຄວນນຳໃຊ້ຄຳໃດ, ໃນກໍລະນີໃດ ເພາະທັງສອງຄຳນີ້ຖ້າເຮົານຳມາໃຊ້ໄປໃນທາງທີ່ບໍ່ຖືກຕ້ອງ ມັນສາມາດເຮັດໃຫ້ຄວາມໝາຍແຕກຕ່າງອອກຈາກຈຸດປະສົງທີ່ເຮົາຕ້ອງການໄດ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ ເວົ້າ​ລາວ​ກັນ