ຄໍາວ່າ “ຊຸບ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game ຊຸບ

DooDiDo

ອະທິບາຍ ຄໍາວ່າ “ຊຸບ” ມີຄວາມໝາຍແນວໃດ?

ຄໍາວ່າ “ຊຸບ” ແມ່ນຊື່ອາຫານຢ່າງນຶ່ງທີ່ຄົນເຮົາເຮັດກິນ ສ່ວນໃຫຍ່ແມ່ນເຮັດດ້ວຍຜັກ ແລະ ແຂ້ນນໍ້າຄ້າຍຄືລາບ ແຕ່ບໍ່ແມ່ນແກງ ຫຼື ເອາະ ເຊັ່ນ: ຊຸບຜັກກາດນ້ອຍ, ຊຸບຜັກຫຍ້າຄວາຍ, ຊຸບຜັກຫວານ, ຊຸບຜັກກ້ານຈອງ ຫຼື ຜັກປັບ, ຊຸບຜັກລວມມີດ, ຊຸບໝາກບວບໃສ່ໜໍ່, ຊຸບຜັກແວ່ນ, ຊຸບດອກແຄ, ຊຸບຍອດ ແລະ ດອກຂ້າ, ຊຸບຜັກຈອງ ແລະ ອື່ນໆ.

ນອກຈາກນີ້, “ຊຸບ” ຍັງໝາຍເຖິງການເຮັດໃຫ້ສິ່ງທີ່ຕາຍໄປແລ້ວ ມີຊີວິດຄືນອີກ ອາດຈະດ້ວຍວິທີໃດນຶ່ງ ເປັນຕົ້ນ ການປິ່ນປົວ ຫຼື ຄົນບູຮານມັກໃຊ້ແບບໃສຍະສາດ ເຊັ່ນ: ຊຸບຄົນຕາຍໃຫ້ມີຊິວິດດ້ວຍການໃຊ້ວິທະຍາສາດ, ຊຸບຊີວິດສັດທີ່ຕາຍໃຫ້ຄືນດ້ວຍການປຸກເສກຄາຖາ ເປັນຕົ້ນ (ສ່ວນໃຫຍ່ມີແຕ່ໃນໜັງວິທະຍາສາດ ແລະ ໜັງທີມີວິຊາອາຄົມ ແຕ່ໃນຄວາມເປັນຈິງແມ່ນຍັງບໍ່ສາມາດມີີີີີໃຜເຮັດ ແລະ ພິສູດໄດ້). ຄໍາວ່າຊຸບ ກົງກັນຂ້າມກັບຄໍາວ່າ “ຕາຍ”. ຊຸບຍັງໝາຍເຖີງການລ້ຽງດູບຸກຄົນໃດໜຶ່ງ ຫຼື ປັ້ນບຸກຄົນໃດໜຶ່ງໃຫ້ເປັນຄົນດີ ຫຼື ເປັນຢ່າງທີ່ຕົນຫວັງ. “ຊຸບ” ຍັງແມ່ນການເອົາເຫຼັກ, ຂາງ ຫຼື ຢ່າງອື່ນທີ່ຮ້ອນໄປຈຸ່ມນໍ້າ ຫຼື ນໍ້າຢາສະເພາະ ເພື່ອໃຫ້ກ້າ (ແຂງກວ່າປົກກະຕິ) ເຊັ່ນ: ຊຸບມີດຊຸບພ້າ.

SA Game ຊຸບ
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄໍາວ່າ “ຊຸບ”.

“ຊຸບ” (1. ຄໍານາມ) ຊື່ອາຫານຢ່າງນຶ່ງ ສ່ວນຫຼາຍເຮັດດ້ວຍຜັກ ເປັນອາຫານແຂ້ນຄ້າຍຄືລາບ. (2. ຄໍາກິລິຍາ) ທໍາໃຫ້ເປັນຂຶ້ນ, ທໍາໃຫ້ມີຊີວິດຄືນ (ຊຸບຄົນຕາຍໃຫ້ເປັນ), ທໍາໃຫ້ກ້າແຂງ (ຊຸບມີດ), ແຊ່ ຫຼື ຈຸ່ມວັດຖຸລົງໃນນໍ້າຢາ.

ຕົວຢ່າງ:

  • ມື້ວານເຮັດຊຸບຜັກລວມ ຊຶ່ງຂັ້ນຕອນແມ່ນເອົາຜັກໄປລວກ, ເອົາໝາກເຜັດ ຂິງ ກະທຽມ ທີ່ຈີ່ ມາຄົນໃສ່ ເພີ່ມງາ ແລະ ນໍ້າປາແດາກ, ເກືອ, ແປ້ງນົວ ເພື່ອໃຫ້ໄດ້ຕາມທີ່ຕ້ອງການ.
  • ນາຍໝໍຊຸບຊີວິດຄົນເຈັບທີ່ຫົວໃຈລົ້ມເຫຼວດ້ວຍການເອົາໄຟຊອດ ແລະ ປໍ້າຫົວໃຈຕາມວິທີ່ການ ຈົນເຮັດໃຫ້ລາວຟື້ນຄືນ ແລະ ລອດຕາຍ.
  • ຊ່າງຕີດາບເອົາເຫຼັກມາເຜົາ, ຕີ ແລ້ວຊຸບນໍ້າ ເຮັດຊໍ້າໆຫຼາຍເທື່ອ ຈົນໄດ້ດາບແຂງ ແລະ ມີຄົມ ເປັນເລີດ.

ສະຫຼຸບ.

ຄໍາວ່າຊຸບ ວິທີການປຸງແຕ່ງອາຫານຢ່າງນຶ່ງ ສ່ວນໃຫຍ່ແມ່ນເຮັດດ້ວຍຜັກລວກ ບາງບ່ອນກະໃສ່ຂ່າໃສ່ງາ ເພີ່ມລົດຊາດ, ແຂ້ນນໍ້າຄ້າຍຄືລາບ ແຕ່ບໍ່ແມ່ນແກງ. ນອກຈາກນີ້, “ຊຸບ” ແມ່ນການເຮັດໃຫ້ສິ່ງທີ່ຕາຍໄປແລ້ວມີຊີວິດຄືນ ເຊັ່ນ ຄົນ, ສັດ, ພຶດ ດ້ວຍການເຮັດວິທີໃດນຶ່ງ. “ຊຸບ” ແມ່ນການລ້ຽງດູບຸກຄົນໃດໜຶ່ງໃຫ້ໃຫຍ່ກ້າໜ້າບານ ແລະ ເປັນຢ່າງທີ່ຕົນຫວັງ. ຄໍາວ່າຊຸບແມ່ນການຊຸບເຫຼັກ, ຊຸບຂາງ ຫຼື ຢ່າງອື່ນ ດ້ວຍນໍ້າຢາສະເພາະ ເພື່ອໃຫ້ກ້າ, ແຂງກວ່າປົກກະຕິ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ ເວົ້າ​ລາວ​ກັນ