ຄໍາວ່າ “ແອບ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ແອບ” ມີຄວາມໝາຍແນວໃດ?

ຄໍາວ່າ “ແອບ” ໝາຍເຖິງພາຊະນະຢ່າງນຶ່ງ ຊຶ່ງເປັນເຄື່ອງຈັກສານໃນຂະແໜງຫັດຖະກໍາ, ເຮັດດ້ວຍ ຕອກໄມ້ປ່ອງ, ຕອກຫວາຍ ຫຼື ຢາງພາລາສະຕິກ, ວັດຖຸປະສົງແມ່ນເພື່ອສໍາລັບໃສ່ໝາກພູ ແລະ ຢາດູດ, ໃສ່ເຂົ້າໜຽວໜຶ້ງ ໂດຍທົ່ວໄປມີຝາອັດ ແລະ ມີຮູບຮ່າງ, ຂະໜາດ, ລວດລາຍ ຫຼາຍແນວແຕກຕ່າງກັນໄປ ຂຶ້ນກັບຄວາມມັກຂອງຜູ້ເຮັດ ແລະ ຄວາມຕ້ອງການຂອງຕະຫຼາດ, ບາງແນວກໍສະແດງລວດລາຍຕິດພັນ ກັບວັດທະນາທໍາການເປັນຢູ່ ດັ່ງ ລາຍແອບເຂົ້າ, ແອບຢາ ເປັນຕົ້ນ.

ນອກຈາກນີ້, “ແອບ” ຍັງໝາຍເຖິງການເຝິກແອບ, ຝຶກຊ້ອມ, ຝຶກຝົນ ຫຼື ຝຶກຫັດ ຊຶ່ງເປັນການຮຽນເຮັດ ໃນສິ່ງທີ່ບໍ່ຊໍານານ ຫຼື ເປັນດີ ໃຫ້ຖະນັດ ແລະ ຄ່ອງແຄ້ວ ເຊັ່ນ: ແອບງານ, ແອບຄວາຍໄຖນາ, ແອບ ຂັບລົດ, ແອບສອນ, ແອບຂຽນ, ແອບເຮັດວຽກ ແລະ ອື່ນໆ. “ແອບ” ເວລາໄປບວກກັບຄໍາອື່ນຍັງໃຫ້ ຄວາມຕ່າງໄປ ດັ່ງ ແອບແຝງແມ່ນມີວັດຖຸປະສົງຊ້ອນເລັ້ນບາງຢ່າງ, ແອບຮັກແມ່ນລັກຮັກ, ແອບໜີແມ່ນ ລັກໜີ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າແອບ”.

“ແອບ” (1. ຄໍານາມ) ພາຊະນະສໍາລັບໃສ່ໝາກພູ ແລະ ຢາດູດ ຮູບຕ່າງໆ ມີຝາອັດ ເອີ້ນ ແອບໝາກ ຫຼື ແອບຢາ. (2. ຄໍາກິລິຍາ) ຫັດ, ເຝິກ, ເຮັດໃຫ້ເປັນ, ເຮັດໃຫ້ຊໍານານ.

ຕົວຢ່າງ:

  • ໃນງານດອງເຈົ້າພາບໄດ້ກະກຽມແອບເຂົ້າໜຽວໃຫຍ່ໆ ເພື່ອໃສ່ເຂົ້າໄວ້ໃຫ້ແຂກສອງສາມແອບ ເພື່ອຫຼຸດຜ່ອນແຮງງານ ແລະ ການບໍລິການຢາຍແອບເຂົ້ານ້ອຍຫຼາຍໆອັນ.
  • ຄວານຊ້າງຝຶກແອບຊ້າງໃຫ້ຮູ້ຈັກຍົກຂາເຄົາລົບແຂກທີທມາຢ້ຽມຢາມ ແລະ ສະແດງທ່າທີອ່ອນ ນ້ອມ.

ສະຫຼຸບ.

ຄໍາວ່າ “ແອບ” ແມ່ນເຄື່ອງຫັດກະກໍາຈັກສານເຮັດດ້ວຍຕອກໄມ້ປ່ອງ, ຕອກຫວາຍ ຫຼື ເສັ້ນຢາງພາລາ ສະຕິກ ເປັນພາຊະນະເພື່ອໃສ່ສິ່ງຂອງໃດນຶ່ງ ດັ່ງ ແອບເຂົ້າ, ແອບໃສ່ໝາກພູ ເປັນຕົ້ນ, ຊຶ່ງການສານ ເຮັດແມ່ນມີຮູບຮ່າງ, ຂະໜາດ, ລວດລາຍຫຼາຍແນວແຕກຕ່າງກັນໄປ. ນອກຈາກນີ້, “ແອບ” ຍັງແມ່ນ ການເຝິກແອບ, ຝຶກຊ້ອມ, ຝຶກຝົນ ຫຼື ຝຶກຫັດ ເພື່ອຮຽນເຮັດສິ່ງທີ່ບໍ່ເປັນດີ ໃຫ້ເປັນ ໃຫ້ຊໍານານ ຫຼື ຄ່ອງ ແຄ້ວ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo