ຄໍາວ່າ “ຍ້າຍ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຍ້າຍ” ມີຄວາມໝາຍແນວໃດ?

ຄໍາວ່າ “ຍ້າຍ” ຫຼື ຍົກຍ້າຍ ໝາຍເຖິງການເຄື່ອນຍ້າຍ ຫຼື ເຄື່ອນທີ່, ອົບພະຍົບຈາກສະຖານທີ່ນຶ່ງໄປຫາອີກສະຖານທີ່ນຶ່ງ ດ້ວຍເຫດຜົນຕ່າງໆ ເຊັ່ນ: ຍ້າຍໜີສົງຄາມ, ຍ້າຍຖີ່ນທີ່ຢູ່ອາໃສ, ຍ້າຍບ່ອນຫາກິນ, ຍ້າຍບ່ອນຄ້າຂາຍ, ຍ້າຍເຄືອງຍ້າຍຂອງ, ຍ້າຍບ່ອນລ້ຽງສັດ. “ຍ້າຍ” ຍັງແມ່ນການປ່ຽນ ບ່ອນເຮັດວຽກເຮັດງານ ຫຼື ຢ່າງອື່ນ ເຊັ່ນ: ຍ້າຍວຽກ, ຍ້າຍບ່ອນຮຽນ, ຍ້າຍການລົງທຶນ ອື່ນໆ. “ຍ້າຍ” ກົງກັນຂ້າມກັບຕັ້ງຫຼັກປັກຖານ ຫຼື ຢູ່ຖາວອນ.

ນອກຈາກນີ້, “ຍ້າຍ” ແມ່ນມີມາແຕ່ດົນນານ ແລະ ບໍ່ສາມາດກໍານົດໄດ້ແນ່ນອນ ຊຶ່ງເຫັນໄດ້ຈາກການຍ້າຍ ຫຼື ເຄື່ອນທີ່ຂອງບັນດາດວງດາວ, ອຸກະບາດຕ່າງໆ ແລະ ສິ່ງຕ່າງໆ ໃນບັນດາຈັກກະວານ. ການຍ້າຍຂອງຄົນ ແລະ ສັດຢູ່ໃນໂລກ ດັ່ງ ການຄົ້ນຄວ້າພົບວ່າມະນຸດເຮົາເກີດຂຶ້ນທໍາອິດຢູ່ທະວີບອາຟາລິກາ ແລະ ໄດ້ຍ້າຍຖີ່ນຖານໄປຢູ່ສະຖານທີ່ຕ່າງໆຂອງໂລກ ເປັນຕົ້ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຍ້າຍ”.

“ຍ້າຍ” (1. ຄໍາກິລິຍາ) ຜ່ຽນໄປມາຈາກບ່ອນເດີມ, ເຄື່ອນ.

ຕົວຢ່າງ:

  • ໃນແຕ່ລະປີ ໄດ້ມີນົກ ພາກັນອົບພະຍົບຍົກຍ້າຍໜີໜາວຈາກປະເທດຈີນລົງມາຍັງປະເທດລາວ ແລະ ໄທ ເປັນຈໍານວນຫຼວງຫຼາຍ. ຫຼັງຈາກນັ້ນ, ກໍກັບຄືນຖີ່ນເດີມ.
  • ການຍ້າຍສິນຄ້າໃນທຸກວັນນີ້ສ່ວນໃຫຍ່ແມ່ນໃຊ້ລົດບັນທຸກ ແລະ ໃຊ້ລະບົບລາງ ລວມທັງທາງ ເຮືອ ຫຼາຍກວ່າທາງອາກາດ.

ສະຫຼຸບ.

ຄໍາວ່າ “ຍ້າຍ” ແມ່ນການຍົກຍ້າຍ, ແຍກຍ້າຍ, ເຄື່ອນຍ້າຍ ຫຼື ເຄື່ອນທີ່ ແລະ ເປັນການອົບພະຍົບ ຈາກບ່ອນ ນຶ່ງໄປຫາອີກບ່ອນນຶ່ງ ດ້ວຍສາເຫດ ຫຼື ເຫດຜົນຕ່າງໆ ຊຶ່ງເກີດຂຶ້ນໂດຍທໍາມະຊາດ ຫຼື ຖືກບັງຄັບກະມີ ເຊັ່ນ: ຍ້າຍທີ່ຢູ່ອາໃສ, ຍ້າຍບ່ອນຫາກິນ. ການຍ້າຍມີຫຼາຍຮູບແບບ ດັ່ງ ຂົນຍ້າຍ, ຍ່າງຍ້າຍ ເປັນຕົ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo