ຄໍາວ່າ “ແຜ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ແຜ” ມີຄວາມໝາຍແນວໃດ?

ຄໍາວ່າ “ແຜ” ໝາຍເຖິງຮອຍແຜ ຫຼື ບາດແຜ ຫຼື ຮອຍແປ້ວ ທີ່ເກີດຕາມຜິວໜັງຂອງຄົນ ຫຼື ສັດ ເອີ້ນ ແຕກຕ່າງກັນໄປຕາມຈຸດພິເສດ ຫຼື ລັກສະນະຂອງແຜ ດັ່ງ ແຜເປັນ, ແຜບວມ, ຮອຍແຜ, ບາດແຜ, ແຜໃຫຍ່, ແຜນ້ອຍ, ແຜເປື່ອຍ, ແຜອັກເສບ ອື່ນໆ. ໃນກໍລະນີ ຮອຍບາດ, ຮອຍຂີດ ທີ່ຂຶ້ນຢູ່ວັດຖຸສິ່ງ ຂອງລົດລາງພາຫະນະຕ່າງໆກໍເອີ້ນ “ແຜ” ເຊັ່ນກັນ. ແຜແມ່ນເກີດຈາກຫຼາຍສາເຫດ ເຊັ່ນ: ການເກີດ ອຸບັດຕິເຫດດາດກັນ, ຕໍາກັນ, ຖືກຂຸດຂີດຕ່າງໆ.

“ແຜ” ນອກຈາກໝາຍເຖິງບາດແຜທີ່ເກີດຂຶ້ນຕາມຮ່າງ ກາຍຈາກການຖືກຈີກຂາດ, ເປັນຮອຍ, ເປັນບາດ ດ້ວຍເຫດຕ່າງໆແລ້ວ ຍັງໝາຍເຖິງບັນຫາ ຫຼື ຄວາມ ເຈັບຊໍ້າທີ່ເກີດຂຶ້ນຕໍ່ທາງດ້ານຈິດໃຈ ເອີ້ນ ແຜໃຈ ຊຶ່ງເກີດຄວາມຜິດຫວັງໃນສິ່ງທີ່ປາດຖະໜາ ຫຼື ຕ້ອງ ການຢາກໄດ້ຢາກຄອບຄອງ ເພື່ອສະໜອງກິເລດ ຫຼື ຄວາມພໍໃຈຂອງຕົນ ເຊັ່ນ: ອົກຮັກ, ມີປົມດ້ອຍ ຍ້ອນຖືກຮ້າຍດ່າ ຫຼື ເວົ້າໃຫ້ ແລະ ອື່ນໆ.

ນອກຈາກນັ້ນ, “ແຜ” ຍັງໝາຍເຖິງການເວົ້າບໍ່ມີມູນຄວາມຈິງ ຊຶ່ງເປັນການເວົ້າພາງແຜ ນັ້ນເອງ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າແຜ”.

“ແຜ” (1. ຄໍານາມ) ຮອຍບາດ, ແປ້ວ. (2. ຄໍາກິລິຍາວິເສດ) ພາງ, ລ່າຍ, ບໍ່ຈິງ (ເວົ້າພາງແຜ ລາງ ແຫ່ງວ່າ ແປ່ ກໍມີ).

ຕົວຢ່າງ:

  • ຜູ້ສາວມີຮອຍແຜເປັນຢູ່ຫົວເຂົ່າຫຼາຍຈຸດ ຍ້ອນລາວເຄີຍເກີດອຸບັດຕິເຫດລົດລົ້ມແຕ່ອາຍຸໄດ້ 15 ປີ.
  • ທ້າວສົມສີ ເປັນຄົນມີແຜຝັງໃຈຍ້ອນຖືກຜູ້ສາວທີ່ຮັກກັນມາຫຼາຍສິບປີ ລັກໄປມີຄົນຮັກຄົນໃໝ່ແລ້ວ ແຕ່ງງານກັນ.

ສະຫຼຸບ.

ຄໍາວ່າ “ແຜ” ແມ່ນຮອຍບາດແຜ ຫຼື ຮອຍແປ້ວ ທີເກີດຂຶ້ນກັບຄົນ ຫຼື ສັດຕ່າງໆ. ພ້ອມນັ້ນ, ຍັງໝາຍ ເຖິງຮອຍບາດ, ຮອຍຂີດ ທີ່ກັບລົດລາງພາຫະນະ ແລະ ວັດຖຸສິ່ງຂອງອື່ນໆ. “ແຜ” ຍັງໝາຍເຖິງແຜໃຈ ຊຶ່ງເກີດຂຶ້ນຍ້ອນຄວາມຜິດຫວັງຂອງຄົນ ທີ່ປາດຖະໜາ ຫຼື ຕ້ອງການຢາກໄດ້ ສິ່ງໃດນຶ່ງ ຊຶ່ງເປັນສິ່ງທີ່ ເກີດຂຶ້ນແລ້ວສົ່ງຜົນຕໍ່ດ້ານຈິດໃຈ. ນອກຈາກນັ້ນ, “ແຜ” ຍັງໝາຍເຖິງການເວົ້າບໍ່ຈິງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo