ຄໍາວ່າ “ແອກ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ແອກ” ມີຄວາມໝາຍແນວໃດ?

ຄໍາວ່າ “ແອກ” ແມ່ນອຸປະກອນ ຫຼື ເຄື່ອງມືຢ່າງນຶ່ງທີ່ຄົນປະດິດຂຶ້ນມາດ້ວຍໄມ້ ເພື່ອເກາະຂວາງໃສ່ເທິງຄໍ ໂຕງົວໃນການລາກກຽນ ຫຼື ໄຖສວນ ໄຖນາ ເອີ້ນ ແອກງົວ. ລວມທັງສິ່ງທີ່ເຮັດຈາກໄມ້ກ້ອມໆ ຊຶ່ງເປັນ ສ່ວນຂອງໄຖ ເພື່ອຄ້ອງໃສ່ເທິງຄໍຄວາຍໃນການແກ່ງ່ອນໄຖ (ມາກໄຖ ຫຼື ໄຖ) ແລະ ຄາດນາ ເອີ້ນ ແອກຄວາຍ. ແອກ ທີ່ໄດ້ກ່າວມານັ້ນໃນສະໄໝກ່ອນແມ່ນສາມາດພົບເຫັນໄດ້ທົ່ວໄປໃນເຂດທີ່ເປັນທົ່ງ ພຽງ ຫຼື ເຂດທີ່ເຮັດນາ ແຕ່ປະຈຸບັນແມ່ນຊອກເບີ່ງໄດ້ຍາກແລ້ວ ເພາະຖືກທົດແທນດ້ວຍກົນຈັກ ຫຼື ລົດ ດັ່ງ ລົດໄຖນາ ເປັນຕົ້ນ.

ນອກຈາກນີ້, ຄໍາວ່າ “ແອກ” ຍັງແມ່ນສະໝອງຂອງຄົນ ແລະ ສັດ ບັນຈຸຢູ່ໃນຫົວ ຊຶ່ງເປັນບ່ອນໃຊ້ບັນຊາ ແນວຄວາມຄິດ ຫຼື ພຶດຕິກໍາຂອງຮ່າງກາຍທັງໝົດ ແຕ່ແອກຂອງຄົນ ແລະ ສັດ ແມ່ນມີຂະໜາດ ແລະ ຄວາມສາມາດໃນການຄິດໄລ່ແຕກຕ່າງກັນໄປ, ແອກຂອງຄົນ ແລະ ສັດໃນຕະກຸນລິງແມ່ນຖືວ່າມີລັກສະ ນະຄ້າຍຄືກັນແຕກຕ່າງກັບສັດປະເພດ 4 ຕີນ, ຕະກຸນປາ ແລະ ສັດອື່ນໆ. ນອກນັ້ນ, ຍັງມີ “ອອກແອກ” ຫຼື ໄຂສັນຫຼັງ (ໄຂກະດູກສັນຫຼັງ) ຊຶ່ງເປັນບ່ອນຕໍ່ຈາກສະໝອງອອກມາ ເປັນອາໄວຍະວະທີ່ບັນຈຸເສັ້ນປະ ສາດ ເພື່ອສົ່ງຜ່ານຈຸດອື່ນຂອງຮ່າງກາຍ ອີກດ້ວຍ. ສ່ວນຄໍາວ່າ “ປົດແອກ” ແມ່ນການປົດອອກຈາກການ ກົດໜ່ວງ ຊຶ່ງເປັນຄໍາທີ່ໄດ້ຈາກການສົມການປົດອອກຄວາຍອອກຈາກຄໍຄວາຍເຮັດໃຫ້ເບົາ ແລະ ເປັນອິດ ສະລະ ເຊັ່ນ ປົດແອກຈາກການກົດຂີ່ຂຸດຮີດ, ປົດແອກຈາກການກືກໜັງສື. ສໍາລັບ “ແອກນ້ອຍ” ແມ່ນ ສ່ວນຂອງເຄື່ອງໄຖນາເປັນໄມ້ສັ້ນໆ ແລະ ງໍ ຜູກຕໍ່ກັບປາຍຮາກໄຖ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າແອກ”.

“ແອກ” (1. ຄໍານາມ) ສ່ວນຂອງກຽນເປັນໄມ້ຂວາງໃສ່ເທິງຄໍງົວ, ສ່ວນຂອງເຄື່ອງໄຖນາເປັນໄມ້ກ້ອມໆ ແລະ ໂງໃສ່ເທິງຄໍຄວາຍ. ສະໝອງ, ໄຂສັນຫຼັງ, ອາໄວຍະວະບັນຈຸເສັ້ນປະສາດຢູ່ກະໂຫຼກຫົວ ແລະ ໄຂສັນຫຼັງ.

ຕົວຢ່າງ:

  • ແອກຄວາຍເຮັດຈາກໄມ້ທີ່ທົນທານແດດ ແລະ ຝົນ ລວມທັງຕ້ອງເບົາ ເພື່ອບໍ່ໃຫ້ໜັກຄວາຍໃນ ການໄຖນາ.
  • ກ່ອນການໄຖນາທຸກຄັ້ງແມ່ນຕ້ອງເອົາແອກຄວາຍມາໃສ່ກ່ອນ ແລະ ຫຼັງຈາກການໄຖແລ້ວຕ້ອງ ປົດແອກໃຫ້ມັນ ເພື່ອຊອກກິນຫຍ້າ.
  • ວານນີ້ ເກີດອຸບັດຕິເຫດລົດບັນທຸກຕໍາງົວຢູ່ທາງເລກ 13 ໃຕ້ ເຮັດໃຫ້ງົວຕາຍຄາທີ່ ມີແອກ ແລະ ເລືອດຟຸ້ງກະຈາຍໃນເຂດນັ້ນ.

ສະຫຼຸບ.

ຄໍາວ່າ “ແອກ” ການນໍາເອົາໄມ້ມາເຮັດເປັນອຸປະກອນ ເພື່ອໃຊ້ເກາະຂວາງໃສ່ຄໍໂຕງົວໃນການແກ່ກຽນ ຫຼື ໄຖນາ ເອີ້ນ ແອກງົວ. ລວມທັງການເອົາໄມ້ມາເຮັດເປັນສ່ວນຂອງໄຖ ໃນການຄ້ອງໃສ່ເທິງຄໍຄວາຍ ເພື່ອ ແກ່ໄຖ ແລະ ຄາດນາ ໃນການເຮັດນາ ເອີ້ນ ແອກຄວາຍ. “ແອກ” ຍັງແມ່ນສະໝອງຂອງຄົນ ແລະ ສັດ ຊຶ່ງເປັນສ່ວນທີ່ສໍາຄັນທີ່ສຸດໃນການຄົ້ນຄິດ ແລະ ບັນຊາການກະທໍາ. ນອກນີ້, ຍັງມີ “ອອກແອກ” ເອີ້ນ ອີກຢ່າງນຶ່ງວ່າ ໄຂສັນຫຼັງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo