ຄໍາວ່າ “ຮອງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຮອງ” ມີຄວາມໝາຍແນວໃດ?

ຄໍາວ່າ “ຮອງ” ໝາຍເຖິງຄົນທີ່ມີຕໍ່າແໜ່ງ ຫຼື ຖານະຖັດລົງມາ ເວົ້າອີກຢ່າງນຶ່ງແມ່ນຮອງຈາກເບີ 1 ຊຶ່ງ ມີສິດ ແລະ ອໍານາດນ້ອຍກວ່າຫົວໜ້າ ເຊັ່ນ: ຮອງປະທານປະເທດ, ຮອງປະທານາທິບໍດີ, ຮອງນາຍົກ ລັດຖະມົນຕີ, ຮອງລັດຖະມົນຕີ, ຮອງຜູ້ອຳນວຍການ, ຮອງຫົວໜ້າກົມ, ຮອງຫົວໜ້າພະແນກ, ຮອງເຈົ້າ ແຂວງ, ຮອງເຈົ້າເມືອງ, ຮອງນາຍບ້ານ, ຮອງເລຂາພັກ, ຮອງຫົວໜ້າການຕະຫຼາດ, ຮອງຫົວໜ້າສູນ ແລະ ອື່ນໆ.

ນອກຈາກນີ້, “ຮອງ” ຍັງໝາຍເຖິງການໝູນໄວ້, ເອົາຊ້ອນໄວ້ຢູ່ໃຕ້ ຫຼື ກ້ອງ, ເອົາໃສ່ຕໍ່ໆກັນລົງມາ ຫຼື ຮອງຮັບດ້ວຍວັດສະດຸ ຫຼື ສິ່ງຂອງໃດນຶງ ເພື່ອຈຸດປະສົງຕ່າງໆ ເຊັ່ນ: ຮອງບໍ່ໃຫ້ປຽກ, ຮອງບໍ່ໃຫ້ກະທົບ, ຮອງບໍ່ໃຫ້ເປື້ອນ, ຮອງໄວ້ເພື່ອຮັບສິ່ງໃດນຶ່ງ ເຊັ່ນ: ເອົາໝອນຮອງຄໍ, ເອົານວມຮອງບໍ່ໃຫ້ຕົກເຈັບ, ເອົາ ຜ້າຮອງນັ່ງ, ອານລົດຮອງນັ່ງ, ອານມ້າຮອງນັ່ງ, ເອົາໄມ້ຮອງຕີນລົດ, ເອົາພົມປູຮອງພື້ນ, ເອົາສາດປູ ຮອງພື້ນ, ຮອງພື້ນເຮືອນດ້ວຍກາໂລ ແລະ ອື່ນໆ. ສ່ວນຄໍາວ່າ “ຮອງທ້ອງ” ແມ່ນກິນອາຫານໜ້ອຍນຶ່ງພໍ ກັນຫິວ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຮອງ”.

“ຮອງ” (1. ຄໍານາມ) ຜູ້ຖັດຫົວໜ້າ. (2. ຄໍາກິລິຍາ) ເອົາຊ້ອນໄວ້ໃຕ້, ຕໍ່ໆກັນລົງມາ ດັ່ງ ຮອງຄໍ. ຮອງ ທ້ອງ ແມ່ນກິນອາຫານໜ້ອຍນຶ່ງພໍກັນຫິວ (3. ຄໍາກິລິຍາວິເສດ) ຖັດລົງມາ. ຖັດຫົວໜ້າ.

ຕົວຢ່າງ:

  • ທ່ານທອງລຸນ ສີສຸລິດ ເປັນປະທານປະເທດລາວ ແລະ ມີຮອງປະທານປະເທດອີກ 2 ທ່ານ ຄື ທ່ານ ນາງປານີ ຢາທໍຕູ້ ແລະ ທ່ານ ບຸນທອງ ຈິດມະນີ.
  • ການຂີ້ລົດທີ່ມີເບາະລົດເພື່ອຮອງນັ່ງນຸ້ມໆ ແມ່ນເຮັດໃຫ້ບໍ່ເຈັບກົ້ນ ແລະ ແອວ ແຕກຕ່າງຈາກລົດ ມີເບາະແຂງໆ.

ສະຫຼຸບ.

ຄໍາວ່າ “ຮອງ” ໝາຍເຖິງສິ່ງທີ່ມີຖານະຕໍາແໜ່ງນ້ອຍກວ່າ ຫຼື ມີອໍານາດ, ຄວາມຫຼຸດລົງມາ  ຫຼື ເປັນສິ່ງທີ່ ດ້ອຍກວ່າ ຊຶ່ງເວົ້າຢ່າງນຶ່ງແມ່ນເບີ 2 ຮອງຈາກເບີ 1. ນອກຈາກນີ້, “ຮອງ” ແມ່ນການໝູນຮັບໄວ້ ຫຼື ຖືກໝູນຮັບດ້ວຍສິ່ງໃດນຶ່ງ ອາດຈະເປັນວັດຖຸສິ່ງຂອງ ຫຼື ສິ່ງປະດິດຕ່າງໆ ຊຶ່ງເປັນການຊ້ອນໄວ້ຢູ່ທາງ ກ້ອງ ຫຼື ລູ່ມເພື່ອຈຸດປະສົງບໍ່ໃຫ້ແຕກ, ບໍ່ໃຫ້ກະທົບ, ບໍ່ໃຫ້ເປື້ອນ, ບໍ່ໃຫ້ປຽກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo