ຄໍາວ່າ “ຮາກ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຮາກ” ມີຄວາມໝາຍແນວໃດ?

ຄໍາວ່າ “ຮາກ” ແມ່ນພາກສ່ວນຂອງຕົ້ນໄມ້ ສ່ວນໃຫຍ່ຢູ່ໃນດິນມີໜ້າທີ່ໃນການດູດນໍ້າ ແລະ ສານອາຫານ ເພື່ອມາຫຼໍ່ລ້ຽງລໍາຕົ້ນ, ໃບ, ໝາກ ລວມທັງເຮັດໃຫ້ຕົ້ນໄມ້ສາມາດຢືນຕົ້ນ ຫຼື ຕັ້ງຢູ່ໄດ້. ຮາກ ຕົ້ນຂອງໄມ້ ໂດຍທົ່ວໄປປະກອບມີຮາກແກ້ວ ຊຶ່ງເປັນຮາກໃຫຍ່ຂອງຕົ້ນໄມ້ທີ່ຢູ່ກາງ (ມີໜ້າທີ່ຄໍ້າຫຍັນບໍ່ໃຫ້ຕົ້ມໄມ້ລົ້ມ, ດູດສານອາຫານ) ແລະ ຮາກຝອຍ ຫຼື ຮາກມູນ ຊຶ່ງເປັນຮາກນ້ອຍສໍາລັບດູດນໍ້າ ແລະ ສານອາຫານ. “ຮາກ” ຍັງໝາຍເຖິງຮາກແຂ້ວຂອງຄົນ ແລະ ສັດຈໍານວນນຶ່ງອີກດ້ວຍ ດັ່ງ ລິງ, ທະນີ, ຄ່າງ ເປັນຕົ້ນ.

ນອກຈາກນີ້, ຍັງມີ “ຮາກຖານ, ຮາກເຄົ້າ ຫຼື ຮາກເຫງົ້າ” ຊຶ່ງໝາຍເຖິງກົກເຄົ້າ ຫຼື ສິ່ງຕັ້ງຕົ້ນ, ຕົ້ນເດີມ ດັ່ງ ຄົນລາວມີຮາກເຫງົ້າຕະກຸນມາແຕ່ຕອນໃຕ້ຂອງຈີນ, ຮາກເຫງົ້າຂອງຄົນລື້ແມ່ນຢູ່ 12 ປັນນາ (ພັນ ນາ) ເປັນຕົ້ນ. “ຮາກ” ຍັງແມ່ນອາຫານ ຫຼື ນໍ້າທີ່ຄົນເຮົາກິນລົງໄປກະເພາະ ແລະ ກັບອອກມາທາງປາກ ຊຶ່ງເກີດຈາກອາການເຈັບ ຫຼື ເບື່ອອາຫານ ເຊັ່ນ: ກະເພາະປັ້ນ, ເປັນວິນ, ຖືກສານພິດ, ເມົາເຫຼົ້າ, ຖືກແຫຍ່ກະເພາະ ແລະ ອື່ນໆ. ອາການທີ່ໄດ້ກ່າວມານັ້ນເຮົາເອີ້ນວ່າ “ຮາກ” ຫຼື “ຮາກອອກ”. ສ່ວນຄໍາ ວ່າຮາກເລືອດ ໝາຍເຖິງກິນ ຫຼື ສະແຕກຫຼາຍໂພດ, ອີກຄວາມມາຍນຶ່ງແມ່ນຮາກອອກເລືອດສີແດງຍ້ອນ ກະເພາະບາດ ຫຼື ກະອັກເລືອດ.

SA Game

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຮາກ”.

“ຮາກ” (1. ຄໍານາມ) ສ່ວນຂອງຕົ້ນໄມ້ທີ່ຢູ່ໃນດິນສໍາລັບດູດອາຫານ ແລະ ພາໃຫ້ລໍາຕົ້ນຕັ້ງຢູ່ໄດ້. ຕົ້ນ ເດີມ, ສິ່ງທີ່ເປັນເຄົ້າ. ຜູ້ເປັນກົກ. ຮາກແກ້ວ ແມ່ນຮາກໃຫຍ່ຂອງຕົ້ນໄມ້ທີ່ຢູ່ກາງ. ອາຫານທີ່ອອກທາງ ປາກ. (2. ຄໍາກິລິຍາ) ອາການຄາຍພົ່ນອາຫານ ຫຼື ນໍ້າອອກທາງປາກ.

ຕົວຢ່າງ:

  • ຮາກຕົ້ນໄມ້ດູ່ແກ່ ແລະ ເປັນເຫງົ້າໃຫຍ່ໆ ແມ່ນສາມາດນໍາມາເຮັດໂຕະ ຫຼື ເຟີນີເຈີ ເພາະມັນ ງາມດີ.
  • ຮາກເຫງົ້າຕະກຸນຂອງຄົນລາວ ແລະ ໄທ ແມ່ນສືບເຊື້ອສາຍມາຈາກແຫຼ່ງດຽວກັນ ແຕ່ຍ້ອນການ ເມືອງການປົກຄອງຈິ່ງເຮັດໃຫ້ແບ່ງກັນອອກເປັນສອງຊາດ.
  • ການສະຫຼອງວັນເກີດເຈົ້າພາບຖືກມອມເຫຼົ້າ (ໃຫ້ກິນເຫຼົ້າຫຼາຍ) ເຮັດໃຫ້ຜູ້ກ່ຽວຮາກໝົດຄືນຈົນ ຮາກອອກລົມ ເພາະອາຫານທີ່ກິນຖືກຮາກອອກໝົດ.

ສະຫຼຸບ.

ຄໍາວ່າ “ຮາກ” ແມ່ນສ່ວນນຶ່ງຂອງຕົ້ນໄມ້ ທີ່ຢູ່ໃນດິນມີໜ້າທີ່ດູດນໍ້າ ແລະ ສານອາຫານ ປະກອບມີ ຮາກ ແກ້ວ ແລະ ຮາກຝອຍ. “ຮາກ” ຍັງແມ່ນຮາກແຂ້ວຂອງຄົນ ແລະ ສັດຈໍານວນນຶ່ງ. “ຮາກ” ຍັງໝາຍເຖິງ ກົກເຄົ້າ ຫຼື ສິ່ງດັ່ງເດີມເລີ່ມຕົ້ນ ເອີ້ນ ຮາກຖານ, ຮາກເຄົ້າ ຫຼື ຮາກເຫງົ້າ. “ຮາກ” ຍັງອາການຄາຍອາ ຫານ ຫຼື ນໍ້າທີ່ກິນລົງໄປໃນກະເພາະອອກມາດ້ວຍສາເຫດຕ່າງໆ. ຊຶ່ງອາການທີ່ເວົ້ານັ້ນ ເອີ້ນວ່າ “ຮາກ” ຫຼື “ຮາກອອກ”.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo