ຄໍາວ່າ “ຖື” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຖື” ມີຄວາມໝາຍແນວໃດ?

ຄໍາວ່າ “ຖື” ໝາຍເຖິງການຫິ້ວ ຫຼື ຈັບຍົກໄວ້ດ້ວຍມື ເຊັ່ນ: ຖືກະເປົາເດີນທາງ (ຫິ້ວກະເປົາເດີນທາງ), ຖື ເຄື່ອງທີ່ຊີ້ (ຫິ້ວເຄື່ອງທີ່ຊື້), ຖືມິດ, ຖືພ້າ, ຖືງ້າວ, ຖືຫອກ, ຖືຄ້ອນ, ຖືປື້ມຖືສໍ. “ຖື” ຍັງມີຄວາມໝາຍການ ເຮັດຕາມສິ່ງທີ່ປະຕິບັດ ຫຼື ຍຶດຖື ຫຼື ປະພຶດ ໃນປະເພນີ, ຄວາມເຊື່ອທາງສາດສະໜາ ເຊັ່ນ: ຍຶດຖືຕາມ ຮິດສີບສອງຄອງສີບສີ່ ຮິດຍີ່ຄອງເຈືອງ, ຖືສາດສະໜາຜີ, ຖືສາດສະໜາພຸດ, ຖືສາດສະໜາຄຼິດສ໌. “ຖື” ຍັງແມ່ນການຖືຄວາມຮັກຄວາມແພງ ຖືເປັນພີ່ເປັນນ້ອງກັນ. “ຖື” ຍັງໝາຍເຖິງການຖືສິນ ຫຼື ຮັກສາສິນ, ຖືຄໍາສາບານ, ຖືສັດຈະ ແລະ ອື່ນໆ.

ນອກຈາກນີ້, “ຖື” ຍັງໝາຍເຖິງການຖືໂຕ, ຖືກຽດ, ຖືຍົດ ຊຶ່ງແມ່ນການຍົກສູງໂຕເອງທຽບໃສ່ກັບຜູ້ອື່ນ ຫຼື ອວດອົ່ງທະນົງຕົວ. ພ້ອມນັ້ນ, ຍັງມີຖືສິດ ແມ່ນອ້າງສິດ, ຖືພາ ແມ່ນມານລູກ, ຍຶດຖື ແມ່ນການຍຶດໝັ້ນ ຫຼື ເຊື່ອໃນສິ່ງໃດນຶ່ງ, ໂທລະສັບມືຖື ແມ່ນໂທລະສັບນ້ອຍບໍ່ມີສາຍສາມາດເອົາໄປນໍາໄດ້ ປະຈຸບັນແມ່ນ ນິຍົມກັນໃຊ້ທົ່ວໂລກ ແລະ ຍັງມີ ຖືຖືກ, ຖືທ້າຍ, ຖືນໍ້າ, ຖືຫາງ, ຖືຫຸ່ມ (ອະທິບາຍຢູ່ຂ້າງລຸ່ມ) ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຖື”.

“ຖື” (1. ຄໍາກິລິຍາ) ຈັບຍົກໄວ້ດ້ວຍມື, ຫິ້ວ. ເຮັດຕາມ, ປະພຶດ, ເຊື່ອ (ດັ່ງສາດສະໜາ). ນັບເອົາ (ດັ່ງຖືເປັນພີ່ນ້ອງ), ຮັກສາ (ດັ່ງຖືສິນ). ຖືໂຕ ແມ່ນຍົກໂຕໄວ້ໃນຖານະສູງ ຫຼື ດີ, ອວດອົ່ງ. ຖືຖືກ ແມ່ນ ຫຸ່ມວ່າຄົນອື່ນບໍ່ດີ. ຖືທ້າຍ ແມ່ນຂັດທ້າຍເຮືອ. ຖືນໍ້າ ແມ່ນດື່ມນໍ້າສາບານຕໍ່ໜ້າພະເຈົ້າແຜ່ນດິນ ຫຼື ປະ ເທດຊາດ. ຖືຍົດ ແມ່ນໄວ້ຍົດ, ເມົານໍາຍົດ. ຖືຫາງ ແມ່ນເຂົ້າທາງທີ່ຝ່າຍໂຕມັກ ຫຼື ສະໜັບສະໜຸນ. ຖືຫຸ່ມ ແມ່ນການວ່າຄົນອື່ນບໍ່ດີ.

ຕົວ­ຢ່າງ: 

  • ເພີ່ນບໍ່ອະນຸຍາດໃຫ້ຖືກະເປົາຂຶ້ນຍົນ ມີແຕ່ເວລາແຈ້ງປີ້ຍົນ ໃຫ້ເອົາກະເປົາເຄື່ອງຊັ່ງນໍ້າໜັກພ້ອມ ເພື່ອໃຫ້ພະນັກງານການບິນເອົາຂຶ້ນຍົນຕາມລະບຽບການ.
  • ກະລຸນາຢ່າລືມຖືໂທລະສັບມືຖືໄປນໍາ ເພື່ອໃຫ້ຕິດຕໍ່ກັນງ່າຍ ເພາະເວລາໄປເລາະຫ້າງຫຼາຍຄົນຢາກໄປຊື້ເຄື່ອງຢູ່ຄົນລະບ່ອນ.
  • ຢູ່ປະເທດລາວມີຄົນຖືສາສະໜາພຸດເປັນສ່ວນໃຫຍ່. ນອກຈາກນັ້ນມີສາດສະໜາຜີ, ຄຼິດສ໌. ແຕ່ຕັ່ງເດີມກ່ອນສາສະໜາອື່ນເຂົ້າມາແມ່ນເຄີຍຖືຜີຟ້າຜີແຖນ ເປັນຫຼັກ.
  • ສອງຄອບຄົວເຂົາເຈົ້າຮູ້ຈັກຮັກແພງກັນຫຼາຍປີ ຊ່ວຍເຫຼືອເບີ່ງແຍງກັນທຸກຢ່າງ ຖືໄດ້ດັ່ງຄອບຄົວ ດຽວກັນຍີ່ງກວ່າພີນ້ອງ.
  • ມີພະນັກງານເຂົ້າວຽກໃໝ່ເປັນພີ່ນ້ອງຫົວໜ້າ ໃຜໆກໍບໍ່ຄົບລາວ ເພາະເປັນຄົນຖືໂຕ ແລະ ອວດ ເກັ່ງ ເພາະມີຫົວໜ້າຖືຫາງຢູ່.

ສະຫຼຸບ.

ຄໍາວ່າ “ຖື” ໝາຍເຖິງຖືໄວ້, ຫິ້ວໄວ້ ຫຼື ຈັບຍົກໄວ້ ເພື່ອໃຊ້ງານ ຫຼື ບໍ່ໃຫ້ຕົກລົງ. ພ້ອມນັ້ນ, ໝາຍເຖິງ ການປະພຶດ ຫຼື ເຮັດຕາມຮິດຕາມຄອງ ເຮັດຕາມຄວາມເຊື່ອ ເປັນຕົ້ນຄວາມເຊື່ອທາງສາດສະໜາ. ນອກນີ້, ຍັງໝາຍເຖິງການນັບຖື ຫຼື ຄວາມນັບຖື ຊຶ່ງກັນ ແລະ ກັນ. ອີກຄວາມໝາຍນຶ່ງ ແມ່ນ ໝາຍເຖິງການ ຖືກຽດ, ຖືຍົດ, ຖືສັກສີ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo