ຄໍາວ່າ “ເວັ້ນ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ເວັ້ນ” ມີຄວາມໝາຍແນວໃດ?

ຄໍາວ່າ “ເວັ້ນ” ໝາຍເຖິງການຫຼີກ, ການລ່ຽງ ຫຼື ການຫຼີກລ່ຽງ ສິ່ງໃດສິ່ງໜຶ່ງ ເພື່ອວັດຖຸປະສົງບາງຢ່າງ ດັ່ງ ເວັ້ນເພືອບໍ່ໃຫ້ປະເຊີນໜ້າ, ເວັ້ນເພືອບໍ່ໃຫ້ພົບກັນ, ເວັ້ນເພືອບໍ່ໃຫ້ຕໍາກັນ, ເວັ້ນໄວ້ເພື່ອຜົນປະໂຫຍດ ສ່ວນຕົວ, ເວັ້ນໄວ້ເພື່ອໃຊ້ງານ, ເວັ້ນການອຸບັດຕິເຫດທີ່ເກີດຢູ່ທາງໜ້າ, ເວັ້ນພະຍຸລົມແຮງດ້ວຍການປ່ຽນ ທາງ. ແຕ່ຖ້າທາງເວັ້ນແມ່ນທາງທີ່ເຮັດໄວ້ສຸກເສີນ ຫຼື ໃຫ້ສະດວກ, ຮອດໄວ້ກວ່າເກົ່າ.

ນອກຈາກນີ້, “ເວັ້ນ” ຍັງໝາຍເຖິງການປະລະ ຊຶ່ງມີທັງການເວັ້ນແບບເຊື່ອງອໍາ ແລະ ການເວັ້ນແບບຖືກຕ້ອງ (ເອີ້ນ ຍົກເວັ້ນ) ເປັນຕົ້ນ ເວັ້ນດ່ານພາສີ ເພື່ອບໍ່ໃຫ້ເຈົ້າໜ້າທີ່ກວດ, ເວັ້ນຕໍາຫຼວດຈາລະຈອນກວດລົດ, ເວັ້ນວຽກເວັ້ນງານ, ເວັ້ນບໍ່ເອົາ, ເວັ້ນໂທດ, ເວັ້ນຊີວິດ, ຍົກເວັ້ນພາສີ ແລະ ອື່ນໆ. “ເວັ້ນ” ຍັງຖືກໃຊ້ນໍາຢ່າງອື່ນອີກ ເຊັ່ນ: ເວັ້ນຈາກ, ເວັ້ນເສຍ, ເວັ້ນແຕ່, ເວັ້ນໄວ້ ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ເວັ້ນ”.

“ເວັ້ນ” (1. ຄໍານາມ) ຫຼີກ, ປະ, ລະ.

ຕົວຢ່າງ:

  • ມື້ວານເກີດອຸບັດຕິເຫດລົດຕໍາກັນຕັນທາງ, ເຈົ້າໜ້າທີ່ຕໍ່າຫຼວດຈາລະຈອນ ຈຶ່ງມາຈັດທາງເວັ້ນ ເພື່ອໃຫ້ລົດສາມາດທຽວໄປມາໄດ້.
  • ສາວມີນາ ຊຶ່ງເປັນສາວງາມປະຈໍາບ້ານ ເວັ້ນບໍ່ພົບ ທ້າວ ສາລີ ເພາະບໍ່ມັກທີ່ມາຕື້ ແລະ ໄລ່ຈີບໄລ່ຢອກໄຍ ຢູ່ຕະຫຼອດ.
  • ລົດໄຟຟ້າທີ່ນໍາເຂົ້າຈາກຕ່າງປະເທດໄດ້ຖືກເວັ້ນພາ ກົງກັນຂ້າມລົດທີ່ນໍາໃຊ້ນໍ້າມັນທີ່ບໍ່ຮັບໃຊ້ການ ຜະລິດແມ່ນຖືກເພີ່ມພາສີ.
  • ນັກໂທດປະຫານ ຄະດີຄ້າຢາເສບຕິດໄດ້ຖືກເວັ້ນໂທດປະຫານ ເນື່ອງໃນວັນສ້າງຕັ້ງປະເທດ ແລະ ຜູ້ກ່ຽວໄດ້ປະພຶດໂຕດີ ມີປະໂຫຍດຕໍ່ສັງຄົມ.

ສະຫຼຸບ.

ຄໍາວ່າ “ເວັ້ນ” ແມ່ນການຫຼີກລ່ຽງ ບໍ່ໄປຕາມແຜນເດີມ, ເວັ້ນເພື່ອຫຼີກລ່ຽງເຫດການໃດໜຶ່ງ ການເວັ້ນມີຫຼາຍວິທີ. ນອກຈາກນີ້, “ເວັ້ນ” ແມ່ນການປະ, ການລະ (ປະລະ ກໍວ່າ) ຊຶ່ງພຶດຕິກໍາດັ່ງກ່າວແມ່ນອາດຈະຮູບແບບເຊື່ອງອໍາ ຫຼື ການເວັ້ນແບບຖືກຕ້ອງ ກໍມີ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo