ຄໍາວ່າ “ແຕ່ງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ແຕ່ງ” ມີຄວາມໝາຍແນວໃດ?

​ຄໍາວ່າ “ແຕ່ງ” ໝາຍເຖິງການຈັດແຈງໃຫ້ດີ, ການປະດັບ ເພື່ອໃຫ້ງາມ ເຊັ່ນ: ແຕ່ງດອງ ຫຼື ແຕ່ງງານ ໝາຍເຖິງການເອົາຜົວເອົາເມຍ ຫຼື ແຕ່ງຜົວ, ແຕ່ງເມຍ ຊຶ່ງຕ້ອງໄດ້ກະກຽມອາຫານການກິນ ບ່ອນພັກ ເຊົາສະຖານທີ່ ແລະ ອື່ນໆ ເພື່ອຕ້ອນຮັບພີ່ນ້ອງ ແລະ ແຂກໄວ້ເປັນຢ່າງດີ. ແຕ່ງຫ້ອງປະຊຸມ, ແຕ່ງສວນ, ແຕ່ງຫ້ອງ, ແຕ່ງມູມໃຫ້ຖືກ, ແຕ່ງເຄື່ອງ, ແຕ່ງເຄື່ອງແບບ, ແຕ່ງເຄື່ອງທານ, ແຕ່ງເຕັມຍົດ, ແຕ່ງໃຫ້ງາມ, ແຕ່ງໂຕ, ແຕ່ງກາຍ, ແຕ່ງໜ້າ, ແຕ່ງຊົງຜົມ, ແຕ່ງເລັບ ແລະ ອື່ນໆ ລ້ວນແຕ່ໝາຍເຖິງການ ເຮັດໃຫ້ເປັນລະບຽບ ຈົບງາມ.

ນອກຈາກນັ້ນ, ຍັງໝາຍເຖິງການທໍາ ຫຼື ເຮັດ ເປັນຕົ້ນ:  ແຕ່ງກິນ (ຄົວກິນ), ແຕ່ງຢູ່ແຕ່ງກິນ, ແຕ່ງຢູ່ຄົວກິນ, ແຕ່ງອາຫານ, ແຕ່ງອາຫານການກິນ, ແຕ່ງເຄື່ອງດື່ມ, ການແຕ່ງຕາຕະລາງປະຈໍາການ, ການແຕ່ງກັນໄປເຮັດວຽກ. ພ້ອມກັນນັ້ນ, ຍັງໝາຍເຖິງການຈັດທໍາໜັງສື, ເລື່ອງ ເປັນຕົ້ນ: ແຕ່ງກອນ, ແຕ່ງໜັງສື, ແຕ່ງບົດ, ແຕ່ງເລື່ອງ (ມີ 2 ຄວາມໝາຍ ຄື: 1.ແຕ່ງບົດເລື່ອງ, 2. ແຕ່ງກົນອຸບາຍ ຫຼື ສ້າງເລື່ອງ). ໝາຍເຖິງການແຕ່ງຕັ້ງ ຫຼື ແຕ່ງບຸກຄົນໃດນຶ່ງ ເພື່ອເຮັດວຽກ ຫຼື ແຕ່ງໄປເຮັດໃນສິ່ງໃດນຶ່ງ.

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ແຕ່ງ”.

“ແຕ່ງ” (1. ຄໍາກິລິຍາ) ຈັດ, ປະດັບ, ເຮັດໃຫ້ງາມ, ເຮັດໃຫ້ດີ. ທໍາ, ຈັດທໍາເລື່ອງຂຶ້ນໂດຍຕົວໜັງສື (ແຕ່ງໜັງສຶື), ຕັ້ງ, ຈັດແຈ່ງ, ແປງໃຫ້ດີ.

ຕົວ­ຢ່າງ: 

  • ການແຕ່ງດອງ ເປັນງານໃຫຍ່ ນຶ່ງໃນສາມຂອງຊີວິດຄົນເຮົາ (ງານເກີດເອີ້ນກໍາ, ງານເອົາຜົວເອົາເມຍເອີ້ນດອງ ແລະ ງານຕາຍ ເອີ້ນເຮືອນດີ) ຊຶ່ງຈະຕ້ອງໄດ້ມີການກະກຽມ ຈັດແຈງ ບ່ອນຢູ່ບ່ອນກິນ ແລະ ເຂົ້າປາອາຫານ ເປັນເວລາດົນ ເພື່ອຮັບພີ່ນ້ອງແຂກຄົນ.
  • ເນື່ອງຈາກມີລູກນ້ອຍ ແຕ່ລະຄືນຕ້ອງໄດ້ແຕ່ງນົມ ແລະ ກະກຽມຜ້າອ້ອມ ພ້ອມດ້ວຍເຄື່ອງຈໍາເປັນ ໄວ້ເວລາເພີ່ນໃຫ້ຕອນເດີກ ຈຶ່ງສະດວກ.
  • ລາວເປັນຄົນມັກງາມ ດັ່ງນັ້ນລາວຈິ່ງແຕ່ງໂຕ ແຕ່ງໜ້າແຕ່ງຕາ ແຕ່ງຫົວລົງຮອດຕີນ.
  • ແຕ່ລະມື້ແມ່ຂອງຂ້ອຍຫຍຸ້ງແຕ່ກັບການແຕ່ງຢູ່ຄົວກິນ ໃຫ້ລູກຫຼານ ແລະ ເກືອບບໍ່ມີເວລາພັກຜ່ອນ.
  • ຕອນຮຽນຂ້ອຍບໍ່ເກັ່ງເລກ ແຕ່ຂ້ອຍມັກວິຊາຫັດແຕ່ງ ດັ່ງນັ້ນຂ້ອຍຈິ່ງແຕ່ງກາບກອນ, ແຕ່ງບົດເລື່ອງ ໄດ້ດີ ແລະ ປະຈຸບັນຂ້ອຍ ຍັງໄດ້ແຕ່ງບົດເລື່ອງຂາຍເປັນອາຊີບອີກດ້ວຍ.
  • ຍ້ອນເຮັດວຽກເກັ່ງ, ສະຫຼາດ ມີພິກໄຫວ ແລະ ມີປະສົບປະການ ເປັນທີ່ຍອມຮັບທັງພາຍໃນປະເທດ ແລະ ຈາກສາກົນ ລາວຈຶ່ງຖືກແຕ່ງຕັ້ງໄປເປັນທູດປະຈໍາສະຫະປະຊາຊາດ.

ສະຫຼຸບ.

ຄໍາວ່າ “ແຕ່ງ”​ ໝາຍເຖິງຈັດແຈ່ງ ແລະ ປະດັບປະດາ ເຮັດໃຫ້ງາມ. ໝາຍເຖິງການເຮັດການທໍາ ເຊັ່ນ ການແຕ່ງຢູ່ຄົວກິນ, ການແຕ່ງກັນໄປເຮັດວຽກ. ໝາຍເຖິງການແຕ່ງບົດ, ແຕ່ງເລື່ອງ ຖ້າເຮັດເປັນອາຊີບ ເອີ້ນ ນັກປະພັນ. ໝາຍເຖິງການແຕ່ງຕັ້ງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo