ຄໍາວ່າ “ແພງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ແພງ” ມີຄວາມໝາຍແນວໃດ?

ຄໍາວ່າ “ແພງ” ໝາຍເຖິງການຮັກສາໄວ້ ຫຼື ສະຫງວນ ຫຼື ຫວງສິ່ງໃດນຶ່ງ ແລະ ບໍ່ໃຫ້ຜູ້ອື່ນເອົາໄປ ເຊັ່ນ: ໝາກມ່ວງສຸກໜ່ວຍໃຫຍ່ງາມດີກວ່າໝູ່ ບໍ່ໃຫ້ໃຜປິດກິນເດີ ເພາະຊິແພງໄວ້ເຮັດແນວ, ພໍ່ຕູ້ສາແພງດິນນາ ລາວບໍ່ຍອມແບ່ງໃຫ້ລູກຫຼານເຮັດ, ຈັກຊິແພງເຄື່ອງເກົ່າໄວ້ເຮັດຫຍັງມັນຮົກເຮືອນ. “ແພງ” ມີຄວາມໝາຍ ວ່າຮັກ ຫຼື ຄວາມຮັກ ດັ່ງ ເດັກນ້ອຍເກີດໃໝ່ຈັ່ງແມ່ນເປັນຕາແພງ, ສາວຂຶ້ນໃໝ່ແກ້ມແດງຄືໝາກຄາຍສຸກ ຈັ່ງແມ່ນຕາແພງ, ແມວນ້ອຍຮ້ອງແມວໆ ເປັນຕາແພງ (ເປັນຕາຮັກ), ຄໍາແພງ, ແພງຂວັນ, ຂວັນແພງ, ຊູ້ແພງ ແລະ ອື່ນໆ.

“ແພງ” ຍັງໃຊ້ໃນການຂຶ້ນກ່າວສະແດງເຖິງຄວາມຮັກແພງ ເຊັ່ນ: ບັນດາທ່ານທີ່ຮັກ ແພງ ແລະ ນັບຖື, ດ້ວຍຄວາມຮັກແພງ ເປັນຕົ້ນ.

ນອກຈາກນີ້, “ແພງ” ຍັງໝາຍເຖິງສິ່ງຂອງ ຫຼື ສິ່ງໃດນຶ່ງທີ່ມີຄ່າສູງ ຫຼື ລາຄາສູງ ເຊັ່ນ: ຄ່າດອງແພງ, ເພັດພອຍມີລາຄາແພງກວ່າຄໍາ, ຄໍາມີລາຄາແພງກວ່າເງິນ, ໄມ້ຂະຍຸງຫາຍາກ ແລະ ມີລາຄາແພງຫຼາຍ, ນໍ້າມັນລາຄາແພງຂຶ້ນ, ລົດຫຼູ ລາຄາແພງຫຼາຍແສນໂດລາສະຫະລັດ, ວັດຖຸບູຮານເປັນຂອງລໍ້າຄ່າຊື້ລາ ຄາແພງເທົ່າໃດກໍບໍ່ຂາຍ, ໂຮງຈັກໂຮງງານທັນສະໄໝສ້າງດ້ວຍມູນຄ່າທີ່ແພງ, ຄ່າຄອງຊິບແພງກວ່າເກົ່າ, ຄ່າຂົນສົ່ງແພງ, ຄ່າຂຸດຄົ້ນແພງ, ຄ່າລິຂະສິດແພງ, ຄ່າທີ່ປຶກສາແພງ, ຄ່າປັບໄໝແພງ, ຄ່າມືແພງ, ຄ່າ ແຮງງານແພງ, ຄ່າເຊົ່າແພງ, ຄ່າສິນຄ້າແພງ, ຄ່າຮັກສາຄວາມປອດໄພແພງ ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າແພງ”.

“ແພງ” (1. ຄໍາກິລິຍາ) ສະຫງວນ, ຫວງ, ຮັກ. (2. ຄໍາກິລິຍາວິເສດ) ມີຄ່າຫຼາຍ, ລາຄາສູງ.

ຕົວ­ຢ່າງ:

  • ລາວແພງລູກສາວຫຼ້າລາວທີ່ສຸດບໍ່ໃຫ້ອອກເຮືອນໄປໃສ, ສ່ວນລູກຊາຍລາວກໍແພງຄືກັນ ແຕ່ບໍ່ປານໃດ ຈິ່ງສາມາດໄປທ່ຽວກັບໝູ່ໄດ້ຕາມໃຈ.
  • ສິ້ນໄໝຊັ້ນດີທີ່ແມ່ຕໍ່າມີລາຄາແພງຫຼາຍ ແຕ່ເພີ່ນບໍ່ຂາຍເພາະແພງໄວ້ໃຫ້ລູກສາວຕອນເຂົ້າພາຂວັນ.
  • ໃນປີ 2021 ຄ່າຄອງຊີບແພງຂຶ້ນ, ນໍ້າມັນລົດແພງຂຶ້ນ, ຄ່າໄຟຟ້າແພງຂຶ້ນ, ຄ່ານໍ້າປະປາແພງຂຶ້ນ, ຄໍາຍີ່ງແພງຂຶ້ນຫຼາຍ, ເງິນບາດ ແລະ ເງິນໂດລາ ແພງຂຶ້ນທຽບກັບເງິນກີບ.

ສະຫຼຸບ.

ຄໍາວ່າ “ແພງ” ໝາຍເຖິງສິ່ງທີ່ສະຫງວນໄວ້, ຮັກສາໄວ້, ຫວງໄວ້ ບໍ່ໃຫ້ຫຼາຍ ບໍ່ໃຫ້ຜູ້ອື່ນ. ອີກຄວາມ ໝາຍນຶ່ງແມ່ນໝາຍເຖິງຮັກແພງ, ຄວາມເປັນຕາແພງ ຫຼື ໜ້າຮັກ. ນອກຈາກນັ້ນ, “ແພງ” ຍັງມີຄວາມ ໝາຍວ່າເປັນສິ່ງທີ່ມີຄ່າຫຼາຍ ຫຼື ມີລາຄາສູງ ຫຼື ລາຄາແພງ ນັ້ນເອງຫ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo