ຄໍາວ່າ “ຄອນ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຄອນ” ມີຄວາມໝາຍແນວໃດ?

ຄໍາວ່າ “ຄອນ” ໝາຍເຖິງໄມ້ບ່ອນໃຫ້ນົກຈັບ ເອີ້ນຄອນນົກ ຫຼື ໄມ້ບ່ອນໃຫ້ໄກ່ຈັບ ເອີ້ນຄອນໄກ່. ຄອນ ດັ່ງກ່າວມີທັງງ່າໄມ້ທີ່ມີໂດຍທໍາມະຊາດ ຫຼື ບາງເທື່ອແມ່ນຄົນເຮັດໃຫ້ສະເພາະ ເຊັ່ນ: ຄອນນົກເຂົາ, ຄອນ ນົກຕໍ່, ຄອນໄກ່ຕໍ່ ຊຶ່ງມີຮູບຮ່າງລັກສະນະແຕກຕ່າງກັນອອກໄປບໍ່ຈໍາກັດຮູບແບບ. “ຄອນ” ຍັງໝາຍເຖິງ ບ່ອນແມ່ນໍ້າໄຫຼແຮງເປັນແປວ ແລະ ເລີກ ຊຶ່ງຢູ່ປະເທດລາວຄອນທີ່ມີຊື່ສຽງແມ່ນຄອນພະເພັງແມ່ນໍ້າຂອງ ຕັ້ງຢູ່ແຂວງຈໍາປາສັກ ແລະ ມັກນິຍົມກັນເອົາຊື່ຄອນໄປເອີ້ນຊື່ບ້ານ, ເມືອງຕາມຊື່ຂອງຄອນເຊັ່ນ ເມືອງ ຄອນເພັງ, ບ້ານຄອນ ດອນເດດ, ເມືອງສອງຄອນ ເປັນຕົ້ນ.

“ຄອນ” ຍັງແມ່ນການຫາປາຮູບແບບໜຶ່ງ ດ້ວຍການດັກປາຕາມຫ້ວຍ ຫຼື ແມ່ນໍ້າ ເປັນການຫາກິນແບບພື້ນບ້ານ ໂດຍເອົາໝາກຫີນ ຫຼື ດິນ ຫຼື ຊາດ ມາເຮັດເປັນທາງຍາວຕາມແລວນໍ້າໄຫຼ ເພື່ອໃຫ້ປາລອຍໄປຕາມທາງນໍ້າທີ່ເຮັດໄວ້ ຈາກນັ້ນ ຈິ່ງອັດ ບໍ່ໃຫ້ປາອອກໄດ້ປະໃຫ້ນໍ້າແຫ້ງ ແລ້ວເອົາປາ. ອີກຢ່າງນຶ່ງ “ຄອນ” ແມ່ນການເອົາໄມ້ຄານຫາບເຄື່ອງ ດ້ວຍການສອດເອົາຂອງຂ້າງດຽວໃສ່ບ່າໄປດັ່ງຄໍາເວົ້າ ຜົວຫາບເມຍຄອນ, ຄອນສິນຄ້າໄປຕະຫຼາດ ແລະ ອື່ນໆ.

SA Game
DooDiDo

ນອກຈາກນີ້, “ຄອນ” ຍັງໝາຍເຖິງບໍ່ແໜ້ນໜາຖາວອນ ສາມາດສັນໄປສັນມາໄດ້ ຫຼື ໃກ້ເປ່ເພມີສຽງດັງ ເຊັ່ນ: ແຂ້ວຄອນ, ຫົວຄອນ, ຫຼັກຮົ້ວຄອນ, ເສົາຄອນ, ຕີນລົດຄອນ, ຈັກລົດຄອນ, ຈັກຊັກເຄື່ອງຄອນ, ຕັ່ງຄອນ, ພັດລົມຄອນ ເປັນຕົ້ນ. ພ້ອມກັນນັ້ນ, “ຄອນ” ຍັງແມ່ນລາງເທື່ອ ຫຼື ລາງທີ. “ຄອນ” ເວລານໍາ ໄປຄວບກັບຄໍາອື່ນເຮັດໃຫ້ໄດ້ຄວາມໝາຍເປັນຢ່າງໃໝ່ດັ່ງ ສັ່ນຄອນ ແມ່ນເຮັດຫວັ່ນໄຫວ, ຄອນແຄນ ແມ່ນບໍ່ມີຫຼັກໝັ້ນ ຫຼື ຄົນປ່ຽນໃຈງ່າຍ, ນະຄອນຫຼວງ ແມ່ນເມືອງເອກ ຫຼື ເມືອງທີ່ເປັນສູນກາງທາງດ້ານ ການປົກຄອງ ການຄ້າຂາຍ ແລະ ອື່ນໆ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຄອນ”.

“ຄອນ” (1. ຄໍານາມ) ໄມ້ບ່ອນນົກຈັບ, ແປວນໍ້າເລີກ, ທາງນໍ້າໄຫຼ. (2. ຄໍາກິລິຍາ) ເອົາໄມ້ ຫຼື ຄານ ສອດເອົາຂອງຂ້າງດຽວໃສ່ບ່າໄປ. (2. ຄໍາກິລິຍາວິເສດ) ບໍ່ແໜ້ນ (ແຂ້ວຄອນ), ເໜັງໄປມາໄດ້ ດັ່ງ ຄອນໆ. ລາງເທື່ອ, ລາງທີ.

ຕົວ­ຢ່າງ:

  • ນົກເຈົ່າຈັບຄອນຢູ່ກາງທົ່ງນາດ້ວຍຄວາມອົດທົນ ແລະ ບໍ່ເໜັງຕິງ ເພື່ອຖ້າກິນປາທີ່ລອຍເຂົ້າມາ ໄກ້.
  • ຄອນໄກ່ຕໍ່ ເພື່ອໃຫ້ໄກ່ຈັບ ແລະ ນອນແມ່ນໄດ້ຖືກກະກຽມໄວ້ເປັນຢ່າງດີ ປະກອບມີບັ້ງໃສ່ນໍ້າ ແລະ ຖ້ວຍໃສ່ເຂົ້າຕິດໄວ້ຂ້າງໆ ເພື່ອໃຫ້ສະດວກແກ່ໂຕໄກ່ໃນການກິນ.
  • ຄອນພະເພັງ ແມ່ນຄອນທີ່ງາມ ແລະ ມີຊື່ສຽງຂອງແມ່ນໍ້າຂອງ ຕັ້ງຢູ່ເມືອງດອນໂຂງ ແຂວງຈໍາ ປາສັກ ແຕ່ລະປີມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄປຢ້ຽມຊົມຈໍານວນຫຼວງຫຼາຍ.
  • ໃນສະໄໝກ່ອນເຫັນແມ່ຄ້າຄອນສິນຄ້າໄປຂາຍຢູ່ຕະຫຼາດ ແຕ່ປະຈຸບັນແມ່ນໃສ່ລົດໃຫຍ່ໄປຂາຍ.
  • ແຕ່ກ່ອນສະພາບເສັ້ນທາງແມ່ນບໍ່ດີ ມີຂຸມຫຼາຍ ຂີ່ລົດຫົວສັກຫົວຄອນ ທັງເມື່ອຍທັງເມົາລົດ ກ່ອນ ຊິຮອດຈຸດໝາຍປາຍທາງ.
  • ນາຍຊ່າງກໍ່ສ້າງເທຊີມັງຮາກຖານເສົາຮົ້ວບໍ່ດີ ຈິ່ງເຮັດໃຫ້ເສົາຄອນໃນເວລາຕິດຕັ້ງສາຍລວດໜາມ.
  • ລົດຖືກໃຊ້ຫຼາຍປີ ແລະ ເກົ່າແຮງ ແຕ່ບໍ່ໄດ້ມີການບໍາລູງຮັກສາ ແລະ ສ້ອມແປງ ຈິ່ງເຮັດໃຫ້ຈັກ ຄອນສຽງດັງເປັນຕາຢ້ານ.

ສະຫຼຸບ.

ຄໍາວ່າ “ຄອນ” ໝາຍເຖິງງ່າໄມ້, ຫຼັກໄມ້ ຫຼື ໄມ້ທີ່ເຮັດສະເພາະ ເພື່ອເປັນບ່ອນໃຫ້ໂຕນົກ ຫຼື ໄກ່ຈັບ. “ຄອນ” ໝາຍເຖິງແລວນໍ້າທີ່ໄຫຼແຮງເປັນແປວນໍ້າເລີກ ຊຶ່ງມັກພົບເຫັນຕາມລໍານໍ້າ ລໍາເຊຕ່າງໆ ບາງແຫ່ງ ມີຊື່ສຽງໂດ່ງດັງ ດັ່ງ ຄອນພະເພັງ ຢູ່ແຂວງຈໍາປາສັກ. “ຄອນ” ຍັງແມ່ນການເອົາໄມ້ຄານຫາບສິ່ງຂອງ ດ້ວຍການສອດເອົາຂອງຂ້າງດຽວໃສ່ບ່າໄປ. ນອກຈາກນັ້ນ, ຍັງໝາຍຄວາມວ່າບໍ່ແໜ້ນ ຫຼື ບໍ່ແຈບ ເຮັດໃຫ້ຕິງໄປມາໄດ້. ອີກຄວາມໝາຍນຶ່ງແມ່ນລາງເທື່ອ ຫຼື ລາງທີ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo