ຄໍາວ່າ “ສວນ” ຄວາມໝາຍ ແລະ ການນໍາໃຊ້ໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ສວນ” ມີຄວາມໝາຍແນວໃດ?

ຄໍາວ່າ “ສວນ” ໝາຍເຖິງບ່ອນປູກຝັງຜັກ ແລະ ໝາກໄມ້ຕ່າງໆ ໄວ້ບໍລິໂພກຂອງຄົນ. ສວນຜັກໂດຍທົ່ວ ໄປຈະນິຍົມກັນເຮັດສວນຄົວ ເພື່ອກິນປະຈໍາວັນເຊັ່ນ: ຜັກຫອມບົ່ວ, ຫອມລາບ, ຜັກຊີ, ຜັກບົວລະພາ, ຜັກກະເພົາ, ສີໄຄ, ໝາກເຜັດ ເປັນຕົ້ນ. ພ້ອມນັ້ນ, ຍັງມີສວນຜັກທົ່ວໄປອາດຈະເຮັດຢູ່ແຄມແມ່ນໍ້າລໍາເຊ ຫຼື ສວນຢູ່ໃກ້ເຮືອນໃກ່ໄຮ່ໃກ້ນາ ເພື່ອປູກ ໝາກບວບ, ໝາກອຶ, ສາລີ, ມັນດ້າງ, ມັນຕົ້ນ, ໜໍ່ໄມ້ ແລະ ຍັງມີສວນເພື່ອປູກໝາກໄມ້ອີກ ດັ່ງ: ໝາກນາວ, ໝາກມີ້, ໝາກມ່ວງ, ໝາກກະທັນ, ໝາກຂາມ, ໝາກ ຂຽບ, ໝາກລະມຸດ, ໝາກລໍາໄຍ ແລະ ອື່ນໆ. “ສວນ” ຖ້າໃຊ້ປູກດອກໄມ້ ເອີ້ນສວນດອກໄມ້, ຖ້າໃຊ້ປູກ ຢາງພາລາ ເອີ້ນສວນຢາງພາລາ, ໃຊ້ປູກໝາກພ້າວເອີ້ນສວນໝາກພ້າວ, ປູກອ້ອຍເອີ້ນສວນອ້ອຍ ແລະ ອື່ນໆ. ສໍາລັບຄົນທີ່ເຮັດສວນເປັນອາຊີບເອີ້ນວ່າ ຊາວສວນ

ນອກຈາກນີ້, ຍັງໝາຍເຖິງການເດີນທາງໄປ ຫຼື ມາ ຜ່ານເສັ້ນທາງດຽວກັນ ເອີ້ນສວນທາງກັນ ຫຼື ສວນ ກັນ. ແຕ່ບາງເທື່ອກໍມີການເວົ້າສວນກັນ ຊຶ່ງແມ່ນການເວົ້າຕອບໂຕ້ກັນໄປມາ ຫຼື ເວົ້າຄົນລະທາງນັ້ນເອງ. “ສວນ” ຍັງໝາຍເຖິງສັບສົນປົນເປ, ໝາຍເຖິງການຫົວ. ອີກຄວາມໝາຍນຶ່ງ ມາຍເຖິງການສືບສວນ ຫຼື ໄຕ່ສວນ ເຊັ່ນ: ສືບສວນຫາຄວາມຈິງ, ສືບສວນຫາໃຜເປັນໂຈນລັກເຄື່ອງ, ໄຕ່ສວນຄະດີ ເປັນຕົ້ນ. “ສວນ” ເວລາໄປປະສົມກັບຄໍາອື່ນຍັງໃຫ້ຄວາມໝາຍແນວໃໝ່ອີກດັ່ງ ສວນສັດ ໝາຍເຖິງສະຖານທີ່ລ້ຽງ ສັດຫຼາຍສະນິດໄວ້ໃຫ້ຄົນເບີ່ງຄົນຊົມ. ສວນສະໜຸກແມ່ນສະຖານທີ່ຫຼີ້ນ, ກິນ ແລະ ຜ່ອນຄາຍ ຂອງຄົນ ໂດຍສະເພາະແມ່ນເດັກນ້ອຍ. ສວນສາທາລະນະແມ່ນສະຖານທີ່ໃຫ້ຄົນທົ່ວໄປ ໄປຍ່າງ, ແລ່ນອອກກໍາ ລັງກາຍ ຫຼື ເຮັດກິດຈະກໍາຢ່າງອື່ນ. ສວນສະໜາມ ແມ່ນພິທີການທາງທະຫານເດີນແຖວກາຍໜ້າຜູ້ເປັນ ປະທານ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າສວນ”.

“ສວນ” (1. ຄໍານາມ) ບ່ອນລ້ອມຮົ້ວໄວ້ສໍາລັບປູກຜັກ ແລະ ໝາກໄມ້ຕ່າງໆ. (2. ຄໍານາມ) ອາການໄປ ຫຼື ມາ ຜ່ານເສັ້ນທາງດຽວກັນ. ສັບສົນ (ສວານ ກໍວ່າ). (3. ຄໍາກິລິຍາ) ຫົວ “ສຽງສວນພ້ອມ ສຽງຫົວ ຫຸບປາກ”. ສືບສວນ, ໄຕ່ສວນ, “ຍົກໂທດໃສ່ແກ່ທ່ານກໍດີ ຕູ່ທ່ານກໍດີ ສວນຕົກໃຫ້ໃສ່ຂັນຖ່ອງທໍ່ຕູ່” (ທໍາ ມະສາດ).

ຕົວ­ຢ່າງ: 

  • ໃນຊ່ວງໂຄວິດ 19 ລະບາດນີ້ ເຮັດສວນຄົວ ເພື່ອປູກຜັກກິນເອງ ຫຼຸດການອອກໄປຕະຫຼາດ ຫຼຸດຄວາມສ່ຽງໃນການອອກໄປບ່ອນຄົນຫຼາຍ ຫ່າງໃກຈາກພະຍາດດັ່ງກ່າວ.
  • ຊ່ວງນີ້ເດີນສວນທາງກັບໝູ່ເກົ່າເລື້ອຍໆ ແຕ່ຍ້ອນວຽກຫຼາຍ ແລະ ມາດຕະການສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ 19 ຈຶ່ງໄດ້ແຕ່ຍົກມືທັກທາຍກັນ.
  • ແມ່ຄ້າຢູ່ຕະຫຼາດຖຽງກັນ ເວົ້າສວນປາກແບບຕາຕໍາຕາ ຖຽງກັນປັບໆ ຟັງນໍາຈົນບໍ່ທັນ.
  • ໃນໂຕເມືອງໃຫຍ່ມີຄົນຫຼາຍຍ່າງສວນທາງກັນໄປມາ ຈັກແມ່ນໃຜເປັນໃຜ ເບີ່ງແນວນຶ່ງຄືສັບສົນ ຫຼາຍ ເບີ່ງອີກແນວນຶ່ງກະຄືວ່າປົກກະຕິເພາະບໍ່ມີໃຜຕໍາກັນ.
  • ຕໍ່າຫຼາດຈັບໄດ້ລົດແກ່ຢາເສບຕິດ ແລະ ຜູ້ຖືກຈ້າງໃຫ້ຂັບ. ປະຈຸບັນ ກໍາລັງສືບສ່ວນຫາເຈົ້າຂອງ ຢາ ຫຼື ຜູ້ບົງການ.

ສະຫຼຸບ.

ຄໍາວ່າ “ສວນ” ໝາຍເຖິງສະຖານທີ່ປູກພຶດຜັກ ແລະ ໝາກໄມ້ຂອງຄົນ ຊຶ່ງມີການລ້ອມຮົ້ວ ຫຼື ບອກເຂດ ແດນຄັກແນ່, ໝາຍເຖິງການຍ່າງ ຫຼື ໄປມາສວນກັນ ຜ່ານເສັ້ນທາງດຽວກັນ, ໝາຍເຖິງສັບສົນ, ໝາຍ ເຖິງການຫົວສຽງສວນພ້ອມສຽງຫົວຫຸບປາກ, ໝາຍເຖິງການສືບສວນ ຫຼື ໄຕ່ສວນຫາຄວາມຈິງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo