ຄໍາວ່າ “ແຄນ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ແຄນ” ມີຄວາມໝາຍແນວໃດ?

ຄໍາວ່າ “ແຄນ” ແມ່ນຊື່ຕົ້ນໄມ້ເອີ້ນ ໄມ້ແຄນ ຊຶ່ງເປັນໄມ້ແນວນຶ່ງເກີດຢູ່ຕາມປ່າດົງດິບ ທີ່ເປັນປ່າຕຶບດົງ ໜາມີລໍາຂະໜາດໃຫຍ່ ແລະ ສູງຫຼາຍແມັດ, ມີຄວາມແຂງແກ່ນທົນທານ, ທົນປວກ, ທົນມອດກິນ ພ້ອມ ທັງມີລາຍງາມດີ ເປັນທີ່ນິຍົມກັນນໍາໄປໃຊ້ເຮັດເຄື່ອງເຮືອນ ຫຼື ເຟີນີເຈີ ປະຈຸບັນຍັງຫາໄດ້ງ່າຍ ແລະ ມີ ຫຼາຍໃນປະເທດລາວ. ໄມ້ແຄນ, ໄມ້ແຄນເຮືອ ລວມທັງໄມ້ແດງ, ໄມ້ດູ່, ໄມ້ຂະຍຸງມັກນໍາມາເຮັດວົງກົບ ປະຕູ, ບານປະຕູ, ວົງກົບປ່ອງຢ້ຽມ, ບານປ່ອງຢ້ຽມ, ແປ້ນເຮືອນ, ຝາເຮືອນ, ໂຕະ, ຕັ່ງ ແລະ ແປຮູບ ເປັນໄມ້ລ່ຽມ, ໄມ້ເສົາ, ແກະສະລັກ ແລະ ເຮັດເຟີນີເຈີຕ່າງໆໄດ້ຢ່າງຫຼາກຫຼາຍ.

ໄມ້ແຄນແປຮູບມີລາຄາ ບໍ່ແພງເທົ່າໄມ້ດູ່ ແລະ ໄມ້ຂະຫຍຸງ ຈຶ່ງເຮັດໃຫ້ປະຊາຊົນທົ່ວໄປສາມາດຊື້ໄດ້ ແລະ ສາມາດພົບເຫັນໄດ້ ຕາມຮ້ານຂາຍໄມ້ທົ່ວໄປ ແຕ່ຖ້າເປັນໃນເມື່ອກ່ອນແມ່ນເຫັນຢູ່ໃນໂຮງເລື່ອຍ ຊຶ່ງໄດ້ມີການແປຮູບ ແລະ ສົ່ງອອກແບບເປັນໄມ້ທ່ອນອີກດ້ວຍ.

ນອກຈາກນີ້, “ແຄນ” ຍັງໝາຍເຖິງເຄື່ອງດົນຕີອໍາມະຕະປະຈໍາຊາດຂອງຊາວລາວ ຊຶ່ງຕິດພັນກັບຊີວິດຂອງຄົນລາວ ມາແຕ່ບູຮານ. ແຄນ ສາມາດກ່ອມອາລົມຄົນໃຫ້ມ່ວນ ແລະ ໃຫ້ຄວາມມ່ວນຊື່ນສຸກສັນໃນຍາມມີໄຊຊະນະ ແລະ ປະສົບຜົນສຳເລັດອັນຈົບງາມ, ແຄນໃຊ້ເປົ່າ ເພື່ອຮ້ອງລໍາທໍາເພັງ ເຊັ່ນ: ລຳສັ້ນ, ລຳລ່ອງ ແລະ ອື່ນໆ.

SA Game
DooDiDo

ແຄນເປັນເຄື່ອງດົນຕີໃຊ້ປາກເປົ່າດ້ວຍວິທີສູບລົມເຂົ້າ-ອອກຕາມຈັງຫວະ ແລະ ທຳນອງ ຫຼື ລາຍທີ່ໄດ້ກຳນົດຢ່າງຄັກແນ່, ເຮັດດ້ວຍໄມ້ອໍ້ (ໄມ້ປາວ) ເຊິ່ງໄດ້ປະກອບດ້ວຍວັດຖຸ 4 ຢ່າງ ແມ່ນໄມ້ລູກແຄນ, ໄມ້ອໍ້ (ໄມ້ປາວ), ເຕົ້າແຄນ (ໄມ້ດູ່), ລີ້ນແຄນເຮັດດ້ວຍທອງ ຫຼື ເງິນສະເພາະຂີ້ສູດ ໃຊ້ໄວ້ຕິດຮູແຄນ. ແຄນມີ 4 ຊະນິດຄື: 1. ແຄນຫົກ: ເປັນແຄນສ່ຳນ້ອຍເອີ້ນວ່າ ແຄນນ້ອຍ ຫຼື ແຄນສັ້ນ, ມີລູກແຄນຂ້າງລະ 3 ລູກ ມີສຽງນຳກັນ 5 ສຽງຄື: ຟາ-ຊອນ -ລາ-ໂດ-ເຣ. 2. ແຄນເຈັດ: ເປັນແຄນສ່ຳກາງມີລູກຂ້າງລະ 7 ລູກ, ແຄນສ່ຳກາງນິຍົມເປົ່າໃສ່ດົນຕີອື່ນໆ ມີສຽງນຳກັນ 7 ສຽງຄື: ໂດ-ເຣ-ມີ-ຟາ-ຊອນ-ລາ-ທີ. 3.

ແຄນແປດ: ເປັນແຄນສ່ຳກາງເຊິ່ງໃຫຍ່ກວ່າແຄນເຈັດໜ້ອຍໜຶ່ງ. ໃຊ້ສຳລັບເປົ່າດ່ຽວໂດຍປະສົມປະ ສານກັບສຽງລຳ ແລະ ສຽງຂັບປະເພດຕ່າງໆ, ແຄນແປດເປັນແຄນທີ່ໝໍລຳນິຍົມຊົມຊື່ນໃຊ້ຫຼາຍກວ່າໝູ່. 4. ແຄນເກົ້າ: ເປັນແຄນທີ່ມີລູກຂ້າງລະເກົ້າ, ແຄນຊະນິດນີ້ແມ່ນແຄນທີ່ເພິ່ນນິຍົມຊົມຊື່ນເປົ່າໃສ່ລຳໂສມ, ລຳສີພັນດອນ, ລຳພື້ນເມືອງ, ລຳນິທານແຕ່ເກົ່າ. ໃນປະຈຸບັນປາກົດວ່າ ໃນວົງການໝໍລຳບໍ່ມັກໃຊ້ກັນແລ້ວ.

ເມື່ອເວົ້າຈາເຖິງແຄນແລ້ວຄົນລາວທົ່ວປະເທດລາວ ກໍມັກເອີ່ຍເຖິງ “ລາຍ” ຂອງມັນສະເໝີເຊັ່ນ: ລາຍແມ່ຮ້າງກ່ອມລູກ, ລາຍໝາອີ່ຈ່ອຍ. ປະຫວັດຄວາມເປັນມາຂອງແຄນອີງຕາມການຄົ້ນຄວ້າຊອກຫາທາງບູຮານນະຄະດີແຕ່ກີ້ແຕ່ກ່ອນ ແລະ ທາງດ້ານວັນນະຄະດີຂອງນັກປາດ, ສາດສະດາຈານທາງພາຍໃນ ແລະ ຕ່າງປະເທດກ່ຽວກັບຄວາມເປັນມາຂອງແຄນແລ້ວ ເພິ່ນກໍ່ສັນນິຖານໄວ້ເປັນຢ່າງເຊື່ອຖືວ່າ: ແຄນເປັນອຸປະກອນດົນຕີທີ່ຄົນລາວບັນດາເຜົ່າ, ແຄນທີ່ໄດ້ຄົ້ນພົບນັ້ນມີເຄົ້າຍາວຄື: ແຄນຂອງເຜົ່າມູເຊີ, ແຄນໂທນຂອງເຜົ່າຊ່ວຍຢູ່ແຂວງອັດຕະປື. ສະນັ້ນ, ຈິ່ງເວົ້າໄດ້ວ່າດົນຕີປະເພດນີ້ມີມາ ແຕ່ບູຮານນະການແລ້ວ ໄດ້ຄົງຢູ່ຄູ່ກັບຊາດລາວຕະຫຼອດມານຳ. “ແຄນ” ຍັງໝາຍເຖິງອາການດີຂຶ້ນ ຫຼື ບໍ່ຮ້າຍປານໃດ ດັ່ງ ແຄນແດ່, ແຄນແລ້ວ, ແຄນຂຶ້ນຫຼາຍ ເປັນຕົ້ນ. ແຄນສາມາດເວົ້າຄໍາວ່າ “ໄຄ” ແທນກໍໄດ້ ດັ່ງ ໄຄແດ່, ໄຄແລ້ວ, ໄຄຂຶ້ນຫຼາຍ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າແຄນ”.

“ແຄນ” (1. ຄໍານາມ) ໄມ້ແນວນຶ່ງ ເປັນໄມ້ຂະໜາດໃຫຍ່ ແກ່ນ ແຂງ ໃຊ້ເຮັດເຄື່ອງເຮືອນໄດ້ດີທີ່ສຸດ. ເຄື່ອງດົນຕີຢ່າງນຶ່ງເຮັດດ້ວຍໄມ້ປ່ອງຫຼາຍອັນສຸບໃສ່ໃນເຕົ້າ ໃຊ້ປາກເປົ່າ. (2. ຄໍາກິລິຍາວິເສດ) ໄຄ (ແຄນແດ່, ໄຄແດ່), ບໍ່ຮ້າຍປານໃດ.

ຕົວຢ່າງ:

  • ເຮືອນໄມ້ຊົງລາວງາມໆຫຼັງນັ້ນ ແມ່ນເຮັດດ້ວຍໄມ້ແຄນເປັນສ່ວນໃຫຍ່. ນອກຈາກນັ້ນ ຍັງມີໄມ້ ແດງ ແລະ ໄມ້ດູ່ນໍາອີກ.
  • ແຄນເປັນເຄື່ອງດົນຕີປະຈໍາຊາດລາວ ຊຶ່ງໄດ້ຍິນທົ່ວໄປໃນບົດເພັງ, ບົດກອນ, ສັນຍາລັກ ແລະ ຫຼາຍໆຢ່າງ ເຊັ່ນ: “ຄົນລາວກິນເຂົ້າໜຽວ ສຽງແຄນ ແດນດອກຈໍາປາ”, “ລົດໄຟຂະບວນແຄນ ລາວ”, ບົດເພັງ “ສຽງແຄນລາວ”.
  • ອາການເຈັບຂອງຄົນໄຂ້ທີຕິດໂຄວິດແມ່ນແຄນຂຶ້ນຫຼາຍ ແລະ ຈະໄດ້ອອກຈາກໂຮງໝໍໃນໄວໆນີ້.

ສະຫຼຸບ.

ຄໍາວ່າ “ແຄນ” ໝາຍເຖິງຊື່ຕົ້ນໄມ້ແນວນຶ່ງ ເອີ້ນ ໄມ້ແຄນ ເປັນໄມ້ລໍາຕົ້ນໃຫຍ່ ແລະ ສູງ ມັກນໍາມາເຮັດ ແປ້ນ, ໄມ້ລ່ຽມ ເພື່ອເຮັດເຮືອນ ແລະ ເຟີນີເຈີຕ່າງໆ. “ແຄນ” ຍັງແມ່ນເຄື່ອງດົນຕີປະຈໍາຊາດລາວ ເພາະ ເປັນທີ່ນິຍົມກັນມາແຕ່ບູຮານ ແລະ ໃຊ້ໃນການຮ້ອງລໍາທໍາເພັງກັນໃນທົ່ວທຸກແຂວງຂອງລາວ, ເຮັດດ້ວຍ ວັດຖຸ 4 ຢ່າງ ມີໄມ້ລູກແຄນ, ໄມ້ອໍ້ (ໄມ້ປາວ), ເຕົ້າແຄນ (ໄມ້ດູ່), ລີ້ນແຄນເຮັດດ້ວຍທອງ ຫຼື ເງິນສະ ເພາະຂີ້ສູດ ໃຊ້ໄວ້ຕິດຮູແຄນ. ແຄນມີ 4 ຊະນິດຄື: 1. ແຄນຫົກ, 2. ແຄນເຈັດ, 3. ແຄນແປດ, 4. ແຄນເກົ້າ. “ແຄນ” ຍັງມີຄວາມໝາຍວ່າອາການດີຂຶ້ນ ຫຼື ບໍ່ຮ້າຍປານໃດ. ແຄນ ຍັງສາມາດໃຊ້ຄໍາວ່າ “ໄຄ” ໄດ້ເຊັ່ນກັນ ເຊັ່ນ: ແຄນແດ່ ຫຼື ໄຄແດ່, ແຄນແລ້ວ ຫຼື ໄຄແລ້ວ, ແຄນຂຶ້ນຫຼາຍ ຫຼື ໄຄຂຶ້ນຫຼາຍ ເປັນຕົ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo