ຄໍາວ່າ “ແປດ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ແປດ” ມີຄວາມໝາຍແນວໃດ?

ຄໍາວ່າ “ແປດ” ໃນວິຊາຄະນິດສາດ ຫຼື ເລກ ໝາຍເຖິງເລກແປດ (8) ໃຊ້ເພື່ອຂຽນ ແລະ ຄິດໄລ່ໃນຊີ ວິດປະຈໍາວັນ ຊຶ່ງເປັນຈໍານວນນັບຫຼັງຈາກເລກເຈັດ (7) ຫຼື ເປັນເລກໃຫຍ່ກວ່າເລກເຈັດເລກນຶ່ງ ແລະ ນັບກ່ອນໜ້າເລກເກົ້າ (9) ຫຼື ນ້ອຍກວ່າເລກເກົ້າເລກນຶ່ງ ຫຼື ເທົ່າກັບສີ່ບວກສີ່. ເລກ “ແປດ” ໃນທາງ ຄະນິດສາດຍັງເປັນຈໍານວນຟີໂບນັດຊີ (Fibonacci number) ລໍາດັບທີ 6 ຄືຈໍານວນຕ່າງໆທີ່ຢູ່ໃນລໍາ ດັບມີຄື: 0, 1, 1, 2, 3, 5, 8, 13, 21, 34, 55, 89, 144, 233 ເປັນຕົ້ນ ໂດຍມີນິຍາມຂອງຄວາມ ສໍາພັນວ່າຈໍານວນຖັດໄປເທົ່າກັບຜົນບວກຂອງຈໍານວນສອງຈໍານວນກ່ອນໜ້ານັ້ນເອງ.

ໃນຄວາມໝາຍ ອື່ນໆເລກ “ແປດ” ຍັງເປັນເລກອະຕອມຂອງອົກຊີເຈນ, ມີດາວແປດດວງໃນລະບົບສຸລິຍະ, ແມງມູມ ໂຕ ເຫັບ ໂຕໝັດ ໂຕແມງປ່ອງ ມີ ແປດຂາ, ປາມຶກຫຍັກມີແປດໝວດ, ເດືອນສິງຫາເປັນເດືອນທີແປດ, “ແປດ” ເປັນເລກນໍາໂຊກຂອງຄົນຈີນ ຍີ່ປຸ່ນ ເຊັ່ນກັນ. ແຕ່ “ແປດ” ໃນຄວາມເຊື່ອຂອງຊາວຕາເວັນຕົກ ແມ່ນອັບປະມຸງຄຸນຄືກັນກັບເລກ 13.

SA Game
DooDiDo

ນອກຈາກນີ້, “ແປດ” ຍັງໝາຍເຖິງແປດປົນ, ແປດເປື້ອນ ຫຼື ປົນເປື້ອນ ຊຶ່ງແມ່ນສິ່ງໃດສິ່ງນຶ່ງທີ່ບໍລິສຸດ ແຕ່ຖືກສິ່ງອື່ນເຂົ້າມາເຈືອປົນ ດັ່ງ ແປດເປື້ອນດ້ວຍສານພິດ, ແປດເປື້ອນດ້ວຍຮອຍມົນທິນ, ແປດເປື້ອນ ດ້ວຍຂີ້ຕົມ, ແປດເປື້ອນດ້ວຍຝຸ່ນ ແລະ ອື່ນໆ. “ແປດ” ຍັງໝາຍເຖິງການຕິດກັນ ຫຼື ການແຜ່ກະຈາຍ ຂອງສິ່ງໃດນຶ່ງ ແຕ່ບໍ່ແມ່ນມັດຕິດກັນ ຕົວຢ່າງ ພະຍາດຕິດແປດ ຫຼື ໂລກຕິດແປດ ເຊັ່ນ: ໂລກເອດສ໌  ແລະ ໂລກຫອນໄກ່ ເປັນໂລກຕິດແປດທາງເພດສໍາພັນ, ພະຍາດປອດ ແລະ ພະຍາດໂຄວິດ-19 ເປັນ ພະຍາດຕິດແປດທາງເດີນຫາຍໃຈ, ຂີ້ຮິດ ຂີ້ກາກ ແລະ ຂີ້ເຮື້ອນ ເປັນໂລກຕິດແປດທາງຜິດໜັງເປັນຕົ້ນ.

“ແປດ” ຍັງໝາຍເຖິງເອົາສິ່ງໃດສິ່ງນຶ່ງໄປທາ ຫຼື ລູບໃສ່ສິ່ງອື່ນ ເພື່ອໃຫ້ເສຍຄວາມບໍລິສຸດໄປ ດັ່ງ ແປດ ດ້ວຍຂີ້ໝີ່ນໝໍ້, ແປດດ້ວຍຕົມເປື້ອນ, ແປດດ້ວຍສານເຄມີ, ແປດດ້ວຍຂອງເນົ່າ ແລະ ອື່ນໆ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າແປດ”.

“ແປດ” (1. ຄໍານາມ) ຈໍານວນສີ່ສົມກັບສີ່, ເລກ 8. (2. ຄໍາກິລິຍາ) ເປື້ອນ, ຕິດກັນ. ທາ

ຕົວຢ່າງ:

  • ເລກແປດເປັນເລກທີ່ຊາວອາຊີສ່ວນໃຫຍ່ຖືວ່າເປັນເລກດີ ເຊັ່ນປ້າຍລົດເລກທະບຽນ ກກ 8888, ເຮືອນເລກທີ 8, ສິ່ງປະດິດ 8 ລ່ຽມ ເປັນຕົ້ນ.
  • ໄລຍະນີ້ໃຫ້ຢູ່ຫ່າງໆກັນໄວ້ ເພາະຖ້າຢູ່ໃກ້ກັນ ຫຼື ຫຼາຍໆຄົນ ອາດຕິດແປດພະຍາດໂຄວິດ-19 ນໍາກັນໄດ້.
  • ໃນເທດສະການຈູດບັ້ງໄຟ ຖ້າບັ້ງໄຟໃຜບໍ່ຂຶ້ນແມ່ນຖືກແປດດ້ວຍຂີ້ຕົມໃຫ້ເປື້ອນ ຊຶ່ງໝາຍເຖິງ ປະລາໄຊໃນການແຂ່ງຂັນ.

ສະຫຼຸບ.

ຄໍາວ່າ “ແປດ” ໝາຍເຖິງເລກແປດ (8) ທີ່ນໍາໃຊ້ເພື່ອຂຽນ ແລະ ຄິດໄລ່ວິຊາຄະນິດສາດເປັນເລກ ນັບຫຼັງຈາກເລກເຈັດ (7) ແລະ ເປັນເລກນັບກ່ອນໜ້າເລກເກົ້າ (9). ເລກ “ແປດ” ໃນທາງຄະນິດ ສາດຍັງເປັນຈໍານວນຟີໂບນັດຊີ (Fibonacci number) ລໍາດັບທີ 6. ໃນຄວາມໝາຍອື່ນໆເລກ “ແປດ” ຍັງເປັນເລກອະຕອມຂອງອົກຊີເຈນ, “ແປດ” ເປັນເລກນໍາໂຊກຂອງຄົນຈີນ ຍີ່ປຸ່ນ. ແຕ່ກົງກັນຂ້າມກັບ ຊາວຕາເວັນຕົກ ຊຶ່ງເປັນເລກອັບປະມຸງຄຸນຄືກັນກັບເລກ 13. ນອກຈາກນີ້, “ແປດ” ຍັງໝາຍເຖິງ ແປດ ເປື້ອນ ຫຼື ປົນເປື້ອນ ຖືກເຈືອປົນດ້ວຍສິ່ງອື່ນເຮັດໃຫ້ບໍ່ບໍລິສຸດ. “ແປດ” ຍັງໝາຍເຖິງການຕິດກັນອອກໄປ ຂອງສິ່ງໃດນຶ່ງ ດັ່ງໂລກຕິດແປດ. “ແປດ” ຍັງໝາຍເຖິງຖືກທາດ້ວຍສິ່ງອື່ນ ເພື່ອໃຫ້ເສຍຄວາມບໍລິສຸດ ຫຼື ດັ່ງເດີມໄປ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo