ຄໍາວ່າ “ແດງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ແດງ” ມີຄວາມໝາຍແນວໃດ?

ຄໍາວ່າ “ແດງ” ແມ່ນຊື່ມົດ ຊຶ່ງແບ່ງອອກເປັນຫຼາຍຊະນິດ ດັ່ງ ມົດແດງ (ພາກໃຕ້ລາວ ແລະ ພາກອີສານ ເອີ້ນ) ຫຼື ມົດສົ້ມ (ພາກເໜືອລາວ, ລ້ານນາ ແລະ ເຂດສິບສອງພັນນາລື້ ເອີ້ນ) ເປັນມົດຕົວແດງຂານ້ອຍ ຍາວອາໃສຢູ່ຕາມຕົ້ນໄມ້ ໂຕມີລົດສົ້ມ. ໂຕມົດ, ໄຂ່ ແລະ ຕົວດັກແດ້ ແມ່ນສາມາດນໍາມາບໍລິໂພກເພາະເປັນອາຫານທີ່ມີຄຸນຄ່າທາງອາຫານສາມາດເຮັດໄດ້ຫຼາຍເມນູ ເຊັ່ນ: ກ້ອຍໄຂ່ມົດແດງ, ແກງໄຂ່ມົດແດງ, ເອາະໄຂ່ມົດແດງ, ແກງໃສ່ປາ, ແກງໃສ່ຕົ້ມໄກ່, ຂົ້ວໃສ່ໄຂ່ໄກ່, ໝົກກິນກະໄດ້ ແລະ ອື່ນໆ. ພ້ອມນັ້ນ, ຍັງໃຊ້ເອີ້ນມົດແດງຊາຍ ຊຶ່ງເປັນມົດໂຕນ້ອຍອາໃສເຮັດໂພງ ຫຼື ເຮັດຮັງຢູ່ຕາມດິນ ໂດຍມີຂວາຍ ຫຼື ຮູ ເພື່ອເປັນບ່ອນອອກມາຫາກິນ ເວລາມົດແດງຊາຍ ຂົບ ຫຼື ກັດ ແມ່ນເຈັບຄັນ.

ນອກຈາກນີ້, “ແດງ” ຍັງໃຊ້ເອີ້ນເດັກນ້ອຍເກີດໃໝ່ບໍ່ວ່າຈະເປັນເດັກຍິງ ຫຼື ເດັກຊາຍວ່າເດັກແດງ ຖ້າໃຫຍ່ ຂຶ້ນມານ້ອຍນຶ່ງເອີ້ນເດັກນ້ອຍ. ພ້ອມນັ້ນ, “ແດງ” ຍັງເປັນຄໍາສັບທີ່ໃຊ້ເອີ້ນເງິນປອມວ່າເງິນແດງກໍໄດ້. “ແດງ” ຍັງແມ່ນຊື່ປາແດງ ເພາະເປັນປາທີ່ບໍ່ມີເກັດມີຮູບຮ່າງສີແດງເລັກນ້ອຍຄືປານາງ. “ແດງ” ຍັງແມ່ນຊື່ຕົ້ນໄມ້ເອີ້ນໄມ້ແດງ ເປັນຕົ້ນໄມ້ໃຫຍ່, ມີແກນ ຢູ່ລາວມັກນິຍົມກັນເຕັດເພື່ອເອົາມາເຮັດເສົາເຮືອນ ຫຼື ໄມ້ ແປ້ນເຮືອນໄດ້ເຊັ່ນກັນ.

SA Game
DooDiDo

“ແດງ” ຍັງແມ່ນຊື່ເອີ້ນພາຍຸລົມແດງແມ່ນພະຍຸທີ່ພັດມາແຮງ. “ແດງ” ຍັງໃຊ້ເອີ້ນພະຍາດຕາແດງນໍາອີກ. ເຮົາຍັງໃຊ້ “ແດງ” ເພື່ອເອີ້ນຊື່ແມງແນວນຶ່ງຕົວນ້ອຍໆແດງໆວ່າ ແມງແດງ ຊຶ່ງ ແມງດັ່ງກ່າວມັກຢູ່ນໍາຂີ້ຊາຍ, ຄອກເປັດຄອກໄກ່ ເວລາຂົບແລ້ວເປັນຕຸ່ມຄັນ. ອີກຄວາມໝາຍ ນຶ່ງ “ແດງ” ແມ່ນຊື່ຂອງສີເອີ້ນວ່າສີແດງ ຊຶ່ງເປັນສີຄືກັບສີເລືອດຂອງຄົນ ແລະ ສັດເລືອດອຸ່ນທົ່ວໄປ. “ແດງ” ເວລໄປ ບວກກັບຄໍາອື່ນ ຍັງໃຫ້ຄວາມໝາຍຕ່າງໄປດັ່ງ ລົງແດງ ແມ່ນການເອີ້ນອາການເຈັບຮຸ່ນແຮງຢ່າງນຶ່ງທີ່ເກີດ ຈາກການຕິດຢາເສບຕິດຕ່າງໆເຊັ່ນ: ຝີ່ນ, ຢາໄອ, ຢາມ້າ ເປັນຕົ້ນ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າແດງ”.

“ແດງ” (1. ຄໍານາມ) ຊື່ມົດຈໍານວນນຶ່ງ ມີແນວຕົວແດງຂານ້ອຍຍາວມີລົດສົ້ມ ເອີ້ນມົດແດງ ຫຼື ມົດສົ້ມ, ມີແນວຕົວແດງນ້ອຍຂົບ ຫຼື ກັດຄັນຢູ່ຕາມດິນ ເອີ້ນມົດແດງຊາຍ. ເອີ້ນເດັກ ນ້ອຍເກີດໃໝ່ວ່າລູກແດງ ຫຼື ເດັກແດງ. ເອີ້ນເງິນປອມວ່າເງິນແດງ. ຊື່ປາແນວນຶ່ງເປັນປາບໍ່ມີເກັດ ຕົວຄື ປານາງແຕ່ມີສີແດງຈັກໜ່ອຍ ເອີ້ນປາແດງ. ຊື່ຕົ້ນໄມ້ແນວນຶ່ງ ເປັນຕົ້ນໄມ້ມີແກນຢ່າງດີໃຊ້ເຮັດເສົາເຮືອນ ໄດ້ ເອີ້ນໄມ້ແດງ. ເອີ້ນພາຍຸທີ່ພັດມາແຮງ ວ່າລົມແດງ. ເອີ້ນພະຍາດທີ່ເກີດໃນຕາ ທີ່ທໍາໃຫ້ແກ່ນຕາແດງ ວ່າຕາແດງ. ເປັນຊື່ແມງແນວນຶ່ງຕົວແດງໆຂົບແລ້ວເປັນຕຸ່ມຄັນວ່າ ແມງແດງ ເປັນຕົ້ນ (ຄໍາສັບນີ້ຄັດມາ ຈາກຄໍາວ່າ ອໍາແດງ ຫຼື ອາມແດງ). (2. ຄໍາກິລິຍາວິເສດ) ລັກສະນະຂອງສີຢ່າງນຶ່ງ ດັ່ງສີເລືອດເປັນ ຕົ້ນເອີ້ນວ່າສີແດງ.

ຕົວຢ່າງ:

  • ແກງໄຂ່ມົດແດງ ຫຼື ມົດສົ້ມ ໃສ່ປາຄໍ່ ແມ່ນອາຫານພື້ນບ້ານມີລົດຊາດແຊບຫຼາຍ ໂດຍສະ ເພາະເວລາຂົບຖືກໄຂ່ມົດ.
  • ຢ່າໄປໃກ້ຂວາຍມົດແດງຊາຍເດີລູກ! ຖ້າຖືກມັນກັດແລ້ວທັງເຈັບ, ທັງແສບ, ທັງຄັນໃດ ໃຫ້ໄປ ຫຼີ້ນທາງອື່ນເອົາ.
  • ຢູ່ໂຮງໝໍຫ້ອງປະສູດມີເດັກແດງເກີດໃໝ່ຫຼາຍຄົນ ບາງຄົນກໍຢູ່ຕູ້ອົບ, ບາງຄົນພໍ່ອຸ້ມຢູ່, ບາງຄົນກະ ໃຫ້ ເບີ່ງແລ້ວເປັນຕາຮັກທຸກຄົນ.
  • ຖ້າບໍ່ມີການອະນຸລັກ ຫຼື ຕັດຢ່າງເປັນລະບົບລະບຽບ ໄມ້ແດງ ອາດສູນພັນໄດ້ ເພາະນິຍົມກັນຕັດ ເພື່ອມາເຮັດເຮືອນ, ເຮັດເຟີນີເຈີ ຊຶ່ງສີ ແລະ ລາຍຂອງມັນແມ່ນງາມຫຼາຍ ໂດຍບໍ່ຕ້ອງທາສີ ຫຼື ສະແລັກ.
  • ພໍຮອດເດືອນສີ່ມັກມີພະຍຸລົມແດງເກີດຂຶ້ນ ເຮັດໃຫ້ເຮືອນຊານບ້ານຊ່ອງເພພັງ ໂດຍສະເພາະ ແມ່ນຫຼັງຄາມັກໄດ້ຮັບຄວາມເສຍຫາຍ.
  • ລາວເປັນພະຍາດຕາແດງ ຈຶ່ງຕ້ອງໄດ້ໃສ່ແວ່ນຕາ ແລະ ໃຫ້ພັກຜ່ອນຢູ່ເຮືອນບໍ່ໃກ້ກັບຄົນອື່ນ ເພາະຢ້ານຕິດກັນ.
  • ແມງແດງຢູ່ຮັງໄກ່ທີ່ຫາກໍຟັກຫຼາຍຂະໜາດ ໃຫ້ເອົາໄປຈຸດຖີ້ມ ຖ້າບໍ່ດັ່ງນັ້ນມັນອາດກະຈາຍໄປ ຢູ່ນໍາເຄື່ອງນຸ່ງຂອງຫົ່ມ ກັດຄັນບໍ່ໄດ້ຫຼັບບໍ່ໄດ້ນອນແທ້.
  • ທຸງຊາດຈີນແມ່ນສີແດງ ແລະ ມີດາວປະດັບຫຼາຍດວງ. ສ່ວນທຸງຊາດຫວຽດນາມແມ່ນສີແດງ ແລະ ມີດາວປະດັບດວງດຽວ.

ສະຫຼຸບ.

ຄໍາວ່າ “ແດງ” ໝາຍເຖິງແມ່ນຊື່ເອີ້ນມົດແດງ ຫຼື ມົດສົ້ມ ຊຶ່ງອາໃສຢູ່ຕາມຕົ້ນໄມ້ແມ່ນມົດແນວນຶ່ງມີລົດສົ້ມ ເຮົາສາມາດນໍາມົດດັ່ງກ່າວ ແລະ ໄຂ່ ລວມທັງຕົວອ່ອນມາປຸງແຕ່ງອາຫານກິນໄດ້ ພ້ອມກັນນັ້ນ, ຍັງແມ່ນ ຊື່ມົດແດງຊາຍ ຕົວແດງໆນ້ອຍໆ ຖ້າຖືກມັນຂົບ ຫຼື ກັດແມ່ນເຈັບຄັນ ຊຶ່ງມັນອາໃສຢູ່ຕາມດິນ. “ແດງ” ຍັງໃຊ້ເອີ້ນເດັກເກີດໃໝ່ວ່າເດັກແດງ. “ແດງ” ຍັງໃຊ້ເອີ້ນເງິນປອມວ່າເງິນແດງ ເຊັ່ນກັນ. “ແດງ” ແມ່ນຊື່ປາແດງ ເພາະມີຮ່າງກາຍບໍ່ມີເກັດ ແລະ ມີສີແດງຈັກໜ່ອຍ. “ແດງ” ຍັງເອີ້ນຊື່ໄມ້ແດງ ເປັນໄມ້ມີແກນສາມາດນໍາມາແປຮູບເປັນໄມ້ແປ້ນ, ໄມ້ເສົາເຮືອນໄດ້. “ແດງ” ຍັງໃຊ້ເອີ້ນພາຍຸທີ່ແຮງໆວ່າລົມແດງ. “ແດງ” ແມ່ນຊື່ພະຍາດເກີດຢູ່ຕາວ່າພະຍາດຕາແດງ. “ແດງ” ແມ່ນຊື່ແມງແດງເກີດນໍາຄອກເປັດຄອກໄກ່ຂົບເປັນຕຸ່ມຄັນໆ. “ແດງ” ຍັງແມ່ນສີແດງ ອີກດ້ວຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo