ຄໍາວ່າ “ດໍາ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ດໍາ” ມີຄວາມໝາຍແນວໃດ?

ຄໍາວ່າ “ດໍາ” ແມ່ນສີໆນຶ່ງກົງກັນຂ້າມກັບຂາວ ຊຶ່ງສາມາດເຫັນໄດ້ທົ່ວໄປຕາມທໍາມະຊາດ ບາງເທື່ອກໍເປັນ ສັດ, ບາງເທື່ອກໍເປັນສິ່ງຂອງ ແລະ ອື່ນໆ ເຊັ່ນ: ໂຕກາ, ໂຕມົດດໍາ, ໂຕໝູດໍາ, ໂຕຄວາຍດໍາ, ນໍ້າມຶກ ປາມຶກ, ຜົມດໍາ, ໜວດ ແລະ ຂົນດໍາ, ຖ່ານໄມ້, ຖ່ານຫີນ, ຍາມຄໍ່າຄືນທີ່ບໍ່ມີແສງ ເປັນຕົ້ນ. ສີດໍາ ໃນ ຄວາມເຊື່ອຂອງຄົນຫຼາຍໆເຜົ່າ ແມ່ນສັນຍາລັກແຫ່ງຄວາມຊົ່ວຮ້າຍ ແລະ ເປັນສິ່ງທີ່ເປັນຕາຢ້ານ ເພາະ ໝາຍເຖິງຄວາມມຶດ ຂາດແສງສະຫວ່າງນັ້ນເອງ. ໃນສັນຍາລັກຂອງລັດທິເຕົາ ຫຍີນ ແລະ ຢາງ ຊຶ່ງມີສີ ດໍາຄູ່ກັບສີຂາວເທົ່າໆກັນ ໝາຍເຖີງຕົວແທນຂອງພະລັງແຫ່ງຈັກກະວານ. “ດໍາ” ຍັງນິຍົມກັນເວົ້າ ໃຫ້ກັນ ດັ່ງ ດໍາຄືໝີ່ນໝໍ້, ດໍາຄືກາ, ດໍາຄືນໍ້າມືກ, ສີດໍາປອດ (ດໍາບໍ່ມີສີອື່ນປົນ), ດໍາປີ້ໆ ແລະ ອື່ນໆ.

ນອກຈາກນີ້, “ດໍາ” ແມ່ນຊື່ຂອງມົດພວກນຶ່ງ ມີຫຼາຍແນວ ເອີ້ນມົດດໍາ ເພາະສີໂຕມັນດໍານັ້ນເອງ. ມົດດໍາ ບາງແນວໂຕນ້ອຍ, ບາງແນວໂຕໃຫຍ່, ບາງແນວມີໄລ (ເຫຼັກໄນ) ດຽດເຈັບ, ບາງແນວອາໃສຢູ່ດິນ, ບາງ ແນວອາໃສຢູ່ຕົ້ນໄມ້. “ດໍາ” ຍັງໝາຍເຖິງການປູກຕົ້ນເຂົ້າດ້ວຍການເອົາຕົ້ນກ້າທີ່ໄດ້ກຽມໄວ້ໄປເໜັບ ຫຼື ປັກ ລົງໃນດິນໄຮ່ນາທີ່ໄຖ ແລະ ຄາດແລ້ວ ເອີ້ນ ດໍານາ ຫຼື ປູກເຂົ້າ. ອີກຄວາມໝາຍນຶ່ງ “ດໍາ” ຍັງແມ່ນການ ດໍານໍ້າ ຫຼື ເວົ້າຢ່າງນຶ່ງແມ່ນມຸດນໍ້າ ໝາຍຄວາມວ່າກັ້ນຫາຍໃຈ ຫຼື ຫາຍໃຈດ້ວຍບັ້ງອົກຊີທີ່ກຽມໄວ້ແລ້ວມຸດ ລົງໄປໃນນໍ້າ ແຕ່ແຕກຕ່າງກັບການລອຍນໍ້າ.

SA Game
DooDiDo

“ດໍາ” ເວລາໄປບວກກັບຄໍາອື່ນຍັງໃຫ້ຄວາມໝາຍແຕກຕ່າງ ກັນໄປ ດັ່ງ ດໍາເນີນແມ່ນການເດີນ ຫຼື ການຍ່າງ, ແມ່ນທໍາໃຫ້ເປັນໄປ ຫຼື ຈັດການໄປຕາມລະບຽບການ ຫຼື ປະຕິບັດງານ. ດໍາຣິ ແມ່ນຄິດ. ດໍາລັດ ແມ່ນການເວົ້າ ຫຼື ຄໍາສັ່ງ, ຂໍ້ລະບຽບຂອງລັດຖະມົນຕີ ໃນ ທາງລັດສະການ ຫຼື ຂໍ້ບັງຄັບຂອງ ກະຊວງ. ດໍາລົງ ແມ່ນຕັ້ງໄວ້ໃຫ້ຊື່ ຫຼື ທໍາໃຫ້ຄົງຢູ່ ຫຼື ຮັກສາ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າດໍາ”.

“ດໍາ” (1. ຄໍາກິລິຍາວິເສດ) ແມ່ນສີກົງກັນຂ້າມກັບຂາວ. ມຶດ. (2. ຄໍານາມ) ຊື່ມົດພວກນຶ່ງ ຕົວດໍາໆຢູ່ ຕາມຕົ້ນ ໄມ້. (3. ຄໍາກິລິຍາ) ເອົາຕົ້ນກ້າເໜັບລົງໃນໄຮ່ນາທີ່ໄຖ ແລະ ຄາດແລ້ວ. ເອົາຕົ້ນກ້າເໜັບລົງ ໃນໄຮ່ນາ. ດໍານາ. ດໍານໍ້າ, ມຸດນໍ້າ.

ຕົວຢ່າງ:

  • ການໃຊ້ມຶກດໍາຂຽນໜັງສືແມ່ນມີມາແຕ່ດຶກດໍາບັນ ຊຶ່ງມີຫຼັກຖານຈາກການຄົ້ນຄວ້າພົບໄດ້ວ່າເລີ່ມ ໃຊ້ຢູ່ປະເທດຈີນກ່ອນໝູ່.
  • ນິທານ ນົກຍຸງ ແລະ ກາ ໄດ້ພັນລະນາເຖິງຄວາມອົດທົນ ເພາະນົກຍຸງງາມຍ້ອນອົດໃຫ້ແຕ່ງ ແຕ້ມສີ ສ່ວນກາໄດ້ສີດໍາເພາະໃຈຮ້ອນຢາກໃຫ້ແລ້ວໄວເລີຍເອົາສີດໍາຫົດທົ່ວຕົນໂຕ ນັ້ນເອງ.
  • ມົດດໍາພໍ້ມົດແດງມັກກັດ ແລະ ສູ້ຮົບກັນ ເພື່ອຍາດອານາເຂດ ຫຼື ຂອບເຂດການຫາກິນ ແລະ ຢູ່ ອາໃສ.
  • ການດໍານາໃນເມື່ອກ່ອນແມ່ນໃຊ້ຄົນ ແລະ ປັກດໍາດ້ວຍມື ຊຶ່ງປະຈຸບັນກໍຍັງພົບເຫັນບາງເຂດ. ແຕ່ ສ່ວນໃຫຍ່ແມ່ນໃຊ້ເຄື່ອງຈັກທັນສະໄໝເຂົ້າຊ່ວຍເຮັດໃຫ້ສາມາດດໍານາໄດ້ໄວ.
  • ນັກວິທະຍາສາດໄດ້ດໍາສໍາຫຼວດທ້ອງທະເລທີ່ຍັງບໍ່ທັນເຄີຍສໍາຫຼວດ ດ້ວຍການໃສ່ບັ້ງອົກຊີດໍາ ເພື່ອ ໃຫ້ໄດ້ດົນ ແລະ ໃຊ້ຫຸ່ນຍົນດໍາເກັບຂໍ້ມູນນໍາອີກດ້ວຍ.

ສະຫຼຸບ.

ຄໍາວ່າ “ດໍາ” ໝາຍເຖິງສີຢ່າງນຶ່ງ ເປັນສີກົງກັນຂ້າມກັບຂາວ ເປັນສີມຶດ ຊຶ່ງເຫັນໄດ້ທົ່ວໄປໃນທໍາມະຊາດ. ນອກຈາກນັ້ນ, “ດໍາ”  ຍັງແມ່ນຊື່ມົດດໍາພວກນຶ່ງ ເພາະມີຕົວດໍາໆອາໃສຢູ່ຕາມດິນ ຫຼື ຕາມຕົ້ນໄມ້. “ດໍາ” ຍັງແມ່ນການເອົາຕົ້ນກ້າ ຫຼື ຕົ້ນເຂົ້າອ່ອນ ປັກ ຫຼື ເໜັບລົງຕົມໃນໄຮ່ນາທີ່ໄດ້ໄຖ ແລະ ຄາດແລ້ວກຽມໄວ້ ເອີ້ນດໍານາ ຫຼື ປູກເຂົ້າ. “ດໍາ” ຍັງແມ່ນການມຸດລົງນໍ້າ ເອີ້ນດໍານໍ້າ ອາດຈະກັ້ນຫາຍໃຈດໍານໍ້າ ຫຼື ໃຊ້ອຸ ປະກອນຊ່ວຍຫາຍໃຈ ເພື່ອດໍານໍ້າໃຫ້ໄດ້ດົນ ແລະ ເລີກ ກໍມີ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo