ຄໍາວ່າ “ແປກ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ແປກ” ມີຄວາມໝາຍແນວໃດ?

ຄໍາວ່າ “ແປກ” ແມ່ນຊື່ຕົ້ນໄມ້ ເອີ້ນໄມ້ແປກ ຊຶ່ງເປັນຕົ້ນໄມ້ແນວນຶ່ງ ເປັນໄມ້ເນື້ອມີຢາງ ເອີ້ນ ຢາງແປກ. ຢູ່ປະເທດລາວມັກເກີດຕາມພູທີ່ມີລະດັບຄວາມສູງ ແລະ ເຂດພູພຽງ ເຊັ່ນ: ແຂວງຊຽງຂວາງ (ມີໄມ້ດັ່ງ ກ່າວຫຼາຍຈົນພາກັນຕັ້ງຊື່ເມືອງແປກ), ແຂວງຫົວພັນ, ເມືອງປາກຊ່ອງ, ເມືອງນາກາຍ ແລະ ສະຖານທີ່ ອື່ນໆ. ຄົນລາວນິຍົມເອົາໄມ້ແປກມານຕິດໄຟເພື່ອດັງໄຟ ຫຼື ດັງຖ່ານ, ພ້ອມນັ້ນ ຍັງນິຍົມມາຊອຍ ແລະ ນໍາໄປເປັນໄມ້ແປ້ນເພື່ອໃຊ້ງານຕາມຄວາມຕ້ອງການ.

ນອກຈາກນີ້, “ແປກ” ຍັງໝາຍເຖິງປະຫຼາດ ຫຼື ຕ່າງຈາກທີ່ເປັນຢູ່ ບໍ່ຄຸ້ນເຄີຍ ເຮັດໃຫ້ເບີ່ງແລ້ວກະຕຸ້ນ ຈິດໃຈ ເຊັ່ນ: ແປກຫູແປກຕາ, ແປກປະຫຼາດ, ແປກໃຈ, ເຮັດແປກໆ, ແປກໜ້າ, ແປກຕ່າງ, ແປກຖີ່ນ. ແຕ່ຖ້າແປກປອມ ແມ່ນສິ່ງທີ່ເປັນຂອງປອມບໍ່ແມ່ນຂອງແທ້ ຫຼື ສິ່ງເຈືອປົນມາ. “ແປກ” ກົງກັນຂ້າມກັບ ຄຸ້ນເຄີຍ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

SA Game
DooDiDo

ຄຳວ່າແປກ”.

“ແປກ” (1. ຄໍານາມ) ຊື່ຕົ້ນໄມ້ແນວນຶ່ງ ໃບເປັນຍອຍ ໃນຕົ້ນມີຢາງ ໄຕ້ໄຟລຸກ. (2. ຄໍາກິລິຍາວິເສດ) ຕ່າງ, ປະຫຼາດ.

ຕົວຢ່າງ:

  • ເມືອງແປກ, ແຂວງຊຽງຊວາງ ແມ່ນເມືອງນຶ່ງທີ່ໄດ້ຊື່ຍ້ອນສະໄໝກ່ອນມີປ່າຕົ້ນໄມ້ແປກຢ່າງຫຼວງ ຫຼາຍ.
  • ມື້ນີ້ຫົວໜ້າຍ່າງທ່າທາງແປກໆ, ພໍແຕ່ສອບຖາມແມ່ນເພີ່ນເຈັບຂາຍ້ອນໄປເຕາະບານແລງວານນີ້ ແລະ ຖືກເຂົາເຕະຂາ.

ສະຫຼຸບ.

ຄໍາວ່າ “ແປກ” ແມ່ນຊື່ຂອງຕົ້ນໄມ້ແນວນຶ່ງ ເອີ້ນຕົ້ນແປກ ຫຼື ຕົ້ນໄມ້ແປກ, ເປັນໄມ້ເນື້ອອ່ອນ ແລະ ມີ ຢາງ ເອີ້ນ ຢາງແປກ, ໄມ້ແປກສາມາດນໍາມາດັງໄຟ ແລະ ນໍາໄປໃຊ້ປະໂຫຍດຫຼາຍຢ່າງໄດ້ອີກ. ນອກ ຈາກນີ້, “ແປກ” ຍັງໝາຍເຖິງຄວາມແປກປະຫຼາດ ຫຼື ແຕກຕ່າງໝູ່ ບໍ່ຄືຢ່າງອື່ນ ຫຼື ແປກໄປຈາກທີ່ເປັນຢູ່ ບໍ່ຄຸ້ນເຄີຍ ແລະ ກະຕຸ້ນຕາ ຫຼື ຈິດໃຈຢ່າງໃດຢ່າງນຶ່ງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo