ຄໍາວ່າ “ລໍ້າ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ລໍ້າ” ມີຄວາມໝາຍແນວໃດ?

ຄໍາວ່າ “ລໍ້າ” ໝາຍເຖິງການຕີນໍ່າລົງ ຫຼື ທຸບນໍ່າລົງ. “ລໍ້າ” ຍັງໝາຍເຖິງດີເລີດປະເສີດສີ ຫຼື ໝາຍເຖິງ ຄວາມຫຼາຍ (ມາກໝາຍ ກໍ່ວ່າ) ເຊັ່ນ: ເຄື່ອງຂອງລໍ້າຄ່າ, ຊັບສົມບັດອັນລໍ້າຄ່າ, ບົດຮຽນອັນລໍ້າຄ່າ, ສີມືລໍ້າເລີດ. ພ້ອມນັ້ນ, “ລໍ້າ” ຍັງໝາຍເຖິງບັນດາຂອງທັງຫຼາຍ ຫຼື ມີຫຼວງຫຼາຍ ດັ່ງ ລໍ້າລວຍດ້ວຍເງິນ ຄໍາຊັບສິນ, ເຖິງຈະຈົນແຕ່ເປັນຄົນລໍ້າລວຍນໍ້າໃຈ.

ນອກຈາກນີ້, “ລໍ້າ” ຍັງໝາຍເຖິງກະບວນອີກດ້ວຍ. ສ່ວນຄໍາວ່າລ່ວງລໍ້າ ຫຼື ລໍ້າເຂດ ແມ່ນການລະເມີດ ບຸກລຸກ ຫຼື ກາຍເຂດທີ່ກໍານົດອອກໄປ ຫຼື ຜ່ານພົ້ນເກີນເຂົ້າໄປ. ລໍ້າໜ້າ ແມ່ນກາຍໄປກ່ອນ ຫຼື ຢູ່ທາງ ໜ້າ, ລໍ້າສະໄໝ ແມ່ນກ້າວໜ້າ ຊຶ່ງຈະເລີນ ຫຼື ໄກກວ່າທັນສະໄໝ. ລໍ້າສັນ ຫຼື ລໍ້າບຶກ ແມ່ນມີຮູບຮ່າງ ໃຫຍ່ໂຕ ແຂງແກ່ນ ແລະ ມີພະລັງວັງຊາ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

SA Game
DooDiDo

ຄຳວ່າລໍ້າ”.

“ລໍ້າ” (1. ຄໍາກິລິຍາ) ຕີນໍ່າລົງ, (2. ຄໍາກິລິຍາວິເສດ) ດີ, ປະເສີດ. ບັນດາ, ທັງຫຼາຍ, ກະບວນ.

ຕົວຢ່າງ:

  • ໃນກຸ່ມປະເທດອາຊຽນມີຂອງລໍ້າຄ່າຫຼວງຫຼາຍ ເປັນຕົ້ນອຸດົມສົມບູນໄປດ້ວຍຊັບໃນດິນສິນໃນນໍ້າ, ວັດທະນາທໍາຫຼາກຫຼາຍ.
  • ໃນຍຸກປະຈຸບັນ, ຫຼາຍປະເທດໄດ້ພັດທະນາແບບລໍ້າໜ້າໄປໄກ ແລະ ຫຼຸດພົ້ນອອກຈາກຄວາມ ດ້ອຍພັດທະນາໄດ້ໄວ ຍ້ອນມີການນໍາໃຊ້ເຕັກໂນໂລຊີລໍ້າສະໄໝເຂົ້າຊ່ວຍໃນການເຮັດວຽກ.

ສະຫຼຸບ.

ຄໍາວ່າ “ລໍ້າ” ແມ່ນການຕີນໍ່າລົງ ຫຼື ທຸບນໍ່າລົງ, “ລໍ້າ” ລໍ້າຄ່າ, ລໍ້າເລີດ ຊຶ່ງແມ່ນດີເລີດປະເສີດສີ ມີ ຄວາມມາກໝາຍ. “ລໍ້າ” ຍັງແມ່ນຂອງທັງຫຼາຍ ຫຼື ສິ່ງທັງຫຼາຍ. “ລໍ້າ” ຍັງແມ່ນກະບວນອີກດ້ວຍ. ນອກຈາກນີ້, ຍັງມີລ່ວງລໍ້າ, ລໍ້າເຂດ, ລໍ້າແດນ, ລໍ້າໜ້າ, ລໍ້າສະໄໝ, ລໍ້າສັນ, ລໍ້າບຶກ ອື່ນໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo