ຄໍາວ່າ “ຈ້າງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຈ້າງ” ມີຄວາມໝາຍແນວໃດ?

ຄໍາວ່າ “ຈ້າງ” ໝາຍເຖິງຄົນໆນຶ່ງ ຫຼື ອົງກອນໃດອົງກອນນຶ່ງ ໃຫ້ຄົນອື່ນ ຫຼື ອົງກອນອື່ນເຮັດວຽກ ໂດຍ ໃຫ້ຄ່າຕອບແທນເປັນເງິນ ຫຼື ຢ່າງອື່ນຕາມທີ່ຕົກລົງກັນ ເປັນການແລກປ່ຽນ ເພື່ອແທນຄ່າເວລາ, ແຮງ ງານ ຫຼື ສະຕິປັນຍາ ຫຼື ຢ່າງອື່ນທີ່ໄດ້ທຸ້ມເທເຮັດລົງໄປ. ຊຶ່ງຜູ້ມອບວຽກໃຫ້ເຮັດເຮົາ ເອີ້ນວ່າ “ນາຍຈ້າງ” ກົງກັນຂ້າມ ຜູ້ຮັບເຮັດວຽກເຮົາ ເອີ້ນວ່າ “ລູກຈ້າງ”. ສ່ວນຄ່າທີ່ໄດ້ຈາກການຮັບຈ້າງເຮົາ ເອີ້ນ “ຄ່າຈ້າງ”

“ລູກຈ້າງ” ແບ່ງອອກເປັນຫຼາຍປະເພດ ດັ່ງ ລູກຈ້າງລາຍວັນ, ລູກຈ້າງລາຍເດືອນ, ລູກຈ້າງຮັບວຽກ ທັງໝົດ ເອີ້ນ ຜູ້ຮັບເໝົາ ແລະ ລູກຈ້າງທີ່ເຮັດວຽກປະຈໍາ ເຮົາເອີ້ນ ພະນັກງານ. ໃນໂລກນີ້, ການຈ້າງ ມີຫຼາຍຢ່າງ ແລະ ຫຼາຍຮູບແບບ, ຄ່າແຮງງານກໍແຕກຕ່າງກັນໄປຕາມເສດຖະກິດຂອງແຕ່ລະປະເທດ ເຊັ່ນ: ປະເທດທີ່ຈະເລີນແລ້ວຄ່າຈ້າງ ຫຼື ຄ່າແຮງງານສູງ ຊຶ່ງແຕກຕ່າງກັບປະເທດກໍາລັງພັດທະນາ ຊຶ່ງ ຈະໄດ້ຄ່າຈ້າງນ້ອຍກວ່າ ແຕ່ກໍດີກວ່າປະເທດດ້ອຍພັດທະນາທີ່ຄ່າຈ້າງຖືກຫຼາຍ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຈ້າງ”.

“ຈ້າງ” (1. ຄໍາກິລິຍາ) ໃຫ້ເຮັດວຽກໂດຍໃຫ້ຄ່າແຮງ, ຜູ້ໃຫ້ເຮັດວຽກເອີ້ນນາຍຈ້າງ, ຜູ້ຮັບເຮັດວຽກເອີ້ນ ລູກຈ້າງ.

ຕົວຢ່າງ:

  • ກໍາມະກອນກໍ່ສ້າງຮັບຈ້າງກໍ່ກໍາແພງເປັນລາຍວັນແມ່ນໄດ້ເງິນນ້ອຍກວ່າຮັບເໝົາກໍ່ສ້າງທັງໝົດ.
  • ນາຍຈ້າງ ແລະ ລູກຈ້າງຜິດກັນຍ້ອນການຈ່າຍຄ່າຈ້າງບໍ່ເປັນໄປຕາມການຕົກລົງກັນ ຊຶ່ງຈ່າຍບໍ່ ຄົບຕາມທີ່ເວົ້າ.

ສະຫຼຸບ.

ຄໍາວ່າ “ຈ້າງ” ແມ່ນການມອບວຽກໃຫ້ເຮັດ ໂດຍໃຫ້ຄ່າຕອບແທນເປັນເງິນ ຫຼື ຢ່າງອື່ນຕາມຕົກລົງກັນ ເອີ້ນຄ່າຈ້າງ ຫຼື ຄ່າແຮງ ຊຶ່ງແມ່ນຄ່າເສຍເວລາ, ແຮງງານ ແລະ ສະຕິປັນຍາຄວາມຮູ້ທີ່ໄດ້ໃຊ້ໄປ. ຄົນມອບວຽກໃຫ້ເຮັດ ເອີ້ນ “ນາຍຈ້າງ ຫຼື ຄົນຈ້າງ”, ຜູ້ຮັບເຮັດວຽກ ເອີ້ນ “ລູກຈ້າງ”, ຄ່າຕອບແທນ ຫຼື ຄ່າແຮງ ເອີ້ນ “ຄ່າຈ້າງ”.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo