ຄໍາວ່າ “ແບບ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ແບບ” ມີຄວາມໝາຍແນວໃດ?

ຄໍາວ່າ “ແບບ” ແມ່ນແຜນ ຊຶ່ງເປັນການຕັ້ງເປົ້າໝາຍ ແລະ ດໍາເນີນການໃຫ້ໄດ້ຕາມຄາດຫວັງດ້ວຍຮູບ ການຕ່າງໆທີ່ກຽມໄວ້ ຫຼື ເອີ້ນ ແບບແຜນ ຊຶ່ງມີຫຼາຍຢ່າງເຊັ່ນ: ແບບແຜນການດໍາລົງຊີວິດ, ແບບແຜນ ວິຖີຊີວິດ, ແບບແຜນການເຮັດວຽກ, ແບບແຜນການຮຽນ, ແບບແຜນການດໍາເນີນທຸລະກິດ ເປັນຕົ້ນ. ກົງກັນຂ້າມກັບຄໍາວ່າຊະຊູ້ຊະຊາຍ ຫຼື ເຮັດມົ້ວ ນັ້ນເອງ.

ນອກຈາກນີ້, “ແບບ” ຍັງໝາຍເຖິງຕົວຢ່າງ ຊຶ່ງເປັນການເຮັດໃຫ້ເຫັນ ຫຼື ພຶດຕິກໍາຢ່າງໃດນຶ່ງ ເຊັ່ນ: ຕົວແບບທີ່ດີ, ຕົວແບບທີ່ບໍ່ດີ, ຕົວແບບໃນການປະຕິບັດງານ, ຕົວແບບໃນການຮໍ່າຮຽນ, ເປັນຕົວແບບ ໃຫ້ແກ່ຄົນຮຸ່ນຕໍ່ໄປ. “ແບບ” ຍັງໝາຍຕໍາລາຕ່າງໆ ເຊັ່ນ: ແບບຮຽນ, ແບບສອນ, ແບບຄໍາພີ ແລະ ອື່ນໆ. “ແບບ” ຍັງໝາຍເຖິງຮູບ ຫຼື ຮູບແບບ ດັ່ງ ຮູບແບບໃນການສໍ້ກົງ, ຮູບແບບໃນການຂີ້ຕົວະ, ຮູບແບບໃນການເຮັດ. ອີກຄວາມໝາຍນຶ່ງ “ແບບ” ຍັງໝາຍເຖິງແມ່ເດີມ ຫຼື ແມ່ພີມ ເຊັ່ນ: ແບບພີມ ເງິນ, ແບບຫຼໍ່ທໍ່ຊີມັງ ເປັນຕົ້ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າແບບ”.

“ແບບ” (1. ຄໍານາມ) ແຜນ, ຕົວຢ່າງ, ຕໍາລາ, ຮູບ, ແມ່ເດີມ, ແມ່ພີມ.

ຕົວຢ່າງ:

  • ການເຮັດວຽກເພື່ອໃຫ້ປະສົບຜົນສໍາເລັດແມ່ນຕ້ອງມີແບບແຜນລະອຽດວ່າຊິເຮັດຫຍັງ, ໃຊ້ຫຍັງ ແລະ ເວລາເທົ່າໃດ. ຖ້າໄດ້ຜົນດີແມ່ນສາມາດນໍາໄປເປັນແບບຢ່າງອີກດ້ວຍ.
  • ແບບໃນການຮຽນການສອນແມ່ນຫຼາກຫຼາຍວິທີ ແລະ ການນໍາໃຊ້ເຄື່ອງຊ່ວຍ ເພື່ອໃຫ້ມີປະສິດທິ ຜົນກໍມີຫຼາຍອີກດ້ວຍ.
  • ການພີມເງິນເຈ້ຍແມ່ນໃຊ້ແບບສະເພາະ, ມີຂັ້ນຕອນໃນການເຮັດທີ່ຊັບຊ້ອນ ແລະ ເປັນຄວາມ ລັບ.

ສະຫຼຸບ.

ຄໍາວ່າ “ແບບ” ແມ່ນແບບແຜນ ຫຼື ແຜນ ຊຶ່ງແມ່ນການຕັ້ງເປົ້າໝາຍ ແລະ ດໍາເນີນການຕາມແຜນທີ່ ວາງໄວ້. “ແບບ” ຍັງແມ່ນເຖິງຕົວຢ່າງ ຫຼື ແບບຢ່າງ ທີ່ເຮັດໃຫ້ຄົນອື່ນເຫັນມີທັງດີ ແລະ ບໍ່ດີ. “ແບບ” ຍັງແມ່ນຕໍາລາສໍາລັບການຮຽນ, ການສອນ ອີກດ້ວຍ. “ແບບ” ຍັງແມ່ນຮູບແບບ. ນອກຈາກນີ້ “ແບບ” ຍັງແມ່ນແມ່ເດີມ ຫຼື ແມ່ພີມ ທີ່ສ້າງໄວ້ເຮັດສິ່ງໃດນຶ່ງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo