ຄໍາວ່າ “ລະບຽບ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ລະບຽບ” ມີຄວາມໝາຍແນວໃດ?

ຄໍາວ່າ “ລະບຽບ” ໝາຍເຖິງເປັນແຖວ ຫຼື ເປັນແນວ ລຽງກັນເປັນລໍາດັບດີ ເຮັດໃຫ້ເບີ່ງງາມ ແລະ ເຮັດ ໃຫ້ເຂົ້າໃຈໄດ້ງ່າຍ ເຊັ່ນ: ຢືນເປັນລະບຽບ, ຍ່າງເປັນລະບຽບ, ພີມເປັນລະບຽບ, ຂຽນເປັນລະບຽບ, ເຮັດວຽກເປັນລະບຽບ, ມ້ຽນເຄື່ອງເປັນລະບຽບ, ລຽງເຄື່ອງເປັນລະບຽບ, ວາງເປັນລະບຽບ, ເຂົ້າແຖວເປັນ ລະບຽບ ເປັນຕົ້ນ. ກົງກັນຂ້າມກັບຫຍຸ້ງ ຫຼື ສັບສົນ.

ນອກຈາກນີ້, “ລະບຽບ” ຍັງໝາຍເຖິງຄວາມຮຽບຮ້ອຍ ຫຼື ເປັນລະບຽບຮຽບຮ້ອຍ ຊຶ່ງເປັນການມີວິໄນ ມີການຮັກສາໄດ້ດີ ເຊັ່ນ: ຫ້ອງປະຊຸມເປັນລະບຽບດີ, ເຮືອນເປັນລະບຽບ, ມ້ຽນໂຕະເປັນລະບຽບດີ ແລະ ອື່ນໆ. “ລະບຽບ” ຍັງໝາຍເຖິງແບບແຜນ ຊຶ່ງເປັນການວາງແຜນ ຫຼື ແນວທາງ ທີ່ຈະປະຕິບັດ ຫຼື ດໍາເນີນການໄວ້ ດັ່ງ ລະບຽບຫຼັກການ, ລະບຽບວິໄນ, ກົດລະບຽບ, ຈັດລະບຽບ, ລະບຽບການດໍາລົງຊີ ວິດ ເປັນຕົ້ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າລະບຽບ”.

“ລະບຽບ” (1. ຄໍານາມ). ແຖວ, ແນວ, ຄວາມຮຽບຮ້ອຍ, ແບບແຜນ.

ຕົວຢ່າງ:

  • ທຸກໆເຊົ້າວັນຈັນ ກ່ອນຂຶ້ນຫ້ອງຮຽນ, ນັກຮຽນມາຢືນເປັນແຖວເປັນລະບຽບງາມຕາ ເພື່ອເຄົາລົບ ທຸງ.
  • ລູກຊາຍຂ້ອຍມ້ຽນຫ້ອງນອນເປັນລະບຽບຮຽບຮ້ອຍດີ, ຈັດເຄື່ອງເປັນໝວດເປັນໝູ່ ຊອກຫາໄດ້ ງ່າຍ.
  • ການເຮັດວຽກຂອງຫ້ອງການໃດນຶ່ງແມ່ນປະຕິບັດຕາມກົດລະບຽບ ແລະ ລະບຽບແບບແຜນຂອງ ອົງກອນນັ້ນໆ.

ສະຫຼຸບ.

ຄໍາວ່າ “ລະບຽບ” ໝາຍເຖິງເປັນແນວ ເປັນຖັນເປັນແຖວ ລຽງກັນເປັນລໍາດັບດີ, ກົງກັນຂ້າມກັບຫຍຸ້ງ ຫຼື ສັບສົນ. “ລະບຽບ” ຍັງແມ່ນຄວາມເປັນລະບຽບຮຽບຮ້ອຍ ມີວິໄນ ແລະ ຮັກສາໄດ້ດີ. ນອກຈາກນີ້, “ລະບຽບ” ຍັງໝາຍເຖິງແບບແຜນ ຫຼື ແນວທາງ ດັ່ງ ລະບຽບຫຼັກການ, ລະບຽບວິໄນ, ກົດລະບຽບ ອື່ນໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo