ຄໍາວ່າ “ແຖ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ແຖ” ມີຄວາມໝາຍແນວໃດ?

ຄໍາວ່າ “ແຖ” ແມ່ນມີດແນວນຶ່ງໃຊ້ສໍາລັບຂູດຜົມ, ຂູດໜວດ ຫຼື ຂົນຕ່າງໆ. ມີດແຖຂອງຄົນສະໄໝກ່ອນ ແລະ ປະຈຸບັນ ແມ່ນມີຮູບຮ່າງ ລວມທັງຂັ້ນຕອນການເຮັດແຕກຕ່າງກັນ ເພາະສະໄໝກ່ອນແມ່ນເອົາເຫຼັກ ມາຕີໃຫ້ແພບໆບາງໆເປັນມີດນ້ອຍໆ ແລະ ລັບໃຫ້ຄົມ ໃຊ້ແຖຮ່ວມກັນເລີຍ ໝາຍຄວາມວ່າ ມີດແຖນຶ່ງ ດວງ ຫຼື ດ້າມສາມາດໃຊ້ແຖຫົວ, ແຖໜວດກໍໄດ້.

ແຕ່ສະໄໝນີ້ມີດແຖແມ່ນໄດ້ອອກແບບ ແລະ ໃຊ້ໂຮງ ງານຜະລິດໃຫ້ມີຫຼາຍຂະໜາດ ເພື່ອເໝາະແກ່ການນໍາໃຊ້ສະເພາະເຊັ່ນ: ມີດແຖໃບດຽວ, ມີດແຖສອງໃບ ຊ້ອນກັນ, ໃບມີດແຖຊ້ອນກັນສາມໃບ, ມີດແຖຄົມດ້ານດຽວ, ມີດແຖຄົມສອງດ້ານ. ບາງລຸ້ນກະມີໂຮງໃສ່ ມີດແຖມາພ້ອມ. “ແຖ” ຍັງໝາຍເຖິງ ແກ ບາງເທື່ອເອີ້ນແຕປາກເຫວີ ຊຶ່ງເປັນເຄື່ອງດົນຕີໃຊ້ເສບ. “ແຖ” ຍັງໃຊ້ເອີ້ນເວລາ ຊຶ່ງເປັນເວລາຍາມໃກ້ທ່ຽງ ເອີ້ນວ່າ ຍາມແຖ ຫຼື ສາມາດເອີ້ນເວລາແຖໃກ້ທ່ຽງ.

SA Game
DooDiDo

ນອກຈາກນີ້, “ແຖ” ຍັງໝາຍເຖິງການຂູດເອົາຂົນຕ່າງໆອອກ ເຊັ່ນ: ຂູດຜົມ ເອີ້ນແຖຜົມ, ຂູດໜວດ ເອີ້ນ ແຖໜວດ, ຂູດຂົນໜ້າແຄ່ງ ເອີ້ນແຖຂົນໜ້າແຄ່ງ, ຂູດຂົນຂາ ເອີ້ນແຖຂົນຂາ, ຂູດຂົນຄິ້ວ ເອີ້ນແຖຂົນຄິ້ວ ແລະ ຂົນຢ່າງອື່ນກໍໄດ້ ເຊັ່ນກັນ. ອີກຄວາມໝາຍນຶ່ງ “ແຖ” ໝາຍເຖິງເຈີດໄປ ຫຼື ແວໄປ ຊຶ່ງເກີດຈາກ ການຊົງຕົວບໍ່ຢູ່ດ້ວຍເຫດຕ່າງໆ ດັ່ງ ຖະໄຫຼ, ພະລາດ ຫຼື ເສຍຫຼັກ ອອກຈາກທາງ ຕົວຢ່າງ ລົດແຖອອກ ທາງ, ຄົນຍ່າງມື່ນຕົມແຖໄປຈົນເກືອບລົ້ມ, ຍົນລົງຈອດແຕ່ເດີນມື່ນເຮັດໃຫ້ແຖອອກເດີນ ແລະ ອື່ນໆ. ແຖແລ ແມ່ນໄປບໍ່ຊື່ ຫຼື ເຈີດ ຕົວຢ່າງຢ່າງພະລາດຂີ້ຕົມເຮັດໃຫ້ກົ້ນຂີ້ທັງ ແລະ ແຖແລໄປ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າແຖ”.

“ແຖ” (1. ຄໍານາມ) ຊື່ມີດສໍາລັບຂູດຜົມ ແລະ ຂົນໃຫ້ກ້ຽງ. ແກ ຫຼື ແຕ (ເຄື່ອງເສບຢ່າງນຶ່ງຄ້າຍຄືປີ່ແຕ່ ປາກເຫວີ). ຍາມໃກ້ທ່ຽງເອີ້ນວ່າ ຍາມແຖ ຫຼື ແຖໃກ້ທ່ຽງ. (2. ຄໍາກິລິຍາ) ຂູດຜົມ ແລະ ຂົນອອກ ດ້ວຍມີດມີຄົມ. (2. ຄໍາກິລິຍາວິເສດ) ເຈີດໄປ, ແວໄປ, ແຮະໄປ.

ຕົວຢ່າງ:

  • ມີດແຖຄົມຫຼາຍເວລາແຖຜົມໃຫ້ລະວັງ ແລະ ບໍ່ຄວນໜັງຕິງໄປມາແບບໄວໆ ເພາະອາດເຮັດໃຫ້ ບາດໜັງຫົວໄດ້.
  • ມີດແຖໜວດສະໄໝນີ້ແມ່ນທັນສະໄໝຫຼາຍເພາະມີແບບສາມດວງຊ້ອນກັນ, ໃຊ້ແຖລອບດຽວໜວດ ກ້ຽງໝົດ.
  • ການສະຫຼອງວັນຊາດມີວົງດົນຕີໃຫຍ່ຂຶ້ນປະກອບສຽງເພັງ ໂດຍນໍາໃຊ້ເຄື່ອງດົນຕີຫຼາຍແນວປະກອບ ມີກອງ, ແຖ, ກິຕ້າ ແລະ ອື່ນໆ.
  • ມື້ນີ້ມີວຽກຫຼາຍ, ກໍາມະກອນເຮັດວຽກຕັ້ງແຕ່ເຊົ້າຈົນຮອດຍາມແຖມີຫຼາຍຄົນຫິວເຂົ້າຫຼາຍແລ້ວ ຈະ ໄດ້ຢຸດພັກທ່ຽງກ່ອນ.
  • ເວລາບວດຕ້ອງໄດ່້ແຖຜົມ, ແຖຄິ້ວຈົນໝາດກ່ອນ ຈິ່ງສາມາດບວດໄດ້.
  • ຝົນຕົກແຮງຫຼາຍ ແລະ ທາງກໍມື່ນ ເຮັດໃຫ້ລົດເສຍຫຼັກແຖໄປຕົກຮ່ອງນໍ້າ ແລະ ມີຄົນໄດ້ຮັບບາດ ເຈັບເລັກນ້ອຍ.

ສະຫຼຸບ.

ຄໍາວ່າ “ແຖ” ແມ່ນຊື່ມີດຢ່າງນຶ່ງເປັນອຸປະກອນສໍາລັບຂູດຜົມ, ໜວດ ແລະ ຂົນຕ່າງໆ ເຊັ່ນ: ຂົນຄິ້ວ, ຂົນຂາ, ຂົນແຄ່ງ ແລະ ອື່ນໆ. “ແຖ” ຍັງໝາຍເຖິງ ແກ ຫຼື ແຕ ຊຶ່ງເປັນອຸປະກອນເຄື່ອງເສບຢ່າງນຶ່ງ ຄ້າຍຄືປີ່ແຕ່ປາກໃຫຍ່ ຫຼື ປາກເຫວີ. “ແຖ” ຍັງໃຊ້ເອີ້ນເວລາ ຫຼື ຍາມໃກ້ທ່ຽງເອີ້ນວ່າ ຍາມແຖ ບາງທີ ກໍເອີ້ນ ເວລາແຖໃກ້ທ່ຽງ. ນອກຈາກນັ້ນ, “ແຖ” ຍັງແມ່ນການຂູດຜົມ, ຂູດໜວດ, ຂູດຄິ້ວ, ຂູດຂົນ ແລະ“ແຖ” ຍັງໝາຍເຖິງເຈີດໄປ ຫຼື ແວໄປ ຈາກການເສຍຫຼັກ ຊົງຕົວບໍ່ຢູ່.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo