ຄໍາວ່າ “ສືບ” ການນໍາໃຊ້ ແລະ ຄວາມໝາຍໃນພາ ສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ສືບ” ມີຄວາມໝາຍແນວໃດ?

ຄໍາວ່າ “ສືບ” ໝາຍເຖິງການສືບສ່ວນ, ໄຕ່ສວນ ຊອກຫາຄວາມຈິງ ຫຼື ຊອກຫາສິ່ງໃດສິ່ງຕາມເຈດຈໍານົງ ທີ່ຕ້ອງການຢາກຮູ້ ດ້ວຍວິທີການຕ່າງໆ ເຊັ່ນ: ສືບຫາດ້ວຍການກວດຄົ້ນ, ສືບດ້ວຍການຄົ້ນຫາ, ສືບຫາ ດ້ວຍການພິສູດຫຼັກຖານທາງວີທະຍາສາດ, ສືບດ້ວຍການສອດສ່ອງ, ສືບສ່ວນດ້ວຍການທົດລອງ, ສືບດ້ວຍ ການສະກົດຮອຍຕາມ, ສືບດ້ວຍການຕິດຕາມ, ສືບດ້ວຍການລັກນໍາໄປ, ສືບດ້ວຍການສະແຫວງຫາຂໍ້ມູນ, ສືບສ່ວນດ້ວຍການໃຊ້ເລ່ກົນຍົວະເອົາຄວາມຈິງ ແລະ ວິທີການອື່ນໆ. ໃນວົງການທະຫານ, ຕໍາຫຼວດ ແລະ ການເມືອງ ແມ່ນມີໜ່ວຍສືບຂ່າວ ຫຼື ໜ່ວຍຂ່າວກອງສະເພາະ ບາງຄັ້ງເອີ້ນໜ່ວຍລັດສະການລັບ, ສ່ວນ ບຸກຄົນເຮົາເອີ້ນ ນັກສືບສອດແນມ.

ນອກຈາກນີ້, “ສືບ” ຍັງໝາຍເຖິງຮັບມໍລະດົກຕົກທອດ ຫຼື ໄດ້ມູນດ້ວຍສິດຊອດທໍາທາງກົດໝາຍ ຫຼື ການ ຍອມຮັບຈາກພາສ່ວນກ່ຽວຂ້ອງ ຊຶ່ງເຮົາເອີ້ນ ສືບມູນ ຫຼື ສືບທອດມໍລະດົກ, ສືບສະກຸນ. ແຕ່ການສືບທອດ ທາງສາຍເລືອດ ຫຼື DNA ແມ່ນເປັນໄປແບບອັດໂຕໂນມັດ ເຖິງວ່າຈະຖືກກົດໝາຍ ຫຼື ບໍ່ຖືກກໍຕາມ. “ສືບ” ຍັງແມ່ນການດູດລົມເຂົ້າຮູດັງ ເຊັ່ນ: ສືບຂີ້ມູກ, ສືບຄວັນຢາສູບ, ສືບກີ່ນຫອມດອກໄມ້. ອີກຄວາມໝາຍ ນຶ່ງ “ສືບ” ຍັງໝາຍເຖິງການເຮັດຕໍ່ ຫຼື ດໍາເນີນການຕໍ່ ເຊັ່ນ: ສືບຕໍ່ອຸດົມການ, ສືບຕໍ່ປະຕິທານ, ສືບຕໍ່ປະ ຕິບັດວຽກ, ສືບຕໍ່ດໍາເນີນການ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າສືບ”.

“ສືບ” (1. ຄໍາກິລິຍາ) ຊອກ, ຊອກຫາ, ກວດຄົ້ນ, ຄົ້ນຫາ, ໄຕ່ສວນ, ສອດສ່ອງ, ສະກົດຮອຍຕາມ, ໄປຕິດຕາມ, ນໍາໄປ, ສະແຫວງຫາ. ສືບມູນ, ຮັບມໍລະດົກ, ໄດ້ມູນ, ສືບສະກຸນ. ດູດລົມເຂົ້າດັງ ດັ່ງ ສືບຂີ້ມູກ. ເຮັດຕໍ່, ດໍາເນີນການຕໍ່.

ຕົວຢ່າງ:

  • ນັກສືບໄດ້ໃຊ້ເວລາຫຼາຍປີ ເພື່ອສືບສ່ວນຫາໂຕການໃຫຍ່ຄະດີຢາເສບຕິດ ກວ່າຈະຮູ້ໄດ້ດ້ວຍການ ແຝງໂຕ ເຂົ້າກຸ່ມຄ້າຂາຍຢາເສບຕິດ.
  • ການສືບທອດລາດສະບັນລັງຂອງເຈົ້າຊີວິດຕາມມົນທຽນບານຕ້ອງແມ່ນລູກຊາຍ ໂດຍສະເພາະແມ່ນ ລູກຊາຍກົກ.
  • ລາວເປັນລູກຊາຍຄົນດຽວບ່ມີອ້າຍເອື້ອຍນ້ອງ ດັ່ງນັ້ນຈິ່ງໄດ້ຮັບມູນມໍລະດົກທັງໝົດຂອງພໍ່ແມ່.
  • ສອງສາມມື້ນີ້ອາກາດໜາວຫຼາຍ ເຮັດໃຫ້ເດັກນ້ອຍເຮືອນຂ້າງເປັນຫວັດນໍ້າມູກຍ້ອຍ ແລະ ສືບຂີ້ມູກດັງຢູ່ປາດໆ.
  • ຫົວໜ້າສັ່ງວ່າຖ້າບໍ່ແລ້ວວຽກ ເຖິງຈະຄໍ່າກໍໃຫ້ອົດທົນສືບຕໍ່ເຮັດໃຫ້ແລ້ວ ຖ້າສໍາເລັດຈະມີລາງວັນ ໃຫ້.

ສະຫຼຸບ.

ຄໍາວ່າ “ສືບ” ໝາຍເຖິງການສືບສ່ວນ ຫຼື ການໄຕ່ສວນ ຊອກຫາຄວາມຈິງ ຫຼື ສິ່ງທີ່ຢາກຮູ້ ດ້ວຍວິທີການ ຕ່າງໆ. “ສືບ” ຍັງໝາຍເຖິງການສືບທອດ ດັ່ງມູນມໍລະດົກ, ສິດ, ສືບສະກຸນ, ສາຍເລືອດ. ພ້ອມນັ້ນ, “ສືບ” ຍັງແມ່ນການດູດລົມເຂົ້າທາງຮູດັງ ດັ່ງສືບຂີ້ມູກຂີ້ດັງ ສືບລົມຫາຍໃຈ ເປັນຕົ້ນ. ນອກຈາກນັ້ນ, “ສືບ” ຍັງໝາຍເຖິງການເຮັດຕໍ່, ປະຕິບັດຕໍ່ ຫຼື ໃຫ້ດໍາເນີນການຕໍ່.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo