ຄໍາວ່າ “ແດກ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ແດກ” ມີຄວາມໝາຍແນວໃດ?

ຄໍາວ່າ “ແດກ” ແມ່ນຊື່ເອີ້ນອາຫານຢ່າງນຶ່ງຂອງປະເທດລາວ ຊຶ່ງເຮັດດ້ວຍການນໍາເອົາໂຕປາມາໝັກກັບສ່ວນປະສົມ ເຊັ່ນ ເກືອ ແລະ ຮໍາ ແລ້ວຍັດໃສ່ໄຫ, ບັ້ງໄມ້ ຫຼື ໃສ່ອອມໄວ້ກະໄດ້ ເອີ້ນ ປາແດກ.  ປາແດກແມ່ນວິທີການຖະໜອມອາຫານຢ່າງນຶ່ງໄວ້ກິນໃນໄລຍະຍາວ ຫຼື ຍາມຫາປາຍາກ, ເປັນພູມປັນ ຍາທ້ອງຖີ່ນນິຍົມກັນເຮັດ ແລະ ກິນຫຼາຍຢູ່ປະເທດລາວ ລວມທັງພາກອີສານປະເທດໄທ (ບາງເຂດເອີ້ນ ປາລ້າ).

ຄົນລາວເຮັດປາແດກມາຫຼາຍລຸ້ນຄົນຈົນເປັນອາຫານປະຈໍາຊາດ ດັ່ງຄໍາວ່າ “ຄົນລາວກິນເຂົ້າ ໜຽວຈໍ້າປາແດກ” ສ່ວນຕົ້ນກໍາເນີດມາຈາກໃສເວລາໃດແມ່ນບໍ່ສາມາດຮູ້ໄດ້ ຮູ້ແຕ່ວ່າເຮືອນຄົນລາວສ່ວນ ໃຫຍ່ແມ່ນມີປາແດກປະຈໍາ, ຈາກການສັນນິຖານແມ່ນຄົນສະໄໝກ່ອນເວລາຈັບປາຍາມປາຂຶ້ນ (ຍາມຫາ ປາໄດ້ຫຼາຍ) ແຕ່ກິນບໍໝົດ ແລະ ຢ້າງ ຫຼື ຕາກແຫ້ງບໍ່ທັນ ເລີຍເກີດຄວາມຄິດຢາກເກັບໄວ້ໃຫ້ດົນ ເລີຍ ຖະໜອມປາໄວ້ດ້ວຍການໝັກເກືອນັ້ນເອງ.

ປະຈຸບັນ ການເຮັດປາແດກນອກຈາກວິທີດັ່ງເດີມແລ້ວຍັງມີ ການເພີ່ມເຕີມຫຼາຍຮູບແບບ ເພື່ອໃຫ້ຕອບໂຈດຜູ້ບໍລິໂພກ ແລະ ສະດວກໃນການໃຊ້ ເລີຍມີການປະດິດ ສູດ ແລະ ຮູບແບບການເຮັດຕາມໃຜມັນ ເຊັ່ນ: ປາແດກນໍ້າ, ປາແດກຕ່ອນ, ປາແດກແຫ້ງ, ປາແດກຜົງ ແລະ ອັດໃສ່ກະປອງກໍມີ. ສ່ວນລົດຊາດກໍບໍ່ຄືກັນໝົດເພາະມີການໃສ່ປະສົມຕ່າງກັນ ດັ່ງ ໃສ່ປາຫຼາຍ ຫຼື ນ້ອຍ (ປາໃຫຍ່ປານ້ອຍກໍເຮັດໃຫ້ແຕກຕ່າງໄດ້), ເກືອ, ຮໍາ ບໍ່ເທົ່າກັນ ແລະ ໄລຍະເວລາໃນການໝັກ ໃຊ້ເວລາດົນນານແຕກຕ່າງກັນ ເປັນຕົ້ນ.

SA Game
DooDiDo

ນອກຈາກນີ້, “ແດກ” ຍັງໝາຍເຖິງການທັ່ງເຂົ້າ, ຊຸກເຂົ້າ ຫຼື ຍັດເຂົ້າໃຫ້ແໜ້ນ ດັ່ງ ຍັດປາເຂົ້າໄຫປາ ແດກ, ແດກເຂົ້າແດກງາ ແມ່ນການຕໍາໝາກງາໃສ່ເຂົ້າ. ພ້ອມນັ້ນ, “ແດກ” ຍັງແມ່ນການກິນຫຼາຍໂພດ ຈົນເຮັດໃຫ້ຄັດທ້ອງ ຫຼື ກິນແບບບໍ່ສົນໃຈຜູ້ອື່ນ ແລະ ເຮັດໃຫ້ຜູ້ອື່ນເວົ້າໃຫ້, ເວົ້າສຽດ, ດ່າ ເພື່ອລະບາຍ ໂທສະ ຫຼື ທ້ວງ (ອຸທານອອກມາ) ຊຶ່ງເຮົາມັກໄດ້ຍິນຄົນເວົ້າໃຫ້ກັນເລື່ອຍໆ ເຊັ່ນ: ຢ່າແດກຫຼາຍໆ ໝາຍ ເຖິງຢ່າງກິນຫຼາຍໆ, ແດກໄວແທ້ ແມ່ນກິນໄວແທ້, ແດກແທ້ແດກວ່າ ແມ່ນກິນເອົາແທ້ເອົາວ່າ, ແດກຈົນ ໝົດເນາະ! ບໍ່ຈົ່ງໄວ້ໃຫ້ຄົນອື່ນເລີຍ ແມ່ນກິນຈົນໝົດຈົນກ້ຽງບໍ່ຈົ່ງໄວ້ໃຫ້ຜູ້ອື່ນ, ຮ່າສະແຕກແດກດັບເອີຍ!, ແດກຮ່ານີ້!, ຮ່າແດກນີ້, ຮ່າແດກຫົວເອີຍ!, ຜີແດກຕັບແດກປອດສູ!, ບໍ່ໄດ້ແດກຫຍັງນໍາເຂົາແລ້ວ!, ແດກ ດາກ!, ແດກຈົນຕາສວດ, ແດກຈົນທ້ອງສວດ, ແດກຈົນທ້ອງແຕກ, ແດກຈົນຮາກອອກ, ແດກເງິນແດກ ຄໍາ, ແດກບ້ານແດກເມືອງ, ແດກຂີ້, ປອບແດກໃສ້ ແລະ ອື່ນໆ . “ແດກ” ຍັງສາມາດນໍາໄປປະສົມກັບ ຄໍາອື່ນ ແລະ ໃຫ້ຄວາມໝາຍແຕກຕ່າງອອກໄປ ເຊັ່ນ: ແດກງາ ແມ່ນຊື່ເຂົ້າໜົມແນວນຶ່ງທໍາຈາກເຂົ້າ ໜຽວໜຶ້ງປະສົມກັບງາກັບນໍ້າອ້ອຍ ຫຼື ນໍ້າຕານ ເປັນຕົ້ນ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າແດກ”.

“ແດກ”(1. ຄໍານາມ) ປາທີ່ໝັກໃສ່ເກືອ ແລະ ຮໍາແລ້ວຍັດໃສ່ໄຫໄວ້ ເອີ້ນ ປາແດກ. (2. ຄໍາກິລິຍາ) ທັ່ງ ເຂົ້າ, ຍັດເຂົ້າໃຫ້ແໜ້ນ, ຈຸກຂຶ້ນໃນທ້ອງ. ກິນຢ່າງໂຜ້, ກິນຫຼາຍ, ເວົ້າສຽດ ຫຼື ເວົ້າໃສ່ໃຫ້ສະເທືອນເຖີງ ອີກຝ່າຍນຶ່ງ ໂດຍຫວັງໃຫ້ຄຽດ. ແດກຮ່າ ແມ່ນກິນຫຼາຍກິນຢ່າງຜີຮ່າ.

ຕົວຢ່າງ:

  • ເພັງ “ປາແດກກົ້ນໄຫ” ແມ່ນເພັງຫວານ ແລະ ຊຶ້ງດີ ທີ່ຟັງແລ້ວເຮັດໃຫ້ຈິນຕະນາການໄປນໍາ ເພັງຕ່າງໆນາໆ.
  • ຕໍາສົ້ມໃສ່ຖ້າຂາດນໍ້າປາແດກແມ່ນເສຍລົດຊາດໝົດ ເພາະບໍ່ນົວ ເຖິງໄດ້ກິນກໍບໍ່ສະໃຈ.
  • ຫຼັງຈາກແມ່ຕູ້ປະສົມປາ, ເກືອ ແລະ ຮໍາໃສ່ກັນແລ້ວລາວແດກໃສ່ໄຫຈົນເຕັມ ເພື່ອໝັກເຮັດປາ ແດກ.
  • ຈັ່ງແມ່ນເປັນຕາອາຍແທນເນາະ! ເຮັດຄືບໍ່ເຄີຍກິນແດກ ແລະ ຕາຍອືດເອົາແທ້ເອົາວ່າ ກິນຈົນບໍ່ ເບີ່ງຄົນອື່ນ.
  • ບັກຮ່າສະແຕກແດກດັບເອີຍ! ຄົນເຕັມຕະຫຼາດປານນີ້ ມຶງຍັງກ້າດືງກະເປົາເງິນກູເສີຍເນາະ.

ສະຫຼຸບ.

ຄໍາວ່າ “ແດກ” ແມ່ນຊື່ອາຫານແນວນຶ່ງ ເອີ້ນ “ປາແດກ” ຊຶ່ງເປັນອາຫານລາວຢ່າງນຶ່ງນິຍົມກັນກິນ ແລະ ໄປເປັນສ່ວນປະສົມອາຫານຢ່າງອື່ນ ເຊັ່ນ: ຕໍາສົ້ມ, ເອາະ, ແກງ, ແຈ່ວ. ປາແດກ ເປັນປາທີ່ໝັກດ້ວຍເກືອ ແລະ ຮໍາແລ້ວແດກ (ຍັດ) ໃສ່ໄຫ, ບັ້ງໄມ້ ຫຼື ອອມໄວ້ ເພື່ອໃຫ້ໄດ້ລົດຊາດແລ້ວນໍາມາກິນ. “ແດກ” ຍັງໝາຍເຖິງທັ່ງເຂົ້າ ຫຼື ຍັດເຂົ້າໃຫ້ແໜ້ນ ດັ່ງແດກປາແດກ. ອີກຄວາມໝາຍນຶ່ງ “ແດກ” ຍັງໝາຍເຖິງ ກິນຈົນຈຸກທ້ອງ ຫຼື ກິນຫຼາຍແທ້ຫຼາຍວ່າ. ພ້ອມນັ້ນ, “ແດກ” ຍັງເປັນຄໍາເວົ້າສຽດ, ດາ ຫຼື ອຸທານ ໃສ່ກັນ ນໍາອີກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່DooDiDo