ຄໍາວ່າ “ຮ້ອນ” ຄວາມໝາຍ ແລະ ການນໍາໃຊ້ໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຮ້ອນ” ມີຄວາມໝາຍແນວໃດ?

ຄໍາວ່າ “ຮ້ອນ” ໝາຍເຖິງອາການກົງກັນຂ້າມກັບເຢັນ ເຊັ່ນ: ອຸນຫະພູມຮ້ອນ, ອາກາດຮ້ອນ, ອາກາດ ຮ້ອນໆເຢັນໆ, ແສງແດດຮ້ອນ, ໂລກຮ້ອນ, ແດດຮ້ອນອົບເອົ້າ, ໄຟຮ້ອນ, ຖ່ານຮ້ອນ, ຂີ້ເທົ່າຮ້ອນ, ນໍ້າຮ້ອນ, ນໍ້າມັນຮ້ອນ, ແກງຮ້ອນ, ຈີ່ມັນຮ້ອນ, ປີ້ງຊີ້ນຮ້ອນໆ, ຈັກລົດຮ້ອນຫຼາຍ, ຫຼັງຄາເຮືອນຮ້ອນ, ເປັນໄຂ້ໂຕ ຮ້ອນ, ຫົວຮ້ອນ, ໂຕຮ້ອນ ເປັນຕົ້ນ. ພ້ອມນີ້ ເຮົາຍັງມັກໄດ້ຍີນຄົນເວົ້າກັນທົ່ວໄປເຊັ່ນ: ມື້ນີ້ຈັ່ງແມ່ນຮ້ອນແທ້ຮ້ອນວ່າ, ໂອຍ! ຮ້ອນຈົນຕັບແຕກ, ແດດຮ້ອນຈົນໜ້າດໍາໜ້າແຫຼ້.

ນອກຈາກນີ້, ຍັງໝາຍເຖິງຮ້ອນຈິດໃຈ, ຊຶ່ງເປັນການສະແດງອາການໝັດຢູ່ບໍ່ເປັນສຸກອາດຍ້ອນເຮັດຜິດ, ອາຍ, ຕື່ນເຕັ້ນ ແລະ ອື່ນໆ ເຊັ່ນ: ຮ້ອນຮົນ ໝາຍເຖິງມີໃຈຟ້າວຟັ່ງ ຫຼື ເຮັດຜິດສິ່ງໃດສິ່ງນຶ່ງ ແລ້ວຢ້ານ ໝູ່ຈັບໄດ້ ແລະ ຢູ່ບໍ່ເປັນຮ້ອນໃຈເພາະຢ້ານຜູ້ອື່ນຮູ້ ຫຼື ຢາກໄດ້ສິ່ງໃດສິ່ງນຶ່ງແບບທາງລັດ. ຮ້ອນອົກຮ້ອນ ໃຈ ໝາຍເຖິງຄວາມຟ້າວຟັ່ງຢູ່ບໍ່ເປັນສຸກ ຫຼື ຢາກໃຫ້ແລ້ວໄວ ຫຼື ຄິດນໍາເລື່ອງດັ່ງກ່າວ. ຫົວຮ້ອນ ໝາຍ ເຖິງຄົນໃຈຮ້ອນ ແລະ ໃຈຮ້າຍງ່າຍ. “ຮ້ອນ” ນອກເໜືອຈາກໝາຍເຖິງຄວາມຮ້ອນ ແລະ ຮ້ອນຈິດໃຈ ແລ້ວ ຍັງໝາຍເຖິງດຸເດືອດ ເຊັ່ນ: ຕົວຢ່າງການເມືອງຮ້ອນແຮງ, ເສີກຮ້ອນແຮງ, ການປະທ້ວງຮ້ອນ ແຮງ, ສະພາບການເຄັ່ງຮ້ອນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຮ້ອນ”.

“ຮ້ອນ” (1. ຄໍາກິລິຍາວິເສດ) ອາການກົງກັນຂ້າມກັບເຢັນ, ໝຸດໝັດໃນໃຈ, ອາການຄິດຟ້າວ, ຮ້ອນໃຈ. ດຸເດືອດ. (2. ຄໍາກິລິຍາ) ໃຈຟ້າວ.

ຕົວ­ຢ່າງ: 

  • ອາກາດຢູ່ທະເລຊາຍແຫ້ງແລ້ງ ແລະ ຮ້ອນຫຼາຍ ຊອກຫານໍ້າຍາກ ຈິ່ງເຮັດໃຫ້ພືດເກີດນ້ອຍ ແລະ ມີສິ່ງທີ່ມີຊີວິດນ້ອຍກວ່າເຂດປ່າຝົນທີ່ອຸດົມສົມ.
  • ສະພາບອາກາດໂລກຮ້ອນຂຶ້ນ ເຮັດໃຫ້ພູເຂົານໍ້າກ້ອນຢູ່ຂົ້ວໂລກເໜືອເປື່ອຍ ແລະ ຫາຍນ້ອຍລົງ ໄປເລື້ອຍ. ເກີດປະກົດການປ່ຽນແປງທາງພູມມີອາກາດເຊັ່ນ: ຝົນຕົກບໍ່ຖືກຕາມລະດູ ມີພາຍຸຮຸ່ນ ແຮງ, ຫີມະຕົກຢູ່ທະເລຊາຍ ແລະ ອື່ນໆ.
  • ລົດເມໂດຍສານແລ່ນແຕ່ນະຄອນຫຼວງວຽງຈັນ ຫາ ແຂວງຫຼວງນໍ້າທາ ໃຊ້ເວລາດົນ ແລະ ເສັ້ນ ທາງຂຶ້ນພູລົງຫ້ວຍ ຄົດລ້ຽວຫຼາຍເຮັດໃຫ້ຈັກຮ້ອນ ຕ້ອງໄດ້ພັກເຊົາຢູ່ຫຼາຍຈຸດ.
  • ຢ່າໃຈຮ້ອນ ຄ່ອຍເຮັດຄ່ອຍໄປ ໃຈເຢັນໆ ວຽກງານຈິ່ງບໍ່ຜິດພາດ ຖ້າບໍ່ຈັ່ງຊັ້ນອາດເກີດຄວາມ ເສຍຫາຍໄດ້.
  • ສົງຄາມການຄ້າອາເມລິກາ-ຈີນ ເຮັດໃຫ້ສະພາບການໂລກເຄັ່ງຮ້ອນ ແລະ ຊັບສົນໄປໝົດ. ອີກ ທັງການລະບາດຂອງພະຍາດໂຄວິດເຮັດໃຫ້ເດືອດຮ້ອນກັນໄປໃຫຍ່ອີກ.

ສະຫຼຸບ.

ຄໍາວ່າ “ຮ້ອນ” ໝາຍເຖິງຄວາມຮ້ອນກົງກັນຂ້າມກັບເຢັນ ຫຼື ໜາວ, ໝາຍເຖິງໃຈຮ້ອນ, ຮ້ອນຈິດຮ້ອນໃຈ ຢູ່ບໍ່ເປັນສຸກ ຫຼື ຮ້ອນຮົນຟ້າວຟັ່ງຢາກໄດ້ສິ່ງໃດສິ່ງນຶ່ງໃຫ້ແລ້ວໄວ ຫຼື ແບບທາງລັດ, ນອກຈາກນັ້ນ, ຮ້ອນ ຍັງໝາຍເຖິງຄວາມດຸເດືອດ ອີກດ້ວຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo