ຄໍາວ່າ “ປົວ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ປົວ” ມີຄວາມໝາຍແນວໃດ?

ຄໍາວ່າ “ປົວ” ຫຼື ປີ່ນປົວ ໝາຍເຖິງການຮັກສາຄົນ ຫຼື ສັດ ຈາກອາການບາດເຈັບຍ້ອນສາເຫດໃດໜຶ່ງ ຊຶ່ງອາດຈະເກີດຈາກການເປັນພະຍາດໃນຮ່າງກາຍ ຫຼື ຮ່າງກາຍໄດ້ຮັບບາດແຜ ຫຼື ກະທົບເຮັດໃຫ້ເຈັບ ເຊັ່ນ: ເປັນໄຂ້ຍຸງ, ເປັນໄຂ້ຫວັດ, ເປັນເບົາຫວານ, ເຈັບຕາ, ເຈັບຂາ, ເຈັບແຂນ, ບາດແຜເກີດຈາກອຸບັດຕິເຫດ, ອາການຊໍ້າໃນຍ້ອນຖືກທຸບດ້ວຍໄມ້ ແລະ ອື່ນໆ.

“ປົວ” ນອກຈາກການຮັກສາທາງດ້ານຮ່າງກາຍແລ້ວ, ພິເສດສໍາລັບຄົນເຮົາແມ່ນຍັງມີປີ່ນປົວທາງດ້ານຈິດ ໃຈ ດ້ວຍຮູບແບບແຕກຕ່າງກັນອອກໄປຕາມຄວາມເຊື່ອຕ່າງໆ ເພື່ອໃຫ້ມີກໍາລັງໃຈ ເຊັ່ນ: ໃນຮິດຄອງລາວຈະມີການຮຽກຂວັນ, ການມັດແຂນ, ການສົ່ງເຄາະສົ່ງນາມ, ການແກ້ເຄາະ, ການສົມມາ, ການຫົດນໍ້າມົນ, ການຖືເຄື່ອງດີຂອງຂັງ, ການຂໍພອນ ເປັນຕົ້ນ. ນອກຈາກນີ້ ໃນໂລກເຮົາຍັງມີການປົວທາງດ້ານຈິດຕາມຄວາມເຊື່ອທາງສາດສະໜາ ແລະ ລັດທິຕ່າງໆ ເປັນຕົ້ນ ສາດສະໜາຄຼິດສ໌, ສາດສະໜາ ຮິນດູ, ສາດສະໜາພຸດ ອື່ນໆ. “ປົວ” ແມ່ນຊື່ຂອງເມືອງໆໜຶ່ງຢູ່ແຂວງນ່ານ ທາງພາກເໜືອຂອງປະເທດໄທ ຊຶ່ງແຂວງດັ່ງກ່າວຕິດກັບແຂວງໄຊຍະບູລີຂອງລາວ ເອີ້ນ ອໍາເພີປົວ

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າປົວ”.

“ປົວ” (1. ຄໍາກິລິຍາ) ຮັກສາ, ແປງໃຫ້ດີ, ປີ່ນປົວໃຫ້ສວ່າງເຊົາຈາກພະຍາດດ້ວຍຢາ ຫຼື ວິທີການຕ່າງໆ ດັ່ງວ່າ “ເປັນໄຂ້ຄິງບໍ່ຮ້ອນໃຜຊິຮູ້ຮ່ອມປົວ”

ຕົວຢ່າງ:

  • ໃນແຕ່ລະປີ ໂຮງໝໍມະໂຫສົດ ໄດ້ມີການປີ່ນປົວຮັກສາຄົນ ທີ່ເຈັບປ່ວຍ ເປັນຈໍານວນຫຼວງຫຼາຍ ເພາະເປັນໂຮງໝໍໃຫຍ່ອັນດັບຕົ້ນໆຂອງປະເທດລາວ.
  • ເຈົ້າຂອງງົວປົວງົວທີ່ເປັນພະຍາດປາກເປື່ອຍລົງເລັບ ດ້ວຍຢາພື້ນເມືອງ ແລະ ໃຫ້ໝໍສັດມາສັກຢາປົວພະຍາດດັ່ງກ່າວ ແລະ ເອົາໃຈໃສ່ເບີ່ງແຍງມັນເປັນພິເສດ.
  • ພາຍຫຼັງມີການປົວຄົນເຈັບທີ່ເກີດອຸບັດຕິເຫດດີແລ້ວ ໄດ້ມີການປີ່ນປົວຈິດໃຈດ້ວຍການມັດແຂນຮຽກຂວັນໃຫ້ຜູ້ກ່ຽວ.

ສະຫຼຸບ.

ຄໍາວ່າ “ປົວ” ແມ່ນການປີ່ນປົວ ຊຶ່ງເປັນການຮັກສາອາການເຈັບເປັນຂອງຄົນ ຫຼື ສັດ ຊຶ່ງເຈັບນັ້ນ ອາດຈະເກີດຈາກການເປັນພະຍາດ, ບາດແຜ, ຊໍ້າໃນ ທີ່ເກີດຈາກສາເຫດໃດໜຶ່ງ. ສໍາລັບມະນຸດເຮົາ ນອກ ຈາກປົວທາງຮ່າງກາຍແລ້ວ, ຍັງມີປົວທາງດ້ານຈິດໃຈ ຕາມຄວາມເຊື່ອ ດ້ວຍຮູບແບບແຕກຕ່າງກັນອອກ ເພື່ອໃຫ້ມີກໍາລັງໃຈ ດັ່ງ ຕາມຄວາມເຊື່ອໃນສາດສະໜາຄຼິດສ໌, ສາດສະໜາຮິນດູ, ສາດສະໜາພຸດ ອື່ນໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo